
ໃນວັນທີ 24 ສິງຫາ 2026, ທ່ານ ຄຳພັນ ເຜີຍຍະວົງ, ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມ ແລະ ໂອ້ລົມພະນັກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງ ທີ່ຫ້ອງປະຊຸມສະຖານີວິທະຍຸ-ໂທລະພາບແຂວງຫຼວງພະບາງ.ໂດຍໃຫ້ກຽດຕ້ອນຮັບ ຂອງ ທ່ານ ທອງຈັນ ລັດຕະນະປະດິດ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ ພ້ອມດ້ວຍຄະນະ,ພະນັກງານທົ່ວຄະນະໂຄສະນາອົບຮົມແຂວງຫຼວງພະບາງ.
ທ່ານ ທອງຈັນ ລັດຕະນະປະດິດ ໄດ້ໃຫ້ກຽດກ່າວຕ້ອນຮັບ ແລະ ລາຍງານສະພາບການຈັດຕັ້ງ-ປະຕິບັດວຽກງານຮອບດ້ານຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ.ພະນັກງານລັດຖະກອນ ທັງໝົດ 60 ທ່ານ ຍິງ 17 ທ່ານ ໃນນັ້ນ ອາສາສະມັກ 2 ທ່ານ.ໃນໄລຍະຜ່ານມາ ຄະນະໂຄສະນາອົບຮົມແຂວງໄດ້ຈັດຕັ້ງປະຕິບັດຕາມພາລະບົດບາດ,ສິດແລະໜ້າທີ ເປັນນໍາເອົາແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເຜີຍແຜ່ ໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ; ພ້ອມທັງລາຍງານເຖິງບັນດາຜົນສຳເລັດ, ຂໍ້ຈຳກັດ ແລະ ບັນຫາທີ່ຍັງຄົງມີ ລວມເຖິງທິດທາງວຽກງານໃນໄລຍະຕໍ່ໜ້າ. ນອນນັ້ນ ຍັງໄດ້ມີຂໍສະເໜີຕໍ່ກັບຄະນະໂຄສະນາອົບຮົມສູນກາງພັກ ຊ່ວຍກໍ່ສ້າງພະນັກງານ,ປະກອບອຸກອນຮັບໃຊ້ວຽກງານສື່ມວນຊົນ ແລະງົບປະມານ ເພື່ອພັກດັນໃຫ້ວຽກງານຄະນະໂຄສະນາອົບຮົມມີຄວາມເຂັ້ມແຂງ.
ໂອກາດນີ້, ທ່ານ ຄຳພັນ ເຜີຍຍະວົງ ໄດ້ມີຄໍາເຫັນ ໂອ້ລົມແລກປ່ຽນກັບຄະນະນຳ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດວຽກງານຄະນະໂຄສະນາອົບຮົມແຂວງຫຼວງພະບາງຍາດມາໄດ້ຫລາຍດ້ານທີ່ພົ້ນເດັ່ນ,ແລະມີຄໍາເຫັນ ເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຍົກສູງຄຸນນະພາບວຽກງານໂຄສະນາ-ອົບຮົມ, ກຳແໜ້ນສະພາບການ, ຕິດຕາມບັນຫາທີ່ສັງຄົມສົນໃຈ ແລະ ເສີມສ້າງປະສິດທິຜົນວຽກງານໂຄສະນາ-ເຜີຍແຜ່ໃຫ້ສອດຄ່ອງກັບສະພາບການ. ການປັບປຸງກົງຈັກພາຍຫຼັງໄດ້ໂຮມວຽກງານສື່ມວນຊົນເຂົ້າຄະນະໂຄສະນາອົບຮົມ,ຊັບຊ້ອນບຸກຄະລາກອນໃຫ້ເໜາະສົມກັບວຽກງານ,ໜູນໃຊ້ພະນັກງານຜູ້ໜຶ່ງເຮັດວຽກໄດ້ຫຼາຍວຽກ,ສືບຕໍ່ປັບປຸງຮັກສາ ສະຖານີ ວິທະຍຸໂທລະພາບໃຫ້ໃຊ້ງານໄດ້ປົກກະຕິ, ຍົກສູງພາລະບົດບາດກອງປະຊຸມໃຫຍ່ຄັ້ງທີ I ສື່ມວນຊົນ, ແລະ ໄດ້ຊຸກຍູ້ໃຫ້ພະນັກງານໃນຂະແໜງໂຄສະນາ-ອົບຮົມ ເອົາໃຈໃສ່ພັດທະນາຄວາມຮູ້, ຄວາມສາມາດ ແລະ ທັກສະວິຊາສະເພາະ, ປັບປຸງວິທີການເຮັດວຽກໃຫ້ວ່ອງໄວ, ຖືກຕ້ອງ, ທັນເຫດການ ແລະ ສາມາດຕອບສະໜອງຕໍ່ວຽກງານໃນຍຸກດິຈິຕອນ.ການຢ້ຽມຢາມ ແລະ ໂອ້ລົມຄັ້ງນີ້ ເປັນການກຳແໜ້ນສະພາບການວຽກງານຢູ່ພື້ນຖານ, ຮັບຟັງບັນຫາ ແລະ ຂໍ້ສະເໜີຈາກຄະນະໂຄສະນາອົບຮົມແຂວງ ພ້ອມທັງເປັນການຊີ້ນຳແນວທາງໃນການສືບຕໍ່ພັດທະນາວຽກງານໂຄສະນາ-ອົບຮົມ ໃຫ້ມີຄຸນນະພາບ, ຮອບດ້ານ ແລະ ທັນຕໍ່ສະພາບການ.
ໃນໂອກາດການລົງມາເຄື່ອນໄຫວເຮັດວຽກຢູ່ແຂວງຫຼວງພະບາງຄັ້ງນີ້, ທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ,ໄດ້ໂອ້ລົມພະນັກງານຄະນະໂຄສະນາອົບຮົມ ແຂວງ ແລ້ວ ໄດ້ ລົງຢຽມຢາມ ເບິ່ງ ການຈັດຕັ້ງປະຕິບັດຕົວຈິງ ຢູ່ ສະຖານີເຄື່ອງສົ່ງ ວິທະຍຸແຂວງ ຕັ້ງຢູ່ ບ້ານ ສັງຄະໂລກ ແລະ ສະຖານີ ເຄື່ອງສົ່ງ ໂທລະພາບແຫ່ງຊາດ ຕັ້ງຢູ່ບ້ານ ຜານົມ ນະຄອນຫຼວງພະບາງ ຕື່ມອີກ.
ພາບ-ຂ່າວ: ທະນູສິນ ອິດທິພົນ






