
ໃນວັນທີ 21 ສິງຫາ 2026 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ ຄອສພ ສະມາຄົມມິດຕະພາບ ລາວ-ກູບາ, ຄະນະພົວພັນຕ່າງປະເທດສູນກາງ ແລະ ສະຖານທູດສາທາລະນະລັດ ກູບາ ປະຈຳລາວ ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາ ເນື່ອງໃນໂອກາດ ລະນຶກ ຄົບຮອບ 100 ປີ “ ຟີແດນ ກາສໂຕຼ ຣູດສ໌ ຜູ້ນໍາທາງປະຫວັດສາດ ຂອງການປະຕິວັດກູບາ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ , ທ່ານ ນ. ແອນນາ ເອສເທີ ວຽນຕຼ ວາລເດສ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຖານທູດ ກູບາ ປະຈຳ ສປປ ລາວ, ທ່ານ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ; ທ່ານ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາການນຳ, ຜູ້ຕາງໜ້າກະຊວງ, ອົງການ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໂອກາດນີ້, ນາງ ແອນນາ ເອັດສເຕີ ວຽນ ບານເດັດສ໌ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສະຖານທູດ ກູບາ ປະຈຳ ສປປ ລາວ ໄດ້ປາຖະກະຖາ ໂດຍຍົກໃຫ້ເຫັນຊີວິດ, ຜົນງານ ແລະ ບົດບາດຂອງ ຟີແດນ ກາສໂຕຼ ຣູດສ໌ ໃນການນຳພາການປະຕິວັດກູບາ, ປົກປ້ອງອະທິປະໄຕ, ການກໍ່ສ້າງສັງຄົມນິຍົມ ແລະ ສົ່ງເສີມນະໂຍບາຍດ້ານການສຶກສາ, ສາທາລະນະສຸກ ແລະ ສະຫວັດດີການປະຊາຊົນ. ພ້ອມນີ້ ຍັງເນັ້ນວ່າ ວັນທີ 26 ກໍລະກົດ 1956 ແມ່ນວັນມີຄວາມໝາຍສຳຄັນໃນປະຫວັດສາດການປະຕິວັດກູບາ ແລະ ການກໍ່ຕັ້ງພັກກອມມູນິດກູບາ. ເອກອັກຄະລັດຖະທູດກູບາ ຍັງໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນລາວ ທີ່ໃຫ້ການສະໜັບສະໜູນ ແລະ ສືບຕໍ່ຮັກສາສາຍພົວພັນມິດຕະພາບ ລາວ-ກູບາ ທີ່ມີມາຢ່າງຍາວນານ. ພ້ອມທັງ ໄດ້ແຈ້ງກ່ຽວກັບການດຳເນີນນະໂຍບາຍປະຕິຮູບຂອງລັດຖະບານ ແລະ ການພັດທະນາເສດຖະກິດ-ສັງຄົມຂອງກູບາ.
ໂອກາດດຽວກັນ, ທ່ານ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າຄະນະພັກ-ຄະນະນຳ ສະແດງຄວາມຂອບໃຈຕໍ່ສະຖານທູດກູບາ ທີ່ຈັດປາຖະກະຖາອັນມີຄວາມໝາຍນີ້ ພ້ອມທັງ ຍ້ອງຍໍ ຟີແດນ ກາສໂຕຼ ຣູດສ໌ ວ່າ ເປັນນັກປະຕິວັດ ແລະ ຜູ້ນຳຜູ້ໂດດເດັ່ນ ທີ່ອຸທິດຕົນເພື່ອປະເທດຊາດ ແລະ ປະຊາຊົນກູບາ. ພ້ອມນັ້ນ ໄດ້ອວຍພອນໃຫ້ທ່ານເອກອັກຄະລັດຖະທູດ ມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ ພ້ອມທັງ ມອບກະຕ່າດອກໄມ້ເພື່ອສະແດງຄວາມຂອບໃຈ ແລະ ອວຍພອນ. ການຈັດປາຖະກະຖາໃນຄັ້ງນີ້ ເປັນການລະນຶກເຖິງຄຸນ ແລະ ມໍລະດົກທາງການເມືອງຂອງ ຟີແດນ ກາສໂຕຼ ຣູດສ໌ ພ້ອມທັງ ສືບຕໍ່ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ກູບາ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.






