Daothavysouk singtanak

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ປິດຊຸດຝຶກອົບຮົມ ບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ໃນຕອນເຊົ້າຂອງວັນທີ 20 ພະຈິກ 2025 ທີ່ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ໄດ້ຈັດພິທີປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ

ແນວ​ຄິດ​ໄກ​ສອນ ພົມ​ວິ​ຫານ ຕໍ່​ກັບ​ວຽກ​ງານ​ໂຄ​ສະ​ນາ​ອົບ​ຮົມ​ຂອງ​ພັກ

​ໃນ​ພາ​ລະ​ກິດ​ປ່ຽນ​ແປງໃໝ່, ພັກ​ເຮົາ​ຍາມ​ໃດ​ກໍ​ຖື​ເອົາ​ວຽກ​ງານ​ການ​ເມືອງ​ແນວ​ຄິດ-ທິດ​ສະ​ດີ ​ເປັນ​ກົກ, ເປັນ​ວຽກ​ທີ່​ຕ້ອງ​ ເຮັດດຳເນີນຢ່າງ​ເປັນ​ປົກ​ກະ​ຕິ, ວຽກ​ງານ​ການ​ເມືອງ​ແນວ​ຄິດ ແມ່ນ​ວຽກ​ທີ່​ສຳ​ຄັນ, ມັນ​ເປັນ​ເສັ້ນ​ໄໝແດງທີ່​ສອດ​ຫ້ອຍ​ໄປ​ໃນ​ທຸກວຽກ​ງານ ຂອງຄະນະ​ພັກ​ທຸກ​ຂັ້ນ. ໂດຍ​ເຫັນ​ໄດ້​ຄວາມ​ສຳ​ຄັນ​ດັ່ງ​ກ່າວ, ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງວັນ​ຄ້າຍ​ວັນ​ເກີດ​ຂອງປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 105 ປີ (13/12/ 1920-13/12/2025)

ກະຊວງການຕ່າງປະເທດ ຮ່ວມກັບກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ

ໃນຕອນເຊົ້າ, ວັນທີ 18 ພະຈິກ 2025 ກະຊວງການຕ່າງປະເທດ ຮ່ວມກັບກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ພະນັກງານ-ລັດຖະກອນ ທີ່ຢູ່ໃນການຄຸ້ມຄອງຂອງຕົນ ເຊິ່ງຈັດຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໂດຍການເປັນປະທານຂອງທ່ານ ປອ. ຄໍາມອນ ຈັນທະຈິດ ກໍາມະການຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານ-ຜູ້ປະຈໍາການສະພາທິດສະດີສູນກາງພັກ, ທ່ານ ນ. ວິທະຍາ ໄຊຍະວົງ ຫົວໜ້າສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະຮັບຜິດຊອບ, ວິທະຍາກອນ ແລະ ສໍາມະນາກອນເຂົ້າຮ່ວມ. ຈຸດປະສົງການຝຶກອົບຮົມແມ່ນເພື່ອຍົກລະດັບທິດສະດີ-ແນວທາງ ໃຫ້ພະນັກງານ-ລັດຖະກອນ ຮັບຮູ້, ເຂົ້າໃຈ ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ທິດສະດີ, ແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັການຂອງພັກ, ການສ້າງ-ບູລະນະລະບອບປະຊາທິປະໄປະຊາຊົນ ຕາມທິດສັງຄົມນິຍົມ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ. ໃນໂອກາດນີ້, ທ່ານ ປອ. ຄໍາມອນ ຈັນທະຈິດ […]