ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຣັດເຊຍ ເຂົ້າສູ່ລວງເລິກ
ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຣັດເຊຍ ທີ່ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະ ທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີອະດີດສະຫະພາບໂຊວຽດ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອພາລະກິດປະຕິວັດ ຂອງສປປ ລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມື ຂອງພວກເຮົາມາຈົນເຖິງທຸກມື້ນີ້.
ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນລະຫວ່າງ ລາວ–ຣັດເຊຍ ນັ້ນແມ່ນ ການ ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງ ລະຫວ່າງ ລາວ ແລະ ສະຫະພາບ ໂຊວຽດ ເມື່ອວັນທີ 7 ຕຸລາ 1960. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ໃນປີ 1975 ສະຫະພາບ ໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງຫຼວງຫຼາຍ ໃຫ້ແກ່ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫຼັງສົງຄາມທຳລາຍອັນໜັກໜ່ວງ, ສະຫະພາບໂຊຫວຽດໄດ້ໃຫ້ການຊ່ວຍເຫຼືອ ລາວ ໃນການຮຳບາດແຜສົງຄາມ, ການສຶກສາ, ສາທາລະນະສຸກ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຟື້ນຟູເສດຖະກິດ. ວັນທີ 31 ທັນວາ 1991 ສປປ ລາວ ໄດ້ປະກາດຮັບຮູ້ ສະຫະພັນ ຣັດເຊຍ ເປັນຜູ້ສືບທອດທີ່ຖືກຕ້ອງ ຈາກສະຫະພາບ ໂຊຫວຽດ, ຫຼັງຈາກນັ້ນ, ໄດ້ລົງນາມສົນທິສັນຍາ ວ່າດ້ວຍພື້ນຖານ ການພົວພັນມິດຕະພາບ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບສະຫະພັນ ຣັດເຊຍ ໃນປີ 1994 ເພື່ອເສີມສ້າງສາຍພົວພັນຮ່ວມມືໃນໄລຍະໃໝ່. ປີ 2011, ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດດ້ານຄວາມໝັ້ນຄົງໃນພາກພື້ນອາຊີ–ປາຊີຟິກ; ປີ 2013 ໄດ້ມີການສ້າງສູນວັດທະນະທຳ ແລະ ວິທະຍາສາດຂອງຣັດເຊຍຄືນໃໝ່ ຢູ່ ນະຄອນຫຼວງວຽງຈັນ ອັນໄດ້ປະກອບສ່ວນສຳຄັນໃນການສົ່ງເສີມວຽກງານແລກປ່ຽນວັດທະນະທຳ ແລະ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນລາວ ແລະ ປະຊາຊົນຣັດເຊຍ. ນັບແຕ່ ປີ 2014 ເປັນຕົ້ນມາ ການພົວພັນຮ່ວມມື ລາວ-ຣັດເຊຍ ໄດ້ຮັບການເປີດກວ້າງ ໄປສູ່ເກືອບທຸກຂະແໜງການຮ່ວມມື ທີ່ສອງຝ່າຍມີທ່າແຮງ.
