
ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ)
ໃນວັນທີ 10 ມີນາ 2026 ນັກຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ ຈໍານວນ 39 ສະຫາຍ, ຍິງ 19 ສະຫາຍໄດ້ໄປທັດສະນະສຶກສາຢູ່ພິພິຕະພັນປະທານ ໄກສອນ ພົມວິຫານ ແລະ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ(ສມປຊ) ນໍາພາໂດຍ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ຄະນະຮັບຜິດຊອບຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຮຸ່ນທີ III ຂອງຄະນະໂຄສະນາອົບຮົມສູນກາງພັກ.

ໂອກາດດັ່ງກ່າວ ນັກສຶກສາໄດ້ເຂົ້າສະແດງຄວາມຂໍ່ານັບຕໍ່ໜ້າຮູບປັ້ນທ່ານ ໄກສອນ ພົມວິຫານ ແລະ ຮັບຟັງການບັນຍາຍຜົນງານການເຄື່ອນໄຫວປະຕິວັດ, ແບບແຜນດຳລົງຊີວິດ ແລະ ອຸດົມການຂອງ ປະທານ ໄກສອນ ພົມວິຫານທີ່ມີຕໍ່ປະເທດຊາດ, ຕໍ່ປະຊາຊົນ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິ ວັດຢ່າງເດັດຂາດ ຕໍ່ສູ້ຢ່າງອົງອາດກ້າແກ່ນ ແລະ ພິລະອາດຫານ, ເດັດດ່ຽວໜ້ຽວແໜ້ນ ຍາມໃດກໍຍົກສູງສະຕິລະບຽບວິໄນຕໍ່ການຈັດຕັ້ງ, ນັບຖືໝູ່ຄະນະ, ມີຄວາມສາມັກຄີຮັກແພງເພື່ອນມິດສະຫາຍດ້ວຍຄວາມຈິງຈັງ ແລະ ຈິງໃຈ, ມີແບບແຜນການດຳລົງຊີວິດຢ່າງຊື່ສັດສຸດຈະລິດ ແລະ ລຽບງ່າຍ; ເປັນນັກປັນຍາຊົນຜູ້ຍິ່ງໃຫຍ່, ມີຄວາມມານະອົດທົນ, ມີທັດສະນະຫຼັກໝັ້ນ ແລະ ນ້ຳໃຈຮັກຊາດທີ່ດູດດື່ມ, ມີຈິດໃຈຕໍ່ສູ້ຢ່າງອົງອາດກ້າຫານ, ມີນ້ຳໃຈເສຍສະລະອັນສູງສົ່ງເພື່ອປະເທດຊາດ ແລະ ປະຊາຊົນ; ທ່ານເປັນນັກປະຕິວັດ, ເປັນນັກຮັກຊາດທີ່ແທ້ຈິງ ແລະ ເປັນໜຶ່ງໃນຜູ້ນຳທີ່ດີເດັ່ນຂອງປະຊາຊົນລາວບັນດາເຜົ່າໃນຕະຫຼອດຊີວິດຂອງເພິ່ນ ບໍ່ວ່າຈະຢູ່ໃນຕຳແໜ່ງໃດໃນຄວາມຮັບຜິດຊອບອັນໃດ ເພິ່ນກໍໄດ້ອຸທິດເຫື່ອແຮງໝົດຈິດໝົດໃຈດ້ວຍຫົວຄິດປະດິດສ້າງຂອງຕົນເອງໃຫ້ ແກ່ພາລະ ກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ທັງໝົດນັ້ນໄດ້ສະທ້ອນໃຫ້ພວກເຮົາ ຈົ່ງພ້ອມກັນຮໍ່າຮຽນເອົາແບບຢ່າງຄຸນງາມຄວາມດີ ຂອງ ປະທານໄກສອນ ພົມວິຫານ ເຂົ້້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ມີປະສິດທິພາບສູງ.

ຕອນບ່າຍຂອງວັນດຽວກັນນັ້ນ ຍັງໄດ້ໄປທັດສະນະຢູ່ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໂດຍມີ ທ່ານ ປອ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ສມປຊ ; ຫົວໜ້າກົມຄຸ້ມຄອງການຮຽນ-ການສອນ ໃຫ້ການຕ້ອນຮັບພ້ອມທັງຂຶ້ນນໍາສະເໜີສະພາບຫຍໍ້ກ່ຽວກັບມູນເຊື້ອປະຫວັດຄວາມເປັນມາຂອງ ສະຖາບັນການເມືອງການປົກຄອງ ເຊິ່ງມີການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວ , ສະພາບການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນໄລ ຍະຜ່ານມາ ແລະ ທິດທາງແຜນການພັດທະນາຫຼັກສູດການຮຽນການສອນໃນຕໍ່ໜ້າ ຫຼັງຈາກນັ້ນໄດ້ຢ້ຽມຊົມຫໍສະໝຸດຂອງ ສມປຊ ຕື່ມອີກ.

![]() |
![]() |
![]() |
![]() |
![]() |
![]() |






