Day: January 9, 2026

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ

ຜົນສໍາເລັດກອງປະຊຸມໃຫຍ່່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XII ຂອງ​ພັກ​ປະ­ຊາຊົນປະ­ຕິ­ວັດ​ລາວ ໄດ້​ດຳ ເນີນ​ມາ​ແຕ່​ວັນ​ທີ 05 ຮອດ​ວັນ​ທີ 08 ມັງກອນ 2026 ທີ່​ນະ­ຄອນຫຼວງ​ວຽງ​ຈັນ ເປັນເວລາ 03 ວັນເຕັມ ໂດຍມີ​ຜູ້​ແທນ​ທັງ​ໝົດ 835 ສະຫາຍ, ຍິງ123 ສະຫາຍ  ເຊິ່ງ​ເປັນ​ຕົວ​ແທນ​ໃຫ້​ແກ່​ສະ­ ມາ­ຊິກ​ພັກ ທັງ​ໝົດ 421,865  ສະຫາຍ ຈາກ​ທົ່ວ​ປະ​ເທດເຂົ້າຮ່ວມ. ພ້ອມນັ້ນ ຍັງມີແຂກຖືກເຊີນ ຈໍານວນ 391 ສະຫາຍ, ລວມຜູ້ເຂົ້າຮ່ວມກອງປະຊຸມໃຫຍ່ ທັງໝົດ 1,226 ສະຫາຍ. ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ XII ຂອງພັກ ແມ່ນ​ເຫດ­ການ​ທາງ​ດ້ານ​ການ​ເມືອງ​-​ສັງ­ຄົມ​  ອັນ​ສຳ­ຄັນ​ຍິ່ງ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໄດ້​ດຳ­ເນີນ​ ຢ່າງ​ຖືກ­ຕ້ອງ​ຕາມ​ກົດ​ລະ­ບຽບ​ຂອງ​ພັກ ພາຍ​ໃຕ້​ບັນ­ຍາ­ກາດສ້າງ­ສັນ ເອົາ​ການ​ເອົາ​ງານ ມີ​ຄວາມ​ຮັບ­ຜິດຊອບ​ສູງ ແລະ […]