
ໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ທີ່ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດພິທີປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ (ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 9 ວັນ) ໂດຍໃຫ້ກຽດເປັນປະທານ ຂອງທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຜູ້ອໍານວຍການ ແລະ ຄະນະຮັບຜິດຊອບຊຸດຝຶກອົບຮົມ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ໃນພິທີປິດຊຸດຝຶກອົບຮົມ ຄະນະຮັບຜິດຊອບໄດ້ຜ່ານບົດລາຍງານສະຫຼູບຕີລາຄາການຈັດຕັ້ງປະຕິບັດ ແລະ ຜ່ານຂໍ້ຕົກລົງຮັບໃບຢັ້ງຢືນ. ຜ່ານການຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ເຮັດໃຫ້ນັກສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຄວາມຮູ້ພື້ນຖານລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ການບູລະນະລະບອບປະຊາທິປະໄປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈກ່ຽວກັບແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັການຂອງພັກ, ແນວທາງເສດຖະກິດຂອງພັກ, ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝຢູ່ປະເທດເຮົາ, ການສ້າງລັດແຫ່ງກົດໝາຍ, ແນວທາງປ້ອງການຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ, ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ. ນອກນັ້ນ, ຍັງໄດ້ໄປທັດສະນະສຶກສາຫໍພິພິທະພັນແຫ່ງຊາດ.
ໃນໂອກາດດັ່ງກ່າວນີ້ ທ່ານ ສາຄອນ ພົມມະລາດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານກອງປະຊຸມ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ທັງໝົດ 38 ທ່ານ, ຍິງ 22 ທ່ານ. ຫຼັງຈາກນັ້ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ຄະນະນໍາຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ຄະນະຮັບຜິດຊອບ ທັງສອງພາກສ່ວນ ທີ່ໄດ້ເອົາໃຈໃສ່ ແລະ ອໍານວຍຄວາມສະດວກ ປິ່ນອ້ອມຊຸດຝຶກອົບຮົມໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກ ໃຫ້ສໍາມະນາກອນນໍາເອົາບົດຮຽນດັ່ງກ່າວ ໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນຕໍ່ໜ້າ ໃຫ້ມີປະສິດທິຜົນດີກວ່າເກົ່າ ເພື່ອຍົກສູງຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂຕົວຈິງຂອງຂະແໜງການການ ກໍຄືບັນດາກົມ, ພະແນກ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.



ຂ່າວ: ຄະນະຮັບຜິດຊອບ
