ໃນຕອນບ່າຍຂອງວັນທີ 12 ກັນຍາ 2025 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດກົງຈັກການຈັດຕັ້ງ ຢູ່ທີ່ ຫ້ອງປະຊຸມໃຫຍ່ ຄອສພ; ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ເຂົ້າຮ່ວມມີ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ຄະນະໂຄສະນາອົບຮົມສູນກາງພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.
ໃນພິທີ ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນກ່າວຈຸດປະສົງເພື່ອສືບຕໍ່ປະຕິບັດຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 216/ຄຈສພ ລົງວັນທີ 13 ມິຖຸນາ 2025ກ່ຽວກັບການສືບຕໍ່ຄົ້ນຄວ້າປັບປຸງກົງຈັກຂັ້ນພະແນກໃຫ້ມີຈໍານວນກະທັດຮັດ ແລະ ຮັບປະກັນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຜົນສໍາເລັດ, ສືບຕໍ່ຄົ້ນຄວ້າເປົ້າໝາຍຜູ້ທີ່ມີເງື່ອນໄຂອອກພັກການຮັບອຸດໜູນບໍານານ ແລະ ສັບຊ້ອນພະນັກງານແຕ່ລະຂັ້ນ ພ້ອມທັງຜ່ານ ຂໍ້ຕົກລົງ ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງ ຄະນະໂຄສະ ນາອົບຮົມສູນກາງພັກ, ຜ່ານມະຕິຕົກລົງ ວ່າດ້ວຍການຍຸບ ແລະ ຮັບຮອງບັນດາ ໜ່ວຍພັກ, ຄະນະພັກຮາກຖານຢູ່ພາຍໃນອົງຄະນະພັກຄະ ນະໂຄສະນາອົບຮົມສູນກາງພັກ, ຜ່ານຂໍ້ຕົກລົງ ວ່າດ້ວຍການຍຸບພະແນກ ແລະ ຮັບຮອງບັນ ດາພະແນກຂອງບັນດາກົມ, ທຽບເທົ່າກົມຢູ່ພາຍໃນຄະນະ ໂຄສະນາອົບຮົມສູນກາງພັກ, ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກ ພັກການ-ຮັບອຸດໜູນບ້ານານ, ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າບັນ ນາທິການໃຫ່ຍໜັງສືພິມປະຊາຊົນ; ຫຼັງຈາກນັ້ນ ທ່ານ ນັນທະພົນ ວິວັດທະນາ ຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ພະນັກງານການນໍາຂັ້ນສູງອອກພັກການຮັບອຸດໜູນບຳນານ ສະບັບເລກທີ 586/ຄລສພ, ລົງວັນທີ 23/06/2025, ມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງບັນດາຫົວໜ້າກົມ.
ໃນຕອນທ້າຍພິທີ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີປະກາດກົງຈັກການຈັດຕັ້ງຄັ້ງນີ້ຖືວ່າເປັນເຫດການໜຶ່ງທີ່ມີຄວາມໝາຍຄວາມສໍາຄັນ ແລະ ເປັນບາດກ້າວໃໝ່ໃນການຍົກລະດັບວຽກງານໂຄສະນາອົບຮົມພວກເຮົາ ແນ່ໃສ່ເພີ່ມທະວີປະສິດທິພາບໃນການນໍາພາ, ຊີ້ນໍາວຽກງານໂຄສະນາອົບຮົມ ໃຫ້ຫັນເປັນທັນສະໄໝມີຄວາມວ່ອງໄວທັນກັບສະພາບການ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ມີຜົນສໍາເລັດ ແລະ ໃຫ້ມີປະສິດທິຜົນສູງກວ່າເກົ່າ, ຕໍໍ່ກັບບັນດາສະຫາຍ ທີ່ເຂົ້າຮັບອຸດໜູນບໍານານໃນຄັ້ງນີ້, ຕະຫຼອດໄລຍະຜ່ານມາ ບັນດາສະຫາຍໄດ້ປະກອບສ່ວນຢໍ່າງໃຫຍ່ຫຼວງເຂົ້າໃນວຽກງານໂຄສະນາອົບຮົມສູນກາງພັກ, ໄດ້ທຸມເທເຫື່ອແຮງ ແລະ ສະຕິປັນຍາຢ່າງບໍໍ່ຮູ້ອິດຮູ້ເມື່ອຍ ຕໍໍ່ການປະຕິບັດໜ້າທີ່ການເມືອງ ດ້ວຍຄວາມຮັບຜິດຊອບສູງ ປະກອບສ່ວນເຂົ້າໃນວຽກງານທີ່ຕົນເອງຮັບຜິດຊອບ ແລະ ມີຜົນສໍາເລັດໃນຫຼາຍດ້ານເປັນກ້າວໆມາ, ຜົນງານ ແລະ ຄຸນງາມຄວາມດີຂອງບັນດາສະຫາຍ ຖືເປັນບົດຮຽນອັນລໍ້າຄໍ່າຈາລຶກໄວ້ໃນຄວາມຊົງຈໍາຂອງ ພະນັກງານຮຸ່ນຫຼັງຕະຫອດໄປ. ຕໍໍ່ກັບບັນດາສະຫາຍທີ່ໄດ້ຮັບໜ້າທີໃໝ່ ແລະ ການເລື່ອນຊັ້ນເລື່ອນຕໍາແໜ່ງໃໝ່ ໃນຄັ້ງນີ້ລ້ວນແຕ່ແມ່ນຜູ້ມີມາດຖານເງື່ອນໄຂຄົບຖ້ວນ, ເປັນຜູ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ບົດຮຽນໃນການຈັດຕັ້ງປະຕິບັດວຽກຕົວຈິງມາແລ້ວ ໃຫ້ພວກສະຫາຍສືບຕໍໍ່ມູນເຊື້ອ ແລະ ຕ້ອງໄດ້ພັດທະນາຕົນເອງໃນການໄປຍົກລະ ດັບເລື້ອຍໆ ໃຫ້ທັນກັບຄວາມຮຽກຮ້ອງຕ້ອງການຂອງໜ້າການເມືອງທີ່ຕົນເອງຮັບຜິດຊອບ;
ເພື່ອເສີມຂະຫຍາຍມູນເຊື້ອ ແລະ ຍົກສູງວຽກໂຄສະນາ ແລະ ສື່ມວນຊົນ ໄປສູ່ຄຸນນະພາບໃໝ່,ມີຄວາມທັນສະໄໝວ່ອງໄວທັນກັບສະພາບການນັ້ນທ່ານຍັງໄດ້ເນັ້ນບາງບັນຫາດັ່ງນີ້:
1). ພາຍຫຼັັງການປັບປຸງກົງຈັກໃນເທື່ອນີ້ແລ້ວ, ໃຫ້ບັນດາສະຫາຍເລຂາໝ່ວຍພັກ, ຫົວໜ້າກົມ ໃນຄະນະໂຄສະນາອົບຮົມສູນກາງພັກ ສືບຕໍໍ່ສຸມໃສ່ປັບປຸງກົງຈັກການຈັດຕັ້ງຂັ້ນພະແນກຂອງຕົນໃຫ້ມີຜົນສໍາເລັດໂດຍໄວ ພ້ອມກັນນີ້ກໍໍ່ໃຫ້ຮີບຮ້ອນສືບຕໍໍ່ກະກຽມດໍາເນີນກອງປະຊຸມໃຫຍ່ຂອງໜ່ວຍພັກຂອງຕົນໃຫ້ໄປຕາມແຜນການທີ່ວາງໄວ້.
