Month: April 2026

ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ

ໃນວັນທີ 24 ເມສາ 2026 ທີ່ຫ້ອງວ່າການສູນກາງພັກ, ໄດ້ຈັດງານວາງສະແດງຮູບພາບ ແລະ ພິທີປາຖະກະຖາ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ແລະ ປີມິດຕະພາບລາວ-ຈີນ ຂຶ້ນ ໂດຍໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ  ນາງ ຟາງ ຫົງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປ ຈິນ ປະຈຳ ສປປ ລາວ, ມີບັນດາການນຳພັກ-ລັດ, ພະນັກງານຈາກສະຖານທູດ ສປ ຈີນ ປະຈຳ ສປປ ລາວ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ

ມິດຕະພາບທີ່ຫຼ່ໍຫຼອມດ້ວຍເລືອດເນື້ອ ເພື່ອສືບສານຕຳນານແຫ່ງສາຍພົວພັນມິດຕະພາບຈີນ-ລາວ ປະຊາຊົນລາວ ແມ່ນປະຊາຊົນວິລະຊົນ ທີ່ໄດ້ຕໍ່ສູ້ຢ່າງຍືດເຍື້ອຍາວນານ ເພື່ອຍາດເອົາ ເອກະລາດແຫ່ງຊາດ. ໃນຊຸມປີ 60 ແລະ 70 ຂອງສະຕະວັດທີ 20, ກອງທັບ ແລະ ປະຊາຊົນຈີນ ໄດ້ຕັ້ງໜ້າສະໜັບສະໜູນພາລະກິດປະຕິວັດ ແລະ ການປົດປ່ອຍຊາດຂອງປະເທດລາວ, ນັກຮົບຈີນຫຼາຍກວ່າ 200 ສະຫາຍ ໄດ້ເສຍສະຫຼະຊີວິດຢູ່ດິນແດນແຫ່ງນີ້ ແລະ ສ້າງເປັນອະນຸສາວະລີແຫ່ງມິດຕະພາບ ຈີນ-ລາວ ທີ່ບໍ່ມີ ວັນເສື່ອມຄາຍ.     ນອກຈາກນີ້ການກໍ່ສ້າງຂົວຂ້າມນ້ຳອູກໍແມ່ນຂົວທີ່ມີຄວາມຍາວ 256 ແມັດ ຍັງຄົງເດັ່ນສະຫງ່າ ຢູ່ເທິງແມ່ນ້ຳອູ ທີ່ຜ່ານຮ້ອນຜ່ານໜາວມາຫຼາຍກວ່າ 40 ປີ ທີ່ເປັນສັກຂີພິຍານໃຫ້ແກ່ມິດຕະພາບ ຈີນ-ລາວ ທີ່ໝັ້ນຄົງຂະນົງແກ່ນ.    ເພື່ອຮັບປະກັນໃຫ້ການກໍ່ສ້າງທາງດຳເນີນໄປຢ່າງສະດວກ ແລະ ຮັບປະກັນຄວາມ ປອດໄພຂອງຜູ້ຄະນະກໍ່ສ້າງ, ກອງປືນໃຫຍ່ຕໍ່ຕ້ານອາກາດຍານຂອງຈີນກໍໄດ້ເຂົ້າຮ່ວມສູ້ຮົບເພື່ອປົກປ້ອງການກໍ່ສ້າງ ທັງໝົດ 95 ຄັ້ງ, ຍິງຍົນສູ້ຮົບຂອງອາເມລິກາຕົກ 35 ລຳ, ໄດ້ຮັບຄວາມ ເສຍຫາຍ […]

ທ່ານ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດເກົາ ຫຼີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນບ່າຍ ຂອງວັນທີ 23 ເມສາ 2026, ທີ່ຫ້ອງຮັບແຂກ ຊັ້ນ 5 ຄອສພ ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຈອງ ຢອງ ຊູ (Jung Yung Soo) ເອກອັກຄະລັດຖະ ທູດ ຜູ້ມີອໍານາດເຕັມ ແຫ່ງສາທາລະນະລັດເກົາຫຼີ ປະຈຳ ສປປລາວ ພ້ອມດ້ວຍຄະນະ, ເຂົ້າຮ່ວມຝ່າຍ ຄະນະໂຄສະນາອົບຮົມສູນກາງພັກມີ: ຫົວໜ້າກົມ, ຮອງຫົວໜ້າກົມ ຂອງຫ້ອງການ, ກົມຂໍ້ມູນຂ່າວສານ, ກົມສື່ມວນຊົນ, ກົມໂຄສະນາ ແລະ ກົມອົບຮົມ ເຂົ້າຮ່ວມ.

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງງານບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569.

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງງານບຸນປີໃໝ່ລາວ ສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ ພສ 2569 ຂຶ້ນໃນວັນທີ 9 ເມສາ 2026 ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີຄະນະພັກ-ຄະນະນຳ, ຮອງຄະນະໂຄສະນາອົບຮົມ, ອະດີດການນຳ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍພະນັກງານພາຍໃນ ຄອສພ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ເປັນກຽດຂຶ້ນກ່າວອວຍພອນປີໃໝ່ລາວ ໃຫ້ແກ່ບັນດາຄະນະພັກ-ຄະນະນຳ, ອະດີດການນຳ, ພະນັກງານອາວຸໂສບຳນານ, ພ້ອມດ້ວຍພະນັກງານພາຍໃນ ຄອສພ ແລະ ແຂກຖືກເຊີນທີ່ເຂົ້່າຮ່ວມ ໃຫ້ມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມບູນ, ມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າໃນໜ້າທີ່ວຽກງານ, ມີຄວາມຜາສຸກໃນຊີວິດ ຂອງຕົນ ແລະ ຄອບຄົວ ທຸກປະການໃນຕະຫລອດປີ ພສ 2569 ນີ້. ການຈັດງານໃນຄັ້ງນີ້, ເປັນການຮັກສາຮີດຄອງປະເພນີ ແລະ ຮັກສາມູນເຊື້ອ, […]

1 2