ສໍາເລັດການຈັດຝຶກອົບຮົມຄວາມຮູ້ພື້ນຖານ ດ້ານການເມືອງ-ການປົກ ຄອງໃຫ້ພະນັກງານຂັ້ນຕາແສງ ຢູ່ເມືອງວຽງພູຄາ ແຂວງ ຫຼວງນໍ້າທາ


ກົມອົບຮົມ ໄດ້ສົມທົບກັບ ຄະນະໂຄສະນາອົບຮົມ ແຂວງຫຼວງນໍ້າທາ ແລະ ຄະນະໂຄສະນາອົບຮົມເມືອງວຽງພູຄາ ຈັດຝຶກອົບຮົມຄວາມຮູ້ພື້ນ ຖານ ດ້ານການເມືອງ-ການປົກຄອງ ໃຫ້ພະນັກງານຂັ້ນຕາແສງ ຢູ່ເມືອງວຽງພູຄາ ໃນວັນທີ 23-24 ກໍລະກົດ 2026. ໂດຍການເປັນປະທານຮ່ວມຂອງ ສະຫາຍ ສິງຄໍາ ວັນໄຊ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງຫຼວງນໍ້າທາ; ສະຫາຍ ຄໍາກອງ ທໍາມະເທວາ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ; ສະຫາຍ ນາງ ເຮື່ອຍ ສົມຫວັງ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ເມືອງວຽງພູຄາ; ມີປະທານ, ຮອງປະທານ ກໍາມະການ ຄະນະກໍາມະການປົກຄອງຕາແສງ ແລະ ຜູ້ຊ່ວຍວຽກງານຕາແສງທີ່ມາຈາກ 3 ຕາແສງ ພາຍໃນເມືອງວຽງພູຄາ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 5 ທ່ານ.

ການຝຶກອົບຮົມນີ້ ແມ່ນເພື່ອຍົກສູງຄວາມສາມາດນໍາພາ ຂອງພະນັກງານຂັ້ນຕາແສງ ໃຫ້ມີຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ ໃນການຊີ້ນໍາ-ນໍາພາ ແລະ ປະຕິບັດໜ້າທີ່ວຽກງານຕາມພາລະບົດບາດ ສິດ, ໜ້າທີ່ ຂອງແຕ່ລະໜ່ວຍງານ ຢ່າງມີປະສິດທິພາບ; ພ້ອມທັງ, ນໍາເອົາເນື້ອໃນດັ່ງກ່າວ ໄປສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ປະຊາຊົນທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຕື່ນຕົວເປັນເຈົ້າການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ນໍາພາປະຊາຊົນທໍາມາຫາກິນ ບົນພື້ນຖານເຄົາລົບລະບຽບການ ແລະ ກົດ ໝາຍ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ແລະ ແກ້ໄຂຄວາມທຸກຍາກ, ສ້າງຄວາມຢູ່ດີກິນດີ ໃຫ້ແກ່ປະຊາຊົນລາວບັນດາເຜົ່າ.
ການຈັດຝືກອົບຮົມ ໄດ້ນໍາໃຊ້ເອກະສານອົບຮົມ ຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ພະນັກງານຂັ້ນຕາແສງ ຊຶ່ງປະກອບມີ 5 ບົດ ແລະ ໃນຕອນທ້າຍຂອງການຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ນັກສໍາມະນາກອນ.