ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວຊຸກຍູ້ວຽກງານ ແລະ ມອບອຸປະກອນ ຢູ່ແຂວງຊຽງຂວາງ ແລະ ເມືອງໜອງແຮດ

ໃນວັນທີ 16-17 ສິງຫາ 2026, ທ່ານ ວັນສີ ກົວມົວ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ໄດ້ລົງຢ້ຽມຢາມ, ພົບປະ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ແຂວງຊຽງຂວາງ ແລະ ເມືອງໜອງແຮດ.
ໃນວັນທີ 16 ສິງຫາ, ຄະນະໄດ້ລົງເຄື່ອນໄຫວຢູ່ເມືອງໜອງແຮດ ແລະ ໄດ້ພົບປະກັບການນຳເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ. ໂອກາດນີ້, ສະຫາຍ ວັນສີ ກົວມົວ ໄດ້ຍ້ອງຍໍຊົມເຊີຍຜົນງານຂອງເມືອງ ແລະ ຄະນະໂຄສະນາອົບຮົມເມືອງ ໃນການເຮັດໜ້າທີ່ເສນາທິການ, ການກະກຽມກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ XIV ແລະ ການຈັດຕັ້ງປາຖະກະຖາວັນສຳຄັນຕ່າງໆ. ພ້ອມນີ້, ໄດ້ມອບຄອມພິວເຕີ, ເຄື່ອງໂທລະໂຄ່ງ ແລະ ເຄື່ອງສຽງ ເພື່ອຮັບໃຊ້ວຽກງານໂຄສະນາ ແລະ ການກະຈາຍຂໍ້ມູນຂ່າວສານລົງສູ່ຮາກຖານ.

ວັນທີ 17 ສິງຫາ, ຄະນະໄດ້ລົງພົບປະ ແລະ ຊຸກຍູ້ວຽກງານຢູ່ຄະນະໂຄສະນາອົບຮົມແຂວງຊຽງຂວາງ. ສະຫາຍ ວັນສີ ກົວມົວ ໄດ້ຊົມເຊີຍຜົນງານຂອງຄະນະໃນການເຮັດໜ້າທີ່ເສນາທິການດ້ານວຽກງານການເມືອງ-ແນວຄິດ ແລະ ການມອບ-ໂອນວຽກງານສື່ມວນຊົນມາຂຶ້ນກັບຄະນະໂຄສະນາອົບຮົມ. ພ້ອມນີ້, ໄດ້ມອບຄອມພິວເຕີ, ເຄື່ອງໂທລະໂຄ່ງ ເພື່ອສະໜັບສະໜູນແຜນງານໂຄສະນາລົງສູ່ຕາແສງ ແລະ ບ້ານເປົ້າໝາຍ.

ໃນໂອກາດດັ່ງກ່າວ, ສະຫາຍ ວັນສີ ກົວມົວ ໄດ້ເນັ້ນໜັກໃຫ້ຄະນະໂຄສະນາອົບຮົມແຂວງ ແລະ ເມືອງ ເອົາໃຈໃສ່ຜັນຂະຫຍາຍແນວທາງ ແລະ ຈິດໃຈຂອງກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ I ໃຫ້ເປັນຮູບປະທຳ; ສືບຕໍ່ພັດທະນາພື້ນຖານໂຄງລ່າງ ແລະ ຍົກລະດັບວຽກງານສື່ມວນຊົນໃຫ້ທັນສະໄໝ, ວ່ອງໄວ ແລະ ມີຄຸນນະພາບ; ເພີ່ມທະວີການນຳໃຊ້ສື່ອອນລາຍ ແລະ ໂທລະໂຄ່ງ ໃນການເຜີຍແຜ່ຂໍ້ມູນຂ່າວສານທີ່ຖືກຕ້ອງ; ພ້ອມທັງຕິດຕາມ, ຕອບຕ້ານ ແລະ ແກ້ໄຂຂ່າວປອມ ແລະ ຖ້ອຍທຳນອງບິດເບືອນໃຫ້ທັນເວລາ ເພື່ອນຳແນວທາງນະໂຍບາຍຂອງພັກ-ລັດລົງສູ່ຮາກຖານຢ່າງມີປະສິດທິຜົນ.

ຂ່າວ: ຄູນມີ ພົມມະນີລາດ