ກອງປະຊຸມສຳມະນາວິທະຍາສາດ ພາຍໃຕ້ຫົວຂໍ້: “ທິດສະດີ-ພຶດຕິກຳໃນການປະຕິບັດບົດບາດໂຄສະນາອົບຮົມ ເປັນກະບອກສຽງໃຫ້ແກ່ພັກ”


ໃນຕອນເຊົ້າວັນທີ 20 ມັງກອນ 2026, ຫ້ອງການສະພາທິດສະດີສູນກາງພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ 6) ພາຍໃຕ້ຫົວຂໍ້: “ທິດສະດີ-ພຶດຕິກຳໃນການປະຕິບັດບົດບາດໂຄສະນາອົບຮົມເປັນກະບອກສຽງໃຫ້ແກ່ພັກ”ກອງປະຊຸມໄດ້ຮັບກຽດເປັນປະທານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ປະທານສະພາທິດສະດີສູນກາງພັກ;

ເຂົ້າຮ່ວມມີ ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ ພ້ອມດ້ວຍບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ ແລະ ຮອງພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສຳມະນາຄັ້ງນີ້ ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ ແລະ ທົ່ວລັດ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ ແລະ ກະກຽມຄວາມພ້ອມດ້ານກຳລັງແຮງ ເພື່ອປະຕິບັດໜ້າທີ່ການເມືອງຕາມທີ່ພັກໄດ້ກຳນົດໄວ້.
ຈຸດປະສົງຂອງກອງປະຊຸມເພື່ອ: ທົບທວນ ແລະ ປະເມີນຜົນວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ແລກປ່ຽນປະສົບການ, ແນວທາງການເຮັດວຽກ ກຳນົດທິດທາງ ແລະ ມາດຕະການຍົກສູງບົດບາດວຽກງານໂຄສະນາອົບຮົມໃນຕໍ່ໜ້າ.
ໃນພິທີ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ໃຫ້ທິດຊີ້ນໍາໂດຍເນັ້ນວ່າ ວຽກງານໂຄສະນາອົບຮົມເປັນ “ກະບອກສຽງ” ທີ່ແຫຼມຄົມຂອງພັກໃນການຖ່າຍທອດແນວຄິດ, ອຸດົມການ, ນະໂຍບາຍ ແລະ ຈຸດຢືນຂອງພັກໃຫ້ປະຊາຊົນຮັບຮູ້ຢ່າງກວ້າງຂວາງ; ສະຫາຍຍັງກ່າວເຖິງສະພາບການໂລກ ແລະ ພາກພື້ນທີ່ຜັນແປຢ່າງໄວວາ ພ້ອມກັບການພັດທະນາຂອງເຕັກໂນໂລຊີຂໍ້ມູນຂ່າວສານ ເຊິ່ງສົ່ງຜົນຕໍ່ການແຂ່ງຂັນທາງອຸດົມການ, ແນວຄິດ ແລະ ຄ່ານິຍົມ ທີ່ມີຜົນກະທົບຕໍ່ການນຳພາຂອງພັກ. ດ້ວຍເຫດນີ້ ວຽກງານໂຄສະນາອົບຮົມຈຶ່ງມີບົດບາດສຳຄັນຍິ່ງ ໃນການປົກປ້ອງແນວທາງຂອງພັກ, ການຕໍ່ສູ້ຕ້ານຂໍ້ມູນບິດເບືອນ, ການໃສ່ຮ້າຍປ້າຍສີ ແລະ ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຳລັງບໍ່ຫວັງດີ. ພ້ອມກັນນັ້ນ ສະ ຫາຍ ຄໍາພັນ ເຜີຍຍະວົງ ໄດ້ເນັ້ນເຖິງຄວາມຈຳເປັນໃນການສ້າງທີມນັກໂຄສະນາອົບຮົມທີ່ມີຄຸນນະພາບ ມີຄວາມເຂົ້າໃຈເລິກເຊິ່ງດ້ານທິດສະດີ, ມີຈັນຍາບັນ, ມີທັກສະການສື່ສານທັນສະໄໝ ແລະ ມີຈິດໃຈຮັບໃຊ້ປະຊາຊົນຢ່າງສະເໝີຕົ້ນສະເໝີປາຍ ຕ້ອງພັດທະນາຮູບແບບ ແລະ ເຕັກນິກໂຄສະນາໃຫ້ຫຼາກຫຼາຍ ເພື່ອໃຫ້ຂໍ້ມູນຂອງພັກ ເຂົ້້າເຖິງປະຊາຊົນທຸກກຸ່ມກວ້າງຂວາງ, ທົ່ວເຖິງ.
ກອງປະຊຸມໄດ້ດຳເນີນໃນຮູບແບບເວທີເສວະນາ ໂດຍມີບັນດາກົມຂຶ້ນສະເໜີຫົວຂໍ້ວຽກງານຕ່າງໆ ເຊັ່ນ: ວຽກງານໂຄສະນາປາຖະກະຖາ, ວຽກ ງານສຶກສາອົບຮົມ, ວຽກງານຄົ້ນຄວ້າທິດສະດີ ແລະ ພຶດຕິກໍາ, ວຽກງານຂໍ້ມູນ-ຂ່າວສານ,ວຽກງານວາລະສານຂອງພັກ, ວຽກງານເກັບກຳຫາງສຽງສັງຄົມ, ວຽກງານກໍ່ສ້າງພະນັກງານໂຄສະນາວຽກງານກວດກາການປະຕິບັດໜ້າທີ່ການເມືອງໂຄສະນາອົບຮົມ.

ພ້ອມກັນນັ້ນກໍ່ໄດ້ມີການແລກປ່ຽນຄໍາຄິດ ແລະ ສົນທະນາຢ່າງກົງໄປກົງມາ ກ່ຽວກັບ 9 ຫົວຂໍ້ຍ່ອຍທີ່ມີເນື້ອໃນວິຊາການ, ມີຫຼັກການ ແລະ ສອດຄ່ອງກັບພາລະບົດບາດການເມືອງໃນໄລຍະໃໝ່. ກອງປະຊຸມຄັ້ງນີ້ ເປັນຂີດໝາຍສຳຄັນໃນການຍົກສູງບົດບາດຂອງບັນດາກົມທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນຖານະເປັນເສນາທິການດ້ານແນວຄິດ-ທິດສະດີ ເພື່ອນຳບົດຮຽນທີ່ໄດ້ມາ ໄປໝູນໃຊ້ໃຫ້ສອດຄ່ອງກັບສະພາບການຈິງ ໃນປັດຈຸບັນ ແລະ ອະນາຄົດ.