ສົມພິນິດ ວົງສົມບັດ

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່.

ພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່. ໃນຕອນບ່າຍຂອງວັນທີ 6 ເມສາ 2021 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປະກາດການແຕ່ງຕັ້ງຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ໃໝ່ ຂຶ້ນທີ່ຫ້ອງປະຊຸມໃຫຍ່ຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເປັນປະ ທານໂດຍ ທ່ານ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບ ຮົມສູນກາງພັກ; ເຂົ້າຮ່ວມມີ: ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຕາງໜ້າຄະນະຈັດ ຕັ້ງສູນກາງພັກ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກ ງານ ທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີດັ່ງກ່າວຕາງໜ້າກົມຈັດຕັ້ງ-ພະນັກງານ ຄະນະຈັດຕັ້ງສູນກາງພັກ ຂື້ນຜ່ານ ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 42/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການຍົກຍ້າຍພະນັກງານການນໍາຂັ້ນສູງໄປຮັບໜ້າທີ່ໃໝ່, ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 48/ຄລສພ, ລົງວັນທີ 15/03/2021 ວ່າດ້ວຍການແຕ່ງຕັ້ງ ຮອງເລຂາຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ແລະ ອີງຕາມມະຕິຕົກລົງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 43/ຄລສພ, ລົງວັນທີ 12/03/2021 ວ່າດ້ວຍການແຕ່ງຕັ້ງຮອງຄະນະໂຄສະນາອົບຮົມສູນກາງພັກ. […]

ໜ່ວຍພັກກົມຂໍ້ມູນຂ່າວສານ ເລື່ອນມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ.

ໜ່ວຍພັກກົມຂໍ້ມູນຂ່າວສານ ຮັບມະຫາຊົນກ້າວໜ້າຂຶ້ນ ເປັນສະມາຊິກພັກສຳຮອງ. ໃນວັນທີ 19 ມີນາ 2021 ທີ່ຜ່ານມາ ໜ່ວຍພັກກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີຮັບເອົາມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງຈຳນວນ 3 ສະຫາຍ, ຍິງ 1 ສະຫາຍ, ໂດຍການໃຫ້ກຽດເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ; ມີຜູ້ຕາງໜ້າຈາກບັນດາໜ່ວຍພັກອ້ອມຂ້າງ ຄອສພ ແລະ ພະນັກງານສະມາຊິກພັກສົມບູນ ພາຍໃນໜ່ວຍພັກເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ຄະນະຈັດຕັ້ງພິທີໄດ້ຂຶ້ນກ່າວຈຸດປະສົງ ຫຼັງຈາກນັ້ນໄດ້ສະເໜີໃຫ້ຕາງໜ້າສະມາຊິກພັກສຳຮອງຂື້ນຜ່ານໃບສະໝັກ. ຫຼັງຈາກນັ້ນ ສະຫາຍ ວັນຕຸລາ ຣັກນຸດ ເລຂາໜ່ວຍພັກ ກົມຂໍ້ມູນຂ່າວສານ ຂື້ນກ່າວຮັບເອົາສະມາຊິກພັກສຳຮອງໃໝ່ ທີ່ໄດ້ຜ່ານການຮຽນສະໜັບສະໜູນ ແລະ ກົດລະບຽບຂອງພັກປະຊາຊົນປະຕິວັດລາວ ແລະ ຝຶກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງຄຸນສົມບັດສິນທຳປະຕິວັດເປັນໄລຍະເວລາ 6 ເດືອນ. ຈາກນັ້ນ ສະຫາຍ ອານົງສັກ ອິນທະວົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ໃຫ້ກຽດໂອ້ລົມຕໍ່ສະມາຊິກພັກສໍາຮອງໃໝ່ ຊຶ່ງທ່ານໄດ້ຍົກໃຫ້ເຫັນທາດແທ້, ອຸດົມການ ແລະ ມູນເຊື້ອທີ່ອົງອາດ […]

ພິທີເປີດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊຢູ່ກົມໄອທີຫ້ອງວ່າການສູນກາງພັກ.

ພິທີເປີດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊຢູ່ກົມໄອທີຫ້ອງວ່າການສູນກາງພັກ. ໃນວັນທີ 22 ຫາ 26 ມີນາ 2021 ກົມພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ ຮ່ວມກັບ ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດຊຸດຝຶກອົບຮົມການສ້າງ, ຄຸ້ມຄອງ ແລະ ການພັດທະນາເວັບໄຊ ໃຫ້ແກ່ວິຊາການໄອທີຢູ່ກົມພິພິຕະພັນ ແລະ ກົມໄອທີຫ້ອງວ່າການສູນກາງພັກ ຢູ່ທີ່ຫ້ອງໄອທີຂອງ ຫ້ອງວ່າການສູນກາງພັກ; ໃຫ້ກຽດເປັນປະທານໂດຍທ່ານ ເພັດຖາວອນ ພິລະວັນ ຮອງຫົວໜ້າຫ້ອງວ່າການສູນກາງພັກ ຜູ້ຊີ້ນໍາວຽກງານໄອທີຂອງ ຫ້ອງວ່າການສູນກາງພັກ ເຂົ້າຮ່ວມມີ: ຫົວໜ້າກົມຂໍ້ມູນຂ່າວສານ ຄອສພ, ຮັກສາການຫົວໜ້າກົມພິພິຕະພັນ ແລະ ພະນັກງານກົມໄອທີ ຫ້ອງວ່າການສູນກາງພັກ, ກົມພິພິທະພັນປະທານ ໄກສອນ ພົມວິຫານ ແລະ ອະນຸສອນສະຖານຜູ້ນຳປະຕິວັດ, ອາຈານຈາກກົມຂໍ້ມູນຂ່າສານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ມີຜູ້ເຂົ້າຮ່ວມທັງໝົດມີ 36 ທ່ານ. ໃນພິທີຄະນະຮັບຜິດຊອບໃນຊຸດຝຶກອົບຮົມໄດ້ກ່າວຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອຍົກລະດັບຄວາມຮູ້ຄວາມສາມາດກ່ຽວກັບການສ້າງເວັບໄຊໃຫ້ແກ່ພະນັກງານ ແລະ ເພື່ອສ້າງເວັບໄຊໃຫ້ແກ່ກົມພິພິທະພັນໄກສອນ ພົມວິຫານເພື່ອຮັບໃຊ້ເຂົ້າໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບຫໍພິພິທະພັນໃຫ້ກວ້າງຂວາງ ແລະ […]

ຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ກຸ່ມບຸນຖິ່ນ, ເມືອງຄຳ, ແຂວງຊຽງຂວາງ.

ຊຸດຝຶກອົບຮົມການເມືອງ-ແນວຄິດໃຫ້ແກ່ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ກຸ່ມບຸນຖິ່ນ, ເມືອງຄຳ, ແຂວງຊຽງຂວາງ. ວັນທີ 15/3/2021 ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ຄະນະໂຄສະນາອົບຮົມແຂວງ ຊຽງຂວາງ ແລະ ຄະນະໂຄສະນາອົບຮົມເມືອງຄໍາ ໄດ້ສົບທົບກັນຈັດຊຸດອົບຮົມຂຶ້ນຢູ່ສະໂມສອນກຸ່ມບ້ານບຸນຖິ່ນເປົ້າໝາຍເຂົ້າຮ່ວມ ປະກອບມີ 10 ບ້ານ ຄື: ບ້ານ ແທ່ນຈອງ, ບ້ານແທນໂທ້, ບ້ານພຽງໂຄ້ງ, ບ້ານພຽງດ້າງ, ບ້ານສົບທ້າງ, ບ້ານສົບນາ, ບ້ານສົບເປິນ, ບ້ານພຽງພ່າງ ແລະ ບ້ານສັນແກ້ວ. ພາຍໃຕ້ການເປັນປະທານ ສະຫາຍ ຄໍາຟອງ ໄຊຍະແສງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ ແລະ ວຽກພັກ-ພະນັກງານ, ສະຫາຍ ສີວັນໄຊ ເພັງສັນຕິ ກໍາມະການພັກເມືອງ ເລຂາຄະນະພັກຮາກຖານກຸ່ມບຸນຖິ່ນ ແລະ ສະຫາຍ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ຊຸດອົບຮົມຄັ້ງນີ້ມີນັກຝຶກອົບຮົມເຂົ້າຮ່ວມທັງໝົດ ຈຳນວນ 40 ສະຫາຍ, ຍິງ 2 ສະຫາຍ. ເອກະສານຝຶກອົບຮົມອົບຮົມລວມມີ 3 ບົດ: […]

1 19 20 21 22 23 34