ສົມພິນິດ ວົງສົມບັດ

ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງ ທົ່ວປະ ເທດ ປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປະຈໍາປີ 2024 ຜ່ານລະບົບກອງປະຊຸມທາງໄກ (video conference).

    ໃນຕອນເຊົ້າຂອງ ວັນທີ 15 ຕຸລາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກ  ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ III ແລະ ທິດທາງແຜນການປະຈໍາໄຕມາດ IV ປີ 2024 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ໂດຍການເປັນປະທານ ແລະ ກ່າວເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບ ຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມບັນດາແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຫົວຫນ້າຂະແໜງການ, ຮອງຫົວຫນ້າຂະແໜງການ, ຄະນະຮັບຜິດຊອບວຽກງານເວັບໄຊສ ຂອງ ຄອຮ.ຂ ແລະ ພະນັກງານພາຍໃນພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ຄອສພ.      ໃນພິທີ ທ່ານ ພູວັນ […]

ສາມອົງການຈັດຕັ້ງມະຫາຊົນກົມອົບຮົມ ຄອສພ ສ້າງຂະບວນ ການທັດສະນະສຶກສາຢູ່ເມືອງວັງວຽງ ແຂວງວຽງຈັນ

ເພື່ອເປັນການຊົມເຊີຍຜົນສໍາເລັດກອງປະຊຸມຂອງອົງການຈັດຕັ້ງມະຫາຊົນ ແລະ ທັງເປັນການສ້າງຂະ ບວນການ ຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ IX ຂອງໜ່ວຍພັກກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ທີ່ຈະມາເຖິງໃນມໍ່ໆນີ້. ສາມອົງການຈັດຕັ້ງມະຫາຊົນຂອງກົມອົບຮົມໄດ້ສ້າງຂະບວນການທັດສະນະສຶກສາຢູ່ເມືອງວັງວຽງ ແຂວງວຽງຈັນ ໃນວັນທີ 28-29 ກັນຍາ 2024 ຊຶ່ງຂະບວນການດັ່ງກ່າວນໍາໂດຍສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ ພ້ອມດ້ວຍພະນັກງານພາຍໃນກົມເຂົ້າຮ່ວມຢ່າງພ້ອມພຽງ. ຈຸດປະສົງຂອງການໄປທັດສະນະສຶກສາໃນຄັ້ງນີ້ ແມ່ນແນໃສ່ສ້າງຂະບວນການໃຫ້ຟົດຟື້ນທັງເປັນການເສີມສ້າງຄວາມສາມັກຄີພາຍໃນກົມອົບຮົມໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ແລະ ເປັນການສ້າງບັນຍາກາດໃນການເຮັດວຽກງານວິຊາສະເພາະ ຊຶ່ງສະຖານທີ່ໄປທັດສະນະປະກອບມີ: ຖໍ້າລົມ, ຖໍ້າຈັງ ແລະ ຖໍ້າປູຄໍາ (ຮູລາກູນ 1).

ກໍາມະບານຮາກຖານກົມອົບຮົມ ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ

ກໍາມະບານຮາກຖານກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II ຂອງຕົນຂຶ້ນໃນວັນທີ 26 ກັນຍາ ປີ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ 5 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງສະຫາຍ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ເລຂາໜ່ວຍພັກ ຫົວໜ້າກົມອົບຮົມ, ມີສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ປະທານຄະນະບໍລິຫານງານກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ຫົວການກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ສະຫາຍ ພູໄຊ ບຸນມີຈິດ ປະທານກໍາມະບານຮາກຖານກົມອົບຮົມ ພ້ອມດ້ວຍຜູ້ຕາງໜ້າຈາກກໍາມະບານຮາກຖານ ຄະນະໂຄສະນາອົບຮົມສູນກາງພັກ ແລະ ສະມາຊິກກໍາມະບານກົມອົບຮົມ ເຂົ້າຮ່ວມທັງໝົດ 28 ສະຫາຍ, ຍິງ 15 ສະຫາຍ. ສະຫາຍ ພູໄຊ ບຸນມີຈິດ ປະທານຮາກຖານກໍາມະບານກົມອົບຮົມ ໄດ້ຂຶ້ນຜ່ານບົດລາຍງານການເຄື່ອນ ໄຫວໃນໄລຍະ 5 ປີຜ່ານມາ , ເຊິ່ງຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ບາງບົດຮຽນທີ່ຖອດຖອນໄດ້ ນອກນັ້ນກໍໄດ້ວາງທິດທາງ, […]

ໜ່ວຍສະຫະພັນແມ່ຍິງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມເປີດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນ.

ໃນຕອນເຊົ້າ ຂອງວັນທີ 19 ກັນຍາ 2024 ຫນ່ວຍສະຫະພັນແມ່ຍິງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂອງຕົນຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5