ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວິທີຕິດຕັ້ງ ແລະ ນໍາໃຊ້ລະບົບຫ້ອງການທັນສະໄໝ (E-Office)


ໃນຕອນເຊົ້າຂອງ ວັນທີ 10 ມີນາ 2026 ກົມຂໍ້ມູນຂ່າວສານ ໄດ້ຈັດພິທີເປີດຊຸດຝຶກອົບຮົມວິທີຕິດຕັ້ງ ແລະ ນໍາໃຊ້ລະບົບຫ້ອງການທັນສະ ໄໝ (E-Office) ໃຫ້ແກ່ພະນັກງານກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ຢູ່ທີ່ ຫ້ອງປະຊຸມທາງໄກ (ຊັ້ນ4), ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ໃຫ້ກຽດເປັນປະທານຮ່ວມຂອງທ່ານ ຄໍາຜາຍ ອິນທະຣາ ຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ເຂົ້າຮ່ວມມີ: ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍວິຊາການພາຍໃນກົມຂໍ້ມູນຂ່າວສານ.

ການເປີດຊຸດຝຶກອົບຮົມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ເຂົ້າໃຈ ແລະ ສາມາດນໍາໃຊ້ ລະບົບຫ້ອງການທັນສະໄໝ (E-Office) ໃຫ້ແກ່ພະນັກງານພາຍໃນກົມ ເພື່ອສາມາດຜັນຂະຫຍາຍບົດຮຽນ ແລະ ຖ່າຍຖອດບົດຮຽນດັ່ງກ່າວ ໃຫ້ຫ້ອງການ, ບັນດາກົມ, ທຽບເທົ່າກົມ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກເພື່ອຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນຕໍ່ໜ້າ ໂດຍສະເພາະແມ່ນການສົ່ງ-ຮັບ, ຈັດເກັບເອກະສານຕ່າງໆໃຫ້ມີຄວາມສະດວກວ່ອງໄວ ຮັບປະກັນຄຸນນະພາບຂອງ ວຽກງານໂຄສະນາອົບຮົມໃຫ້ທັນສະພາບການຂອງວຽກງານໃນແຕ່ລະໄລຍະ. ພ້ອມນັ້ນຍັງເປັນການຫຼຸດຜ່ອນຂັ້ນຕອນການເຮັດວຽກຂອງພະນັກງານ, ປະຫຍັດເຈ້ຍ, ປະຫຍັດເວລາລາໃນການ ຮັບ-ສົ່ງເອກະສານ, ສະດວກໃນການຕິດຕາມ ແລະ ຄຸ້ມຄອງເອກະສານ, ປະຫຍັດງົບປະມານໃນຄ່າໃຊ້ຈ່າຍຕ່າງໆ.


ໃນໂອກາດທີ່ມີຄວາມໝາຍສໍາຄັນດັ່ງກ່າວ ທ່ານ ສົມປະສົງ ພົງປະເສີດ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ກ່າວມີຄໍາເຫັນຕໍ່ພິທີເປີດຊຸດຝຶກອົບຮົມ ທ່ານກ່າວວ່າການຝຶກອົບຮົມຄັ້ງນີ້ແມ່ນບາດກ້າວສໍາຄັນໜຶ່ງໃນການນໍາແນວທາງການພັດທະນາດິຈິຕອນມາປະຍຸກໃຊ້ໃນວຽກງານຂອງອົງການພັກ ໃຫ້ມີຄວາມທັນສະໄໝ ແລະ ມີປະສິດທິຜົນສູງຂຶ້ນ.ດັ່ງທີ່ພວກເຮົາຮັບຮູ້ແລ້ວວ່າການປ່ຽນຜ່ານສູ່ດິຈິຕອນ ເປັນແນວທາງທີ່ສໍາຄັນຂອງໂລກ ແລະ ເປັນນະໂຍບາຍສໍາຄັນຂອງພັກ-ລັດ ໃນການປັບປຸງການຄຸ້ມຄອງ ແລະ ການບໍລິຫານ ໃຫ້ມີຄວາມສະດວກ, ວ່ອງໄວ ໂປ່ງໃສ ແລະ ທັນສະພາບການ; ສໍາລັບຄະນະໂຄສະນາອົບຮົມສູນກາງພັກ ເວົ້້າລວມ ໂດຍສະເພາະ ກົມຂໍ້ມູນຂ່າວສານ ການພັດທະນາທາງດ້ານອຸປະກອນ ແລະ ການໝູນໃຊ້ລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ນັບທັງການພັດທະນາບຸກຄະລາກອນ ໃນການຍົກລະດັບລະບົບບໍລິຫານໃຫ້ທັນສະໄໝຈຶ່ງເປັນສິ່ງຈໍາເປັນຢ່າງຍິ່ງທີ່ຫຼີກເວັ້ນບໍ່ໄດ້; ນອກນັ້ນທ່ານຍັງກ່າວຕື່ມວ່າ ການນໍາໃຊ້ລະບົບດັ່ງກ່າວນີ້ໃຫ້ປະສົບຜົນເລັດ ບໍ່ແມ່ນພຽງແຕ່ມີໂປຣແກຣມທີ່ດີ ແຕ່ຕ້ອງອາໄສຄວາມຮ່ວມມືຄວາມມຸ່ງໝັ້ນ ແລະ ຄວາມຮັບຜິດຊອບຂອງພະນັກງານທຸກໆທ່ານຈະຕ້ອງໄດ້ພ້ອມກັນເອົໃຈໃສ່ໃນການນໍາເອົາຄວາມຮູ້ອັນໃໝ່ ພ້ອມກັນຄົ້ນຄວ້າຮໍ່າຮຽນ ນໍາເອົາຄວາມຮູ້ໃນການຝຶກອົບຮົມຄັ້ງນີ້ໄປນໍາໃຊ້ເຂົ້າໃນວຽກງານວິຊາສະເພາະໃຫ້ເກີດປະໂຫຍດສູງສຸດ.
ຊຸດຝຶກອົບຮົມຄັ້ງນີ້ຈະໄດ້ດໍາເນີນໄປເປັນໄລຍະເວລາ 4 ວັນ ( 10-13 ມີນາ 2026).