ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ນໍາພາຄະນະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ຢູ່ ເມືອງນານ.

ໃນຕອນເຊົ້າວັນທີ 23 ສິງຫາ 2026 ນີ້, ທ່ານ ຄໍາພັນ ເຜີຍຍະວົງ ,ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,ຮອງປະທານສະພາທິດສະດີສູນກາງພັກ,ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຕິດຕາມ ແລະ ມອບເຄື່ອງຊ່ວຍເຫລືອ ໃຫ້ປະຊາຊົນ ທີ່ປະສົບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 19 ສິງຫາ 2026ຜ່ານມາ ຈຳນວນ 5 ບ້ານ ຢູ່ເມືອງນານ ແຂວງ ຫຼວງພະບາງ ໃນນັ້ນ 2 ບ້ານ ໄດ້ຖືກນ້ໍາຖ້ວມເຮືອນມີ: ບ້ານສີບຸນເຮືອງ, ບ້ານນາເລົາ; ບ້ານທີ່ມີດິນເຈື່ອນ ມີ 3 ບ້ານ: ບ້ານ ໂພນໄຊ, ບ້ານນາເມືອງໃຫຍ່ ແລະ ບ້ານ ກາງ,ໂດຍມີ ທ່ານ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ , ພ້ອມດ້ວຍການນໍາຂັ້ນແຂວງ ແລະ ພະນັກງານຫລັກແຫລ່ງເມືອງນານ ໃຫ້ການຕ້ອນຮັບ.
     ທ່ານ ໄຊນະຄອນ ສຸດທິດາ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງນານ ໄດ້ຕ່າງໜ້າໃຫ້ກັບການນໍາເມືອງ ນານ ກ່າວຕ້ອນຮັບ ພ້ອມທັງລາຍງານເຫດການນ້ຳຖ້ວມຄັ້ງນີ້ ວ່າ: ເຫດເກີດຂຶ້ນໃນເວລາປະມານ 2 ໂມງເຊົ້າ ຂອງວັນທີ 19 ສິງຫາ 2026 ເນື່ອງຈາກຝົນຕົກໜັກ ເຮັດໃຫ້ນ້ຳນານເພີ່ມສູງຂຶ້ນຢ່າງໄວວາ ແລະ ໄຫລເຂົ້າຖ້ວມເຮືອນຂອງປະຊາຊົນ, ຕາມການເກັບກຳຂໍ້ມູນເບື້ອງຕົ້ນລະບຸວ່າ ມີຄອບຄົວຖືກຜົນກະທົບລວມ 122 ຄອບຄົວ, ປະຊາກອນ 574 ຄົນ, ເປັນຍິງ 244 ຄົນ, ໃນນັ້ນ, ບ້ານນາເລົາ ມີ 5 ຄອບຄົວ ໄດ້ຮັບຜົນເສຍຫາຍ, ສ່ວນບ້ານສີບຸນເຮືອງ 30 ຄອບຄົວ. ສຳລັບດ້ານກະສິກຳ ມີເນື້ອທີ່ນາເສຍຫາຍຫລາຍກວ່າ 14 ເຮັກຕາ ແລະ ເນື້ອທີ່ສວນມັນຕົ້ນເສຍຫາຍ ຫລາຍກວ່າ 1 ເຮັກຕາ, ສ່ວນເນື້ອທີ່ນາທີ່ຖືກຜົນກະທົບລວມທັງໝົດ ພວມຢູ່ໃນຂັ້ນຕອນສຳຫລວດ ແລະ ສັງລວມຂໍ້ມູນ.
         ໃນໂອກາດດັ່ງກ່າວ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ສະ ແດງຄວາມເຫັນອົກເຫັນໃຈ ແລະ ເປັນຫ່ວງເປັນໃຍ ຕໍ່ຜົນເສຍຫາຍທີ່ເກີດຂຶ້ນ ໂດຍສະເພາະ ຜົນກະ ທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນ, ພ້ອມທັງເນັ້ນໃຫ້ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບາງດ້ານ ເປັນ ຕົ້ນ ໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງ,ຂັ້ນເມືອງ ແລະ ທຸກໜ່ວຍງານທີ່ກ່ຽວຂ້ອງ ສືບຕໍ່ສຸມທຸກກຳລັງແຮງເຂົ້າໃນການຊ່ວຍເຫລືອ ແລະ ເບິ່ງແຍງຜູ້ປະສົບໄພ ຄວບຄູ່ກັບການເຝົ້າລະວັງ ແລະ ຕິດຕາມປະຊາ ຊົນທີ່ອາໄສຢູ່ໃນເຂດສ່ຽງ, ພ້ອມທັງເລັ່ງຟື້ນຟູຜົນກະທົບໃນໄລຍະຜ່ານມາ ໃຫ້ກັບຄືນສູ່ສະພາບປົກ ກະຕິໂດຍໄວ. ປະຊາຊົນຕ້ອງເພີ່ມຄວາມລະມັດລະວັງ, ເບິ່ງແຍງລູກຫລານ ແລະ ຕິດຕາມຂ່າວສານກ່ຽວກັບສະພາບອາກາດ ຢ່າງເປັນປົກກະຕິ, ຄວບຄູ່ກັບການເອົາໃຈໃສ່ດ້ານສຸຂະອະນາໄມ, ນ້ຳສະອາດ ແລະ ການປ້ອງກັນພະຍາດລະບາດ ທີ່ອາດເກີດຂຶ້ນພາຍຫລັງນ້ຳຖ້ວມ.
ຫລັງຈາກນັ້ນ, ທ່ານ ຄໍາພັນ ເຜີຍຍະວົງ ໄດ້ມອບ ເຄື່ອງອຸປະໂພກ-ບໍລິໂພກ ລວມມູນຄ່າ 293 ລ້ານກີບ , ໃຫ້ແກ່ອົງການປົກຄອງເມືອງນານ ເພື່ອນໍາໄປມອບຕໍ່ໃຫ້ປະຊາຊົນ ແກ້ໄຂຜົນກະທົບ ຈາກໄພພິບັດທຳມະຊາດ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ. ໃນໂອກາດທ່ານ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວທີ່ເມືອງນານນີ້,ການນໍາຂອງເມືອງໄດ້ນໍາພາຄະນະລົງເບິ່ງສະຖານທີທີ່ຖືກຜົນກະທົບຢູ່ ສອງ ບ້ານຄື: ບ້ານ ສີບຸນເຮືອງ ແລະ ບ້ານ ນາເລົາ ຕື່ມອີກ.
ພາບ-ຂ່າວ: ທະນູສິນ ອິດທິພົນ