ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ວາງສະແດງວັດຖຸພັນ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I

ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ວາງສະແດງວັດຖຸພັນ ໃນກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I
ໃນລະຫວ່າງ ວັນທີ 13-15 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດການນຳພາຂອງພັກ, ພັດທະນາວຽກງານສື່ມວນຊົນ ໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ”. ເຊິ່ງໃນກອງປະຊຸມໄດ້ມີການວາງສະແດງວັດຖຸພັນຂອງແຕ່ລະສຶ່ ແລະ ຜະລິດຕະພັນຜາໄໝ, ຫັດຖະກໍາ ແລະ ເຄຶ່ອງດື່ມ ເຊິ່ງລວມມີ 18 ພາກສ່ວນ ແລະ 50 ຮ້ານ ທີ່ໄດ້ວາງສະແດງໃນງານດັ່ງກ່າວ. ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ກໍ່ແມ່ນພາກສ່ວນໜຶ່ງທີ່ໄດ້ເຂົ້າຮ່ວມວາງສະແດງໃນກອງປະຊຸມຄັ້ງນີ້ດ້ວຍການຈັດບູດນຳສະເໜີຜະລິດຕະພັນ ແລະ ຜົນງານການຫັນເປັນດິຈິຕອນ ພ້ອມກັບພາກສ່ວນສື່ມວນຊົນຂອງພັກ-ລັດ ແລະເອກະຊົນຢ່າງຫຼວງຫຼາຍ. ການເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຍົກສູງບົດບາດການເປັນເສນາທິການດ້ານວຽກງານເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ໂດຍໄດ້ນຳເອົາ 3 ຜະລິດຕະພັນຫຼັກ ທີ່ເປັນໝາກຜົນຂອງການພັດທະນາລະບົບທັນສະໄໝ ມາຈັດວາງສະແດງ ແລະສາທິດການນຳໃຊ້ຕົວຈິງ ປະກອບມີ:
– ລະບົບເວັບໄຊສູນກາງ ແລະ ທ້ອງຖິ່ນທົ່ວປະເທດ: ການເຊື່ອມໂຍງເຄືອຂ່າຍຂໍ້ມູນຂ່າວສານ ຈາກສູນກາງລົງຮອດທ້ອງຖິ່ນ ໃຫ້ມີຄວາມເປັນເອກະພາບ, ວ່ອງໄວ ແລະ ເຂົ້າເຖິງຂໍ້ມູນໄດ້ງ່າຍ.
– ລະບົບຫ້ອງປະຊຸມທາງໄກ (Video Conference): ເຄື່ອງມືສື່ສານທີ່ທັນສະໄໝ ທີ່ຊ່ວຍຫຼຸດຜ່ອນໄລຍະທາງ ແລະ ເພີ່ມປະສິດທິພາບ ໃຫ້ແກ່ການຊີ້ນຳ-ນຳພາ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.
– ຫ້ອງສະໝຸດເອເລັກໂຕຣນິກ (E-book): ຄັງປັນຍາ ແລະ ແຫຼ່ງເກັບມ້ຽນເອກະສານທາງການເມືອງ, ປຶ້ມທິດສະດີ, ຄູ່ມືການເຮັດວຽກງານໂຄສະນາ ທີ່ຫັນເປັນຮູບແບບດິຈິຕອນ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຄົ້ນຄວ້າຮ່ຳຮຽນໃນຍຸກໃໝ່.
ເຊິ່ງໄດ້ຮັບຄວາມສົນໃຈຢ່າງຈົດຈໍ່ ຈາກບັນດາການນຳພັກ-ລັດ, ຜູ້ຕາງໜ້າຈາກຂະແໜງການສື່ມວນຊົນ, ຕະຫຼອດຮອດແຂກຜູ້ມີກຽດ ທີ່ໄດ້ເຂົ້າມາຢ້ຽມຊົມ, ສອບຖາມ ແລະ ແລກປ່ຽນຄຳຄິດເຫັນ.