Daothavysouk singtanak

ພະນັກງານກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຮ່ວມຄະນະຜູ້ແທນສື່ມວນຊົນລາວ ເຂົ້າຮ່ວມ “ງານສົນທະນາສື່ມວນຊົນລ້ານຊ້າງ-ແມ່ນ້ຳຂອງ”

ໃນວັນທີ 27 ສິງຫາ 2026 ທີ່ນະຄອນຊີໜິງ ແລະ ເມືອງຢູຊູ ແຂວງຊິງໄຫ່, ສປ ຈີນ, ໂດຍມີຕົວແທນຈາກ 6 ປະເທດລຽບຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຂົ້າຮ່ວມ. ການຈັດງານຄັ້ງນີ້ ມີຈຸດປະສົງສຳຄັນໃນການເປັນເວທີແລກປ່ຽນທັດສະນະ, ປະສົບການ ແລະ ເສີມສ້າງການຮ່ວມມືດ້ານສື່ມວນຊົນລະຫວ່າງບັນດາປະເທດໃນພາກພື້ນ. ພາຍໃນງານມີທັງການສົນທະນາຈາກແຫຼ່ງກຳເນີດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ເວທີປຶກສາຫາລືສື່ມວນຊົນການຮ່ວມມືລ້ານຊ້າງ-ແມ່ນ້ຳຂອງ. ​      ໃນໂອກາດດັ່ງກ່າວ, ທ່ານ ນາງ ສີວັນໄຊ ສີພັນຄໍາ, ຮອງຜູ້ອໍານວຍການໃຫຍ່ ສຳນັກຂ່າວສານປະເທດລາວ (ຂປລ) ໄດ້ຕາງໜ້າໃຫ້ຄະນະສື່ມວນຊົນລາວ ສະແດງທັດສະນະວ່າ: ການຮ່ວມມືດ້ານສື່ມວນຊົນແລກປ່ຽນຂ່າວສານ ເປັນກົນໄກສ້າງສາຍພົວພັນ, ເພີ່ມຄວາມເຂົ້າໃຈ ແລະ ຮ່ວມກັນບອກເລົ່າເລື່ອງລາວຂອງພາກພື້ນຢ່າງເລິກເຊິ່ງ, ຮອບດ້ານ ແລະ ສະທ້ອນສະພາບຕົວຈິງ. ສຳລັບພະນັກງານກົມຂໍ້ມູນຂ່າວສານ ຄອສພ, ການເຂົ້າຮ່ວມງານຄັ້ງນີ້ ເປັນໂອກາດສຳຄັນໃນການຮຽນຮູ້, ແລກປ່ຽນປະສົບການ ແລະ ເກັບກ່ຽວບົດຮຽນຈາກສື່ມວນຊົນພາກພື້ນ ເພື່ອນຳມາປັບໃຊ້ໃນການພັດທະນາງານຂໍ້ມູນຂ່າວສານ ໃຫ້ມີຄວາມທັນສະໄໝ, ຊັດເຈນ, ຫຼາກຫຼາຍ, ຖືກຕ້ອງ […]

ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຊົມງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ

ສະຖານທູດ ສສ ຫວຽດນາມ ປະຈໍາ ສປປ ລາວ ຮ່ວມກັບ ຫໍພິພິທະພັນວິຈິດສິນ ຫວຽດນາມ ແລະ ສູນວັດທະນະທໍາຫວຽດນາມ ປະຈໍາ ລາວ ຈັດງານວາງສະແດງຮູບພາບ ໂຮ່ຈີ່ມິນ ພາບເໝືອນຂອງບຸກຄົນໜຶ່ງ ໃນວັນທີ 27 ສິງຫາ 2026 ຢູ່ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າໂຄສະນາສະນາອົບຮົບສູນກາງພັກ, ທ່ານ ຫງວຽນ ມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຊານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ຫງວຽນ ແອງ ມິ່ງ ຜູ້ອໍານວຍການຫໍພິພິທະພັນວິຈິດສິນ ຫວຽດນາມ ໄດ້ກ່າວວ່າ: ໃນໂອກາດສະເຫຼີມສະຫຼອງ ວັນສະຖາປານາ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ […]

ຄະນະໂຄສະນາອົບຮົມສູນກາງພັກ ອວຍພອນວັນຊາດ ສສ ຫວຽດນາມ

        ໃນຕອນເຊົ້າວັນທີ 27 ສິງຫານີ້ ທີ່ສະຖານທູດຫວຽດນາມ ປະຈຳລາວ, ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ, ໄດ້ຕາງໜ້າໃຫ້ຄະນະພັກ, ຄະນະນຳ ຄະນະໂຄສະນາອົບຮົມສູນກາງພັກ ນຳເອົາກະຕ່າດອກໄມ້ ໄປອວຍພອນສະຖານທູດຫວຽດນາມ ປະຈຳລາວ, ເນື່ອງໃນໂອກາດ ຄົບຮອບ 81 ປີ (2/9/1945-2/9/2026) ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍໃຫ້ການຕ້ອນຮັບ ຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ.

ແຂວງຫຼວງນໍ້າທາ ເປີດຊຸດຝຶກອົບຮົມ ວຽກງານໂຄສະນາປາຖະກະຖາປະຈໍາປີ 2026

ເພື່ອເຮັດໃຫ້ພະນັກງານຫຼັກແຫຼ່ງ ພາຍໃນແຂວງຫຼວງນໍ້າທາ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບວຽກງານໂຄ ສະນາປາຖະກະຖາ ແນ່ໃສ່ຍົກສູງຄວາມຮູ້ຄວາມສາມາດ ໃນການເຮັດວຽກງານໂຄສະນາປາຖະກະຖາ ໃຫ້ມີບາດກ້າວຫັນປ່ຽນໄປສູ່ຄຸນນະພາບໃໝ່ ໃນການເປັນເສນາທິການ ໃຫ້ແກ່ຄະນະພັກຂັ້ນຂອງຕົນ ໃຫ້ນັບມື້ນັບສູງຂຶ້ນເລື້ອຍໆ.

ກົມອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຈັດຕັ້ງຝຶກອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມ.

ໃນລະຫວ່າງວັນທີ 25-26 ກັນຍາ 2026 ຢູ່ທີ່ສະໂມສອນ ສໍານັກງານປົກຄອງເມືອງປາກງື່ມ ນະຄອນ ຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມວຽກງານອົບຮົມໃຫ້ແກ່ພະນັກງານໂຄສະນາອົບຮົມຂັ້ນຕ່າງໆ

1 2 3 4 5 … 14