ກອງປະຊຸມສະຫຼຸບວຽກງານ 5 ປີ (2021-2025) ແລະທິດທາງແຜນ ການ (2026-2030) ຂອງສະພາທິດສະດີສູນກາງພັກ.
ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ຂອງສະພາທິດສະດີສູນກາງພັກ ໄລຍະ 05 ປີ (2021-2025) ແລະທິດທາງແຜນການ (2026-2030), ໃນວັນທີ 13 ມີນາ 2026 ທີ່ຫ້ອງປະຊຸມໃຫຍ່ຊັ້ນ II ຂອງສະພາທິດສະດີສູນກາງພັກ (ຫຼັກ 6) ໃນທ່າມກາງບັນຍາກາດ ທີ່ທົ່ວພັກ-ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນ ຊື່ນຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ແລະ ການເລືອກຕັ້ງ ສສຊ, ຄັ້ງທີ X ແລະ ສສຂ, ຄັ້ງທີ V ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ.
