ສົມພິນິດ ວົງສົມບັດ

ກອງປະຊຸມສ່ອງແສງລາຍງານວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປະຈໍາປີ 2024 ຜ່ານລະບົບກອງປະຊຸມທາງໄກ (video conference).

ໃນຕອນເຊົ້າຂອງ ວັນທີ 25 ມີນາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກ ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປະຈໍາປີ 2024 ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໂດຍການເປັນປະທານ ແລະ ກ່າວ ເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມ ມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມ ບັນດາ ແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບວຽກງານເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກ ໂນໂລຊີ-ຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 22 ມີນາ 1955 – 22 ມີນາ 2024) ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີ ວິດເພື່ອປະເທດຊາດ ຄົບຮອບ 78ປີ.

ໃນຕອນບ່າຍຂອງ ວັນທີ 21 ມີນາ 2024 ທີ່ຫ້ອງປະຊຸມໃຫຍ່ ຄະນະໂຄສະນາອົບຮົມສູນກາງພັກ (ຫຼັກ6) ໄດ້ຈັດພິທີປາຖະ ກະຖາວັນສ້າງຕັ້ງພັກປະຊາຊົນປະຕິ ວັດລາວ ຄົບຮອບ 69ປີ ( 22 ມີນາ 1955 – 22 ມີນາ 2024) ແລະ ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ. ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງເລຂາຄະນະພັກ ຮອງຫົວຫນ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ວັນໄຊ ຕະວິນຍານ ຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບັນດາຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະ ແນກ, ພະນັກງານວິຊາການທັງໝົດພາຍໃນຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີປາຖະກະຖາ ແລະ ສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 114 ປີ (08 ມີນາ 1910-08 ມີນາ 2024)ຂອງສະຫະພັນແມ່ຍິງ 06 ອົງການພັກ.

ໃນຕອນເຊົ້າຂອງວັນທີ 12 ມີນາ 2024 ສະຫະພັນແມ່ຍິງ 6 ອົງການຂອງພັກ ອ້ອມຂ້າງຫລັກ 6 ໄດ້ຈັດພິທີປາຖະກະຖາເນື່ອງໃນໂອກາດວັນແມ່ຍິງສາກົນ ຄົບຮອບ 114ປີ ຂຶ້ນທີ່ ສະໂມສອນໃຫຍ່ ຂອງຫ້ອງວ່າການສູນກາງພັກ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍທ່ານ ນາງ   ສີລິກິດ ບຸບຜາ ກໍາມະການຄະນະບໍລິຫານງານພັກ, ຮອງປະທານສູນກາງສະຫະພັນແມ່ຍິງລາວ; ເຂົ້າຮ່ວມມີ: ປະທານສະຫະພັນແມ່ຍິງ, ຮອງປະທານສະຫະພັນແມ່ຍິງ , ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກສະຫະພັນແມ່ຍິງຂອງ 6 ອົງການຂອງພັກ ອ້ອມຂ້າງຫຼັກ6 ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ລະຫວ່າງກົມຂໍ້ມູນຂ່າວ ສານ ແລະ ຝຶກອົບຮົມ ກັບ ກົມກວດກາ.

ໃນຕອນບ່າຍຂອງ ວັນທີ 29 ກຸມພາ 2024. ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກັບ ກົມກວດກາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ໃຫ້ມີຄວາມທັນສະໄໝ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ4 ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມມີ: ຮອງຫົວຫນ້າກົມກວດກາ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ວິຊາການກົມກວດກາ , ຮອງຫົວຫນ້າພະແນກ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍວິຊາການ ເຂົ້າຮ່ວມ.

1 2 3 34