ຜົນສຳເລັດທີ່ໜ້າຍິນດີໃນການຮ່ວມມື ດ້ານການເມືອງ ແລະ ຄວາມຫມັ້ນຄົງ, ສອງຝ່າຍໄດ້ແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ໃນຫລາຍລະດັບ ແລະ ຫຼາຍຂົງເຂດວຽກງານ ນັບແຕ່ລະດັບ ວິຊາການ ຈົນເຖິງ ການນໍາລະດັບສູງຂອງສອງປະເທດ; ການພົວພັນໃນຂອບວຽກງານສາຍພັກ, ກໍໄດ້ມີການພົວພັນກັນຢ່າງສະໜິດແໜ້ນ; ສະຫະພັນ ຣັດເຊຍ ໄດ້ສືບຕໍ່ສ້າງບຸກຄະລາກອນ ໃນຂົງເຂດຕ່າງໆ ລວມທັງ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເວົ້າສະເພາະ, ນອກຈາກນັ້ນ ສ. ຣັດເຊຍ ຍັງໄດ້ສືບຕໍ່ຊ່ວຍເຫຼືອລາວ ທາງດ້ານການສຶກສາ, ສາທາລະນະສຸກຕື່ມອີກ. ຊຸມປີຫຼັງມານີ້, ຣັດເຊຍ ໄດ້ສົ່ງທີມວິຊາການ ມາຊ່ວຍເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ ສປປ ລາວ ທີ່ຕົກຄ້າງມາແຕ່ສະໄໝສົງຄາມ ຈາກການຖິ້ມລະເບີດ ຂອງກອງທັບອາກາດ ສະຫະລັດ ອາເມຣິກາ ຊຶ່ງຖືວ່າເປັນຮ່ອງຮອຍເສດເຫຼືອຈາກສົງຄາມ ທີ່ສ້າງຄວາມເຈັບປວດໃຫ້ແກ່ ປະຊາຊົນ ລາວ ແລະ ເຮັດໃຫ້ຄົນ ລາວສືບຕໍ່ປະສົບກັບຄວາມຫາຍະນະຈົນເທົ່າທຸກວັນນີ້. ນັ້ນສະແດງ ເຖິງການຮ່ວມມືທາງດ້ານມະນຸດສະທຳ ທີ່ສະຫະພັນຣັດເຊຍ ມີຕໍ່ປະຊາຊົນລາວ. ປະຊາຊົນລາວ ຍາມໃດກໍຈົດຈຳ, ຮູ້ບຸນຄຸນ ຕໍ່ນໍ້າໃຈອັນງົດງາມ ແລະ ສູງສົ່ງຂອງ ລັດຖະບານ ແລະ ປະຊາຊົນ ຣັດເຊຍ ຢ່າງບໍ່ມີວັນຫຼົງລືມໄດ້.
ປີນີ້ ຢູ່ມົດສະກູ ໄດ້ມີພິທີອັນຍິ່ງໃຫຍ່ ເພື່ອສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງ ມະຫາໄຊຊະນະສົງຄາມປົກປ້ອງປິຕຸພູມ ຂອງສະຫະພັນຣັດເຊຍ ທີ່ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2025, ເຊິ່ງເປັນເຫດການໜຶ່ງທີ່ສໍາຄັນໃນປະຫວັດສາດຂອງປະຊາຊາດໃນໂລກຢູ່ໃນພິທີທີ່ຍິ່ງໃຫຍ່ນັ້ນ. ສປປ ລາວກໍໄດ້ຮັບກຽດເປັນຢ່າງສູງທີ່ ໄດ້ສົ່ງກ້ອນກໍາລັງທີ່ເປັນຕົວແທນຂອງຕົນ ເຂົ້າຮ່ວມເດີນສວນສະໜາມ ຢູ່ທີ່ຈະຕຸລັດແດງ ທີ່ຍິ່ງໃຫຍ່ໃນວັນບຸນມະໂຫລານ ທີ່ຍິ່ງໃຫຍ່ດັ່ງກ່າວ.
ການຮ່ວມມືດ້ານເສດຖະກິດ – ການຄ້າ, ການລົງທຶນຂອງສອງປະເທດ ກໍກຳລັງມີຄວາມຄືບໜ້າມາເປັນລຳດັບ, ເປັນຕົ້ນແມ່ນດ້ານອຸດສາຫະກຳຂຸດຄົ້ນປຸງແຕ່ງແຮ່ທາດ, ດ້ານພະລັງງານ ແລະ ອື່ນໆ.
ການຮ່ວມມືດ້ານການສຶກສາ, ສາທາລະນະສຸກ, ການແລກປ່ຽນດ້ານວັດທະນະທຳ ແລະ ຂົງເຂດອື່ນໆ ກໍມີຜົນສຳເລັດຫຼາຍດ້ານໃນຕະຫຼອດຫຼາຍທົດສະວັດຜ່ານມາ, ໂດຍສະເພາະແມ່ນ ຂະແຫນງການກໍ່ສ້າງຊັບພະຍາກອນມະນຸດ ທີ່ເປັນມູນເຊື້ອທີ່ສະຫະພັນຣັດເຊຍໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ ລາວມາແລ້ວນັ້ນ ອັນໄດ້ເຮັດໃຫ້ບຸກຄະລາກອນເຫຼົ່ານັ້ນກາຍເປັນກຳລັງແຮງອັນໃຫຍ່ຫຼວງໃນການສ້າງສາພັດທະນາປະເທດຊາດຂອງລາວ ຈົນເຖິງປັດຈຸບັນນີ້ ແລະ ໃນອະນາຄົດ.
ປັດຈຸບັນການໄປມາຫາສູ່ເຊິ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນ ກັບປະຊາຊົນ ແມ່ນນັບມື້ນັບຂະຫຍາຍຕົວ, ຕົວເລກນັກທ່ອງທ່ຽວ ຈາກ ຣັດເຊຍ ເດີນທາງມາທ່ອງທ່ຽວ ສປປ ລາວ ເພີ່ມຂຶ້ນ ທຸກປີ, ສຳລັບປີ 2024 ມີປະມານ 48.000 ກວ່າ ເທື່ອຄົນ ແລະ ຫວັງວ່າ ຈະໄດ້ຮັບຕ້ອນນັກທ່ອງທ່ຽວຈາກ ຣັດເຊຍ ເພື່ອນມິດ ນັບມື້້ນັບຫຼາຍຂຶ້ນ.
ສຳລັບ ການຮ່ວມມືໃນຂອບຫລາຍຝ່າຍ, ສອງຝ່າຍໄດ້ໃຫ້ການສະຫນັບສະຫນູນ ເຊິ່ງກັນແລະກັນ ຢ່າງສະເໝີຕົ້ນສະເໝີປາຍ, ມີທັດສະນະທີ່ຄ້າຍຄືກັນໃນຫຼາຍບັນຫາ, ສະໜັບສະໜູນບັນດາຫຼັກການພື້ນຖານຂອງການພົວພັນສາກົນ, ສົ່ງເສີມລັດທິຫຼາຍຝ່າຍ ແລະ ການສ້າງລະບຽບໂລກຫຼາຍຂົ້ວທີ່ມີຄວາມເປັນທຳ. ຕະຫຼອດໄລຍະທີ່ຜ່ານມາບົດບາດຂອງຣັດເຊຍ ທີ່ເປັນໜຶ່ງໃນເສົາຄໍ້າ ຂອງສັນຕິພາບ ແລະ ຄວາມໝັ້ນຄົງຂອງໂລກ.
ໃນຂອບ ອາຊຽນ, ຣັດເຊຍ ກໍເປັນໜຶ່ງໃນບັນດາຄູ່ເຈລະຈາ ທີ່ສໍາຄັນຂອງ ອາຊຽນ, ສປປ ລາວ ຕີລາຄາສູງການພົວພັນຮ່ວມມື ຢ່າງມີໝາກຜົນ ລະຫວ່າງ ອາຊຽນ ແລະ ຣັດເຊຍ ຕະຫຼອດໄລຍະຫຼາຍກວ່າ 3 ທົດສະວັດ ທີ່ຜ່ານມາ. ໃນປີ 2016 ໃນຖານະທີ່ ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ຄັ້ງທີ 2 ແລະ ໄດ້ເປັນປະທານຮ່ວມ ກັບ ທ່ານປະທານາທິບໍດີ ວະລາດີເມຍ ປູຕິນ ສະເຫຼີມສະຫຼອງ ການພົວພັນຮ່ວມມື ອາຊຽນ-ຣັດເຊຍ ຄົບຮອບ 20 ປີ ທີ່ໂຊຈິ ດ້ວຍຜົນສຳເລັດຢ່າງຈົບງາມ. ໃນຖານະທີ່ ອາຊຽນ-ຣັດເຊຍ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2018, ສປປ ລາວ ມີຄວາມຍິນດີ ທີ່ເຫັນວ່າ ຣັດເຊຍ ມີການປະກອບສ່ວນທີ່ສຳຄັນ ເຂົ້າໃນການສະ ໜັບສະໜູນ ແລະ ຍົກສູງບົດບາດຄວາມເປັນແກນກາງຂອງ ອາຊຽນ ໃນບັນດາກົນໄກຮ່ວມມືດ້ານຕ່າງໆ, ພ້ອມກັນນັ້ນ ໄດ້ໃຫ້ຄວາມສຳຄັນໃນການຈັດຕັ້ງຜັນຂະຫຍາຍ ຄູ່ຮ່ວມຍຸດທະສາດແນໃສ່ຍົກລະດັບການພົວພັນຮ່ວມມື ອາຊຽນ-ຣັດເຊຍ ໃຫ້ກ້າວໄປສູ່ຍອດສູງໃໝ່ ແລະ ປີ 2026 ທີ່ຈະມາເຖິງນີ້, ທັງສອງຝ່າຍຈະໄດ້ຮ່ວມກັນ ສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງຂີດໝາຍທີ່ສຳຄັນ ຂອງການພົວພັນຮ່ວມມື ອາຊຽນ-ຣັດເຊຍ.
ການເດີນທາງໄປຢ້ຽມຢາມ ຣັດເຊຍ ຂອງປະທານປະເທດ ລາວໃນຄັ້ງນີ້ ພໍດີກັບໂອກາດ ທີ່ມີຄວາມສຳຄັນເປັນພິເສດ ຄືເປັນປີ ສະເຫຼີມສະຫຼອງ ຄົບຮອບ 80 ປີ ແຫ່ງມະຫາໄຊຊະນະ ຂອງສົງຄາມປົກປ້ອງປິຕຸພູມ ຂອງ ຣັດເຊຍ ແລະ ເປັນປີ ຄົບຮອບ 65 ປີ ຂອງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຣັດເຊຍ (7/10/1960 – 7/10/2025) ແລະ ຄົບຮອບ 60 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ ແລະ ຣັດເຊຍ-ລາວ, ເຊິ່ງເປັນໂອກາດດີທີ່ ການນຳຂັ້ນສູງຂອງທັງສອງປະເທດຈະໄດ້ຮ່ວມກັນທົບທວນມູນເຊື້ອຂອງມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດໃນໄລຍະຜ່ານມາ ແລະ ຮ່ວມກັນກຳນົດທິດທາງໃນການພົວພັນຮ່ວມມື ຮອບດ້ານ ລະຫວ່າງສອງປະເທດໃນອະນາຄົດ ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງຊາດພວກເຮົາ.
ປັດຈຸບັນຈຳນວນອະດີດນັກສຶກສາ, ນັກຄົ້ນຄວ້າ ລາວ ຈຳນວນຫຼາຍຮ້ອຍ ຫຼາຍພັນຄົນ ທີ່ໄດ້ສຶກສາຮໍ່າຮຽນ ແລະ ດຳລົງຊີວິດ ຢູ່ ສ. ຣັດເຊຍໄດ້ກາຍເປັນການນຳຂັ້ນສູງ ແລະ ຊ່ຽວຊານຢູ່ ສປປ ລາວ ນັ້ນໄດ້ສະແດງເຖິງຄວາມພາກພູມໃຈ ຕໍ່ການເຕີບໃຫຍ່ຂະຫຍາຍຕົວທີ່ໄວວາ ແລະ ກ້າວໜ້າ ຢ່າງມະຫັດສະຈັນ ຂອງປະເທດ ຣັດເຊຍ ເພື່ອນມິດ. ການມາຢ້ຽມຢາມ ຣັດເຊຍ ຂອງປະທານປະເທດລາວຄັ້ງນີ້ ກໍເປັນອີກຄັ້ງໜຶ່ງທີ່ຖືວ່າ ໄດ້ກັບມາຫາເພື່ອນມິດສະຫາຍ ທີ່ເປັນເພື່ອນຜູ້ໃກ້ຊິດທີ່ສຸດກັບຕົນ ເໝືອນຄົນໃນຄອບຄົວດຽວກັນ, ຂອບໃຈ ແລະ ຮູ້ບຸນຄຸນ ເປັນຢ່າງສູງ ທີ່ຜືນແຜ່ນດິນ ທີ່ຍິ່ງໃຫຍ່ແຫ່ງນີ້ ທີ່ມີຄູອາຈານ ແລະ ເພື່ອນສະຫາຍ ຣັດເຊຍ ທີ່ເຄົາລົບນັບຖື ແລະ ຮັກແພງ ໄດ້ໃຫ້ການອຸປະຖໍາ ຄໍ້າຊູ ລ້ຽງດູ ແລະ ໃຫ້ຄວາມຮູ້, ຄວາມຊົງຈຳທີ່ດີ ແກ່ຄົນລາວທຸກຄົນ ຢ່າງບໍ່ມີວັນຈະຫຼົງລືມໄດ້.