ໃນລະຫວ່າງວັນທີ 23-24 ກັນຍາ 2025 ຢູ່ທີ່ສະໂມສອນ (ຫ້ອງກຸຫຼາບລ້ານປີ) ສໍານັກງານປົກຄອງແຂວງ ໄຊສົມບູນ, ໄດ້ເປີດຊຸດຝຶກອົບຮົມວຽກງານອົບຮົມໃຫ້ແກ່ພະນັກງານໂຄສະນາອົບຮົມຂັ້ນຕ່າງໆ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງ ແຂວງ ໄຊສົມບູນ, ທ່ານ ນ. ຄໍາສີ ສິດທີວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໄຊສົມບູນ ແລະ ສະຫາຍ ລີຈາວ ໄຊເຍ່ຍຊ່າງ, ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ມີນັກສຳມານາກອນ ຄະນະໂຄສະນາອົບຮົມແຂວງ, ເມືອງ ແລະ ບັນດາພະແນກການອ້ອມຂ້າງແຂວງ, ເຂົ້າຮວ່ມຈຳນວນ 36 ສະຫາຍ, ຍິງ 17 ສະຫາຍ.
ໃນການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດ ເວົ້າລວມ, ເວົ້າສະເພາະ ພະນັກງານໂຄສະນາອົບຮົມແຕ່ລະຂັ້ນ ໄດ້ຮັບຮູ້, ເຂົ້າໃຈຢ່າງເລິດເຊິ່ງກ່ຽວກັບວຽກງານສຶກສາອົບຮົມຂອງພັກເຮົາ, ເອກະສານທີ່ນຳມາອົບຮົມໃນຄັ້ງນີ້ປະກອບມີ 5 ບົດຄື: 1. ວຽກງານໂຄສະນາອົບຮົມຂອງພັກ, 2. ຄວາມຮູ້ພື້ນຖານກຽວກັບວຽກງານອົບຮົມ, 3. ການຂຽນ ແລະ ການປັບປຸງເອກະສານອົບຮົມ, 4. ການບັນລະຍາຍເອກະສານອົບຮົມ, 5. ການຈັດຕັ້ງຝຶກອົບຮົມວຽກງານໂຄສະນາອົບຮົມ.
ໃນໂອກາດດັ່ງກ່າວ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ, ເຈົ້າແຂວງ ແຂວງ ໄຊສົມບູນ ໄດ້ມີຄຳເຫັນຕໍ່ຊຸດຝຶກອົບຮົມວ່າ: ຊຸດຝຶກອົບຮົມວຽກງານອົບຮົມຄັ້ງນີ້ແມ່ນເປັນວຽກງານທີ່ສໍາຄັນ ເພື່ອຍົກສູງວຽກງານຮັບຜິດຊອບຂອງຕົນ, ທັງຮຽກຮ້ອງໃຫ້ບັນດາພະນັກງານຜູ້ທີ່ເຂົ້າຮ່ວມການຝຶກອົບຮົມ ຈົ່ງພ້ອມກັນນໍາເອົາບົດຮຽນໄປຄົ້ນຄວ້າ ແລະ ໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ມີປະສິດທິຜົນສູງ.
ພາບ-ຂ່າວ: ສຸດາພອນ (ກົມອົບຮົມ)