
ເພື່ອຍົກລະດັບຄວາມຮູ້-ຄວາມສາມາດ ແລະ ເຕັກນິກ ໃຫ້ແກ່ພະນັກງານຫຼັກແຫຼ່ງທີ່ເຮັດວຽກງານໂຄສະນາ-ປາຖະກະຖາ ພາຍໃນແຂວງບໍລິຄຳໄຊ, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມ ແຂວງບໍລິຄໍາໄຊ ໄດ້ຈັດຊຸດຝຶກອົບຮົມວຽກງານໂຄສະ ນາ-ປາຖະກະຖາ ຂຶ້ນ ໃນຕອນເຊົ້າວັນທີ 29 ທັນວາ 2025 ທີ່ຫ້ອງປະຊຸມ ຂອງຫ້ອງວ່າການ ແຂວງ ບໍລິຄຳໄຊ ໂດຍການເຂົ້າຮ່ວມເປັນປະ ທານ ເປີດ ຂອງທ່ານ ເລືອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ, ມີທ່ານ ບົວວົງ ພົມພັກດີ ຮອງຫົວໜ້າກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ ແລະ ທ່ານ ສີຫອມ ສອນມະນີ ຄະນະພັກຮາກຖານ ຄະນະໂຄສະນາອົບຮົມແຂວງ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການໂຄສະນາອົບຮົມເມືອງ 7 ເມືອງ ເຂົ້າຮ່ວມ ຈຳນວນ 43 ທ່ານ, ຍິງ 18 ທ່ານ.

ໃນພິທີເປີດ ທ່ານ ເລືອນວິໄລ ຈັນທະລາພັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ ໄດ້ຍົກໃຫ້ເຫັນຄວາມສຳຄັນ ຂອງຊຸດຝຶກອົບຮົມໃນເທື່ອນີ້ ໂດຍມີບາງຕອນທ່ານໄດ້ກ່າວວ່າ: ວຽກງານໂຄສະນາ-ປາຖະກະຖາ ເປັນວຽກງານໜຶ່ງທີ່ສໍາຄັນ ໃນວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ແມ່ນວຽກງານໂຄສະນາອົບຮົມຂອງພັກ. ສະນັ້ນ, ການຝຶກອົບຮົມໃນຄັ້ງນີ້ ຈະເປັນການເພີ່ມຄວາມຮັບຮູ້-ເຂົ້າໃຈເລິກເຊິ່ງຕື່ມອີກໃນວຽກງານໂຄສະນາອົບຮົມ ໂດຍສະເພາະແມ່ນ ວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງບໍລິຄຳໄຊ ໄດ້ຮັບຮູ້, ເຂົ້າໃຈກ່ຽວກັບບັນດາເຕັກນິກວິທີການເວົ້າ, ການໂຄສະນາ-ປາຖະກະຖາ, ການຂຽນເອກະສານຕ່າງໆຮັບໃຊ້ວຽກງານໂຄສະນາ-ປາຖະກະຖາ ແນໃສ່ສາມາດນຳເອົາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ກົດ ໝາຍ ແລະ ລະບຽບການຕ່າງໆ ຂອງລັດ ໄປຈັດຕັ້ງເຜີຍແຜ່, ຈັດຕັ້ງເຊື່ອມຊຶມໃຫ້ເປົ້າໝາຍຕ່າງໆໃນສັງຄົມຮັບຮູ້, ເຂົ້າໃຈ, ສາມາດດຶງດູດຜູ້ຟັງເຂົ້າຮ່ວມຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ ໃຫ້ມີຜົນສຳເລັດສູງຂຶ້ນ.
ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ບັນດານັກສຳມະນາກອນ ຈະໄດ້ຮັບຟັງການບັນລະຍາຍເອກະສານທີ່ເປັນທິດສະດີ, ພ້ອມກັນນັ້ນ ກໍ່ຈະໄດ້ຄົ້ນຄວ້າ, ແລກປ່ຽນບົດຮຽນທາງດ້ານພຶດຕິກຳ ທີ່ກ່ຽວຂ້ອງກັບ 4 ຫົວຂໍ້ ຄື: ບັນຫາພື້ນຖານຂອງວຽກງານໂຄສະນາ, ຝຶກຝົນຄວາມສາມາດໃນການຂຽນເອກະສານ, ຄຸນລັກສະນະ ແລະ ສີລະປະໃນການປາກເວົ້າ ແລະ ວຽກງານໂຄສະນາຜ່ານສື່ມວນຊົນ.
ຊຸດຝຶກອົບຮົມເທື່ອນີ້ ຈະໄດ້ດຳເນີນໄປຈົນຮອດວັນທີ 31 ທັນວາ 2025 ຈິ່ງຈະປິດລົງ. ສະນັ້ນ, ຈິ່ງຮຽກຮ້ອງມາຍັງນັກສຳມະນາກອນທຸກສະຫາຍ ຈົ່ງຕັ້ງໜ້າຍາດແຍ່ງເອົາບົດຮຽນ ແລະ ແລກປ່ຽນຄຳຄິດຄຳເຫັນນຳບັນດານັກວິທະຍາກອນ ແລະ ນັກສຳມະນາກອນດ້ວຍກັນ ເພື່ອນຳໄປຜັນຂະຫຍາຍເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ແນໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ກໍ່ຄືວຽກງານໂຄສະນາອົບຮົມທົ່ວແຂວງບໍລິຄຳໄຊ ໄດ້ຮັບໝາກຜົນສຳເລັດໃໝ່ໃຫຍ່ຫຼວງ ກວ່າເກົ່າ.
ຂຽນໂດຍ: ຈິນດາວັນ ອິນສົມເພຍ