2). ໃຫ້ບັນດາສະຫາຍທີ່ເປັນຫຼັກແຫຼ່ງຢູ່ໃນທຸກກົມ ສືບຕໍ່ສຶກສາອົບຮົມການເມືອງແນວຄິດພະນັກງານ-ລັດຖະກອນ ໃຫ້ເຂົ້າໃຈແຈ້ງຕື່ມ ກ່ຽວກັບຈຸດປະສົງ ແລະ ເປົ້າໝາຍ ຂອງການປັບປຸງກົງຈັກການຈັດຕັ້ງໃນຄັ້ງນີ້ ແມ່ນເພື່ອແນ່ໃສ່ເຮັດໃຫ້ກົງຈັກກະທັດຫັດແຕ່ມີຄຸນນະພາບ, ໃຫ້ແທດເໝາະກັບຕໍາແໜ່ງ ແລະ ຄວາມຮູ້ຄວາມສາມາດຕົວຈິງ ຂອງພະນັກງານແຕ່ລະຄົນ.
3). ໃຫ້ສືບຕໍໍ່ຂຶ້ນແຜນຈັດຕັ້ງຝຶກອົບຮົມ, ບໍາລຸງ-ກໍໍ່ສ້າງພະນັກງານໂຄສະນາອົບຮົມ, ພະນັກງານທີ່ເຮັດວຽກງານສື່ສານມວນຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮູ້ຄວາມສາມາດສູງ, ມີຄວາມຊໍານານງານ (ຫັນເປັນມືອາຊີບ) ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່.
4). ສືບຕໍໍ່ສ້າງການຫັນປ່ຽນຢ່າງແຂງແຮງ ທາງດ້ານເນື້ອໃນ ແລະ ຮູບການ ໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ ແລະ ສື່ມວນຊົນ ເພື່ອສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່່ການເມືອງໃນໄລຍະໃໝ່; ຈັດຕັ້ງໂຄສະນາອົບຮົມ ໃຫ້ເປົ້າໝາຍຕ່າງໆ ດ້ວຍຫຼາຍຮູບການ, ດ້ວຍຫຼາຍວິທີການ ໂດຍສະເພາະການຕອບສະພາບການຕົວຈິງໃຫ້ວ່ອງໄວທັນການ ຕິດພັນກັບວຽກງານດັ່ງກ່າວນີ້ ພວກເຮົາຈະຕ້ອງໄດ້ປະສານສົມທົບກັບຄະນະໂຄສະນາອົບຮົມບັນດາກະຊວງ-ອົງການ, ບັນດາອົງການສື່ຕ່າງໆ ທັງພາກລັດ ແລະ ສື່ຂອງເອກະຊົນທົ່ວປະເທດ ໃນການປັບປຸງກົນໄກການເຄື່ອນໄຫວການປະສານສົມທົບ ໃຫ້ມັນວ່ອງໄວທັນສະໄໝ ແລະ ທັນກັບສະພາບການ;
5). ສືບຕໍໍ່ພັດທະນາວຽກສື່ມວນຊົນ (ວຽກງານຖະແຫຼງຂ່າວ)ໃຫ້ສອດຄ່ອງກັບຍຸກສະໄໝ, ໂດຍສຶກສາໝູນໃຊ້ບົດຮຽນອັນດີຂອງສື່ອື່ນໆ ຈາກພາຍໃນ ແລະ ຕ່າງປະເທດ, ພ້ອມກັນນັ້ນ ກໍໍ່ຕິດຕາມ, ຊຸກຍູ້ການຈັດຕັ້ງ ແລະ ການເຄື່ອນໄຫວຂອງວຽກງານສື່ມວນຊົນ ຢູ່ທ້ອງຖິ່ນຕ່າງໆ ໃຫ້ເປັນກະບອກສຽງທີ່ດີຂຶ້ນຕື່ມ, ເພີ່ມທະວີການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະປະເທດເພື່ອນມິດ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອ ແລະ ການຮ່ວມມືໃຫ້ນັບມື້ນັບຫຼາຍຂຶ້ນ.