ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການຈັດຕັ້ງ ການນໍາຂັ້ນສູງຂອງຄະນະໂຄສະນາອົບຮົມສູນກາງພັກ
ໃນຕອນເຊົ້າຂອງວັນທີ 3 ກຸມພາ 2026 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຮອງຄະນະໂຄສະນາອົບຮົມສູນ ກາງພັກ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ; ພາຍໃຕ້ການເປັນປະທານຂອງ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄ ສະນາອົບຮົມສູນກາງພັກ, ທ່ານ ໂພໄຊ ໄຂຄໍາພິທູນ ກໍາມະການສູນກາງພັກ ຮອງເລຂາພັກແຂວງ ສະຫວັນນະເຂດ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ.
