
ໃນຕອນບ່າຍຂອງວັນທີ 18 ພຶດສະພາ 2026, ເວລາ 08:30 ໂມງ, ສະພາທິດສະດີສູນກາງພັກ, ໄດ້ຈັດກອງປະຊຸມພິຈາລະນາ-ຮັບຮອງຫຼັກສູດທິດສະດີການເມືອງ 3 ຂັ້ນ(ສະບັບປັບປຸງ) 2026; ທີ່ຫ້ອງປະຊຸມໃຫຍ່ສໍໍານັກງານສະພາທິດສະດີສູນກາງພັກຊັ້ນ II (ຫຼັກ 6) ໂດຍການເປັນປະທານຂອງສະຫາຍ ປອ. ຄໍາພັນ ເຜີຍຍະວົງ, ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ.

ໂດຍປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ, ວ່າດ້ວຍການກະກຽມປັບປຸງຫຼັກສູດທິດສະດີການເມືອງ 3 ຂັ້ນ, ສະບັບເລກທີ 456/ຄຈສພ, ລົງວັນທີ 13 ມີນາ 2026, ສະພາທິດສະດີສູນກາງພັກ ໄດ້ກອງປະຊຸມ ເພື່ອຄົ້ນຄວ້າພິຈາລະນາ-ຮັບຮອງຫຼັກສູດທິດສະດີການ ເມືອງ 3 ຂັ້ນ, (ສະບັບປັບປຸງໃໝ່ນີ້)ລວມມີ ການປັບປຸງຫຼັກສູດທິດສະດີການເມືອງ 3 ຂັ້ນ: ຂັ້ນຕົ້ນ (3 ເດືອນ), ຂັ້ນກາງ (6 ເດືອນ) ແລະ ຂັ້ນສູງ (9 ເດືອນ) ແມ່ນເພື່ອສ້າງຄວາມຮັບຮູ້ເຂົ້າໃຈຢ່າງເປັນເອກະພາບກ່ຽວກັບທິດສະດີການເມືອງຢ່າງຖືກຕ້ອງໃຫ້ສະມາຊິກພັກເວົ້າລວມ, ເວົ້າສະ ເພາະແມ່ນສະມາຊິກພັກທີ່ເປັນພະນັກງານນໍາພາ-ຄຸ້ມຄອງ, ນາຍທະຫານ ແລະຕໍາຫຼວດ ໃຫ້ມີຄວາມເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ກໍຄື ປົກປັກຮັກສາ ແລະສ້າງສາພັດ ທະນາປະເທດຊາດ ກ້າວໜ້າຢ່າງບໍ່ຢຸດຢັ້ງ; ເພື່ອເຮັດໃຫ້ທິດສະດີການເມືອງ, ທິດສະດີມາກ-ເລນິນແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະປະຫວັດສາດຂອງພັກ, ຂອງຊາດ, ກາຍເປັນພື້ນຖານແນວຄິດ ແລະການກະທໍາຂອງພະນັກງານ-ສະມາຊິກພັກ, ນາຍທະຫານ ແລະນາຍຕໍາຫຼວດໃນທົ່ວພັກ, ທົ່ວລັດ ແລະທົ່ວປວງຊົນທັງຊາດ, ເຮັດໃຫ້ພະນັກງານ-ສະມາຊິກພັກ ມີຄວາມຮູ້, ເຂົ້າໃຈ ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະປະຕິບັດແນວທາງນະໂຍບາຍ ຂອງພັກ ແລະລັດ, ຍົກລະດັບຄວາມຮູ້ກ່ຽວກັບແນວທາງຂອງພັກ, ນະໂຍບາຍຂອງລັດຢ່າງເລິກເຊິ່ງ, ມີຫຼັກໝັ້ນຢ່າງໜັກ ແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຈິດໃຈຮັກຊາດ, ຮັບໃຊ້ປະຊາຊົນຢ່າງຈິງໃຈ.
ໃນໂອກາດນີ້, ສະຫາຍປະທານກອງປະຊຸມໄດ້ເນັ້ນໜັກການປັບປຸງຫຼັກສູດໃນຄັ້ງນີ້ຈຸດຫຼັກແມ່ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດໃນຖັນແຖວພະນັກງານສະມາຊິກພັກ, ນາຍທະຫານ ແລະນາຍຕໍາຫຼວດ ກຳແໜ້ນບັນດາຫຼັກມູນທິດສະດີ ມາກ-ເລນິນ, ເປັນຕົ້ນຫຼັກມູນທິດສະດີປັດຊະຍາ, ເສດຖະສາດການເມືອງ, ລັດທິສັງຄົມນິຍົມວິທະຍາສາດ; ແນວຄິດ ໄກສອນ ພົມວິຫານ, ມູນເຊື້ອ ແລະປະຫວັດສາດຂອງພັກ, ຂອງຊາດ, ກົດລະບຽບພັກ, ແນວທາງນະໂຍ ບາຍຂອງພັກ, ມະຕິກອງປະຊຸມໃຫຍ່ຂອງພັກ ແລະນິຕິກໍາຕ່າງໆຂອງພັກ, ລັດຖະທໍາມະນູນ, ກົດໝາຍ ແລະນິຕິກຳຂອງລັດໃນແຕ່ລະໄລຍະ; ກໍາແໜ້ນຢ່າງເລິກເຊິ່ງວຽກງານກໍ່ສ້າງພັກ ແລະວຽກງານຂົນຂວາຍກໍ່ສ້າງຮາກຖານການເມືອງ. ພ້ອມນັ້ນ, ກໍເປັນມູນເຊື້ອ ແລະກຳແໜ້ນເນື້ອໃນຈິດໃຈຂອງແນວທາງນະໂຍບາຍຂອງພັກ ແລະ ລັດໃນແຕ່ລະໄລຍະ.
ກອງປະຊຸມພິຈາລະນາ-ຮັບຮອງເນື້ອໃນບົດວິພາກຫຼັກສູດທິດສະດີການເມືອງ 3 ຂັ້ນ (ສະບັບປັບປຸງ) 2026, ໃນຄັ້ງນີ້ໃຊ້ເວລາ 1 ຕອນ ແລະ ສໍາເລັດດ້ວຍບັນຍາກາດທີ່ຟົດຟື້ນ ແລະມີຄວາມຮັບຜິດຊອບສູງ.


ແຫຼ່ງຂ່າວ: ພະແນກແຜນການ ແລະສັງລວມການຄົ້ນຄວ້າ(ຫ້ອງສະພາທິດສະດີສູນກາງພັກ)
