ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນ ຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ພາບ-ຂ່າວ: ນາກກາລາສິນ

          ໃນຕອນເຊົ້າ ຂອງວັນທີ 4 ພະຈິກ 2025 ໄດ້ຈັດພິທີເປີດຊຸດອົບຮົມ ຄວາມຮູ້ພື້ນຖານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ ແລະ ອົບຮົມປະຊາຊົນລຽບຕາມຊາຍເເດນ ຊຶ່ງໄດ້ຈັດຂຶ້ນຢູ່ສະໂມສອນບ້ານໃຫຍ່ພັດທະນານໍ້າປຸກ ໂດຍການເປັນປະທານຂອງ ສະຫາຍ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ແລະ ສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ສະຫາຍ ຄໍາຈັນ ຄໍາສຸພາສິດ ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກງານພັກ-ພະນັກງານ. ພ້ອມດ້ວຍພະນັກ ງານວິຊາການຈາກກົມອົບຮົມ, ເເຂວງ, ເມືອງ ແລະ ເລຂາຄະນະພັກຮາກຖານກຸ່ມບ້ານຫ້ວຍຊາຍນ້ອຍ, ເລຂາຄະນະພັກຮາກຖານບ້ານໃຫຍ່ພັດທະນານໍ້າປຸກ, ເລຂາພັກບ້ານ, ນາຍບ້ານ ແລະ ສາມອົງການຈັດຕັ້ງມະຫາຊົນ 5 ກຸ່ມບ້ານຫ້ວຍຊາຍນ້ອຍ ແລະ ບ້ານໃຫຍ່ພັດທະນານໍ້າປຸກ, ພະນັກງານຊ່ວຍວຽກຂັ້ນບ້ານເຂົ້າຮ່ວມ.

ການຝຶກອົບຮົມດັ່ງກ່າວແມ່ນໃຊ້ເວລາ 2 ວັນ ແຕ່ວັນທີ 4-5 ພະຈິກ 2025 ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 46 ສະຫາຍ, ຍິງ 7 ສະຫາຍ; ຊຸດອົບຮົມໃນຄັ້ງນີ້ແມ່ນໄດ້ນໍາໃຊ້ເອກະສານອົບຮົມຄວາມຮູ້ພື້ນຖານການ ເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຊຶ່ງປະກອບມີ 5 ບົດ ແລະ ເອກະສານອົບຮົມລຽບຕາມຊາຍເເດນ ຊຶ່ງປະກອບມີ 3 ບົດ. ໃນການຝຶກອົບຮົມຄັ້ງນີ້ເຮັດໃຫ້ນັກອົບຮົມຮັບຮູ້, ເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ; ການເສີມຂະຫຍາຍມູນເຊື້ອຂອງຊາດ, ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ການສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ການເເກ້ໄຂຄວາມທຸກຍາກ; ເພື່ອໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າຢູ່ຮາກຖານບ້ານມີຄວາມເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ;  ເຮັດໃຫ້ອົງການປົກຄອງບ້ານມີຄວາມເຂັ້ມແຂງ, ໜັກແໜ້ນ, ສາມາດນໍາພາເເກ້ໄຂຄວາມທຸກຍາກຂອງປະຊາຊົນ, ໃຫ້ບັນລຸຕາມຄາດໝາຍທີ່ພັກວາງອອກ.

ສະຫາຍ ສົມສັກ ປິ່ນແກ້ວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງບໍ່ແກ້ວ ກໍໄດ້ ໂອ້ລົມຕໍ່ຊຸດຝຶກອົບຮົມ ຊຶ່ງສະຫາຍໄດ້ມີຄໍາເຫັນເນັ້ນໜັກໃຫ້ນັກອົບຮົມ ຈົ່ງກໍາແໜ້ນເນື້ອໃນຈິດໃຈການສ້າງບ້ານພັດທະນາຕາມ 4 ເນື້ອໃນ 4 ຄາດໝາຍ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີຢູ່ລຽບຕາມຊາຍເເດນ ແລະ ສຶກສາອົບຮົມປະຊາຊົນ ໃຫ້ຮັກສາຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບສຸກ ຖືເປັນໜ້າທີ່ຂອງໝົດທຸກຄົນພາຍໃນບ້ານ ອີກອັນໜຶ່ງ ແມ່ນເພື່ອເຮັດໃຫ້ປະຊາ ຊົນລຽບຕາມຊາຍແດນ ໂດຍສະເພາະຊາຊົນ 5 ກຸ່ມບ້ານຫ້ວຍຊາຍນ້ອຍ ແລະ ບ້ານໃຫຍ່ພັດທະນານໍ້າປຸກ ໃຫ້ມີຄວາມຮັບຮູ້ເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ບ້ານພັດທະນາ, ຍົກສູງຄວາມສາມາດນໍາພາຂອງໜ່ວຍພັກບ້ານ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງເສດຖະ ກິດຄອບຄົວ ຕາມຈິດໃຈເອກະລາດເປັນເຈົ້າຕົນເອງ ແລະ ການຫັນເອົາເສດຖະກິດທຳມະຊາດໄປສູ່ການຜະລິດເປັນສິນຄ້າ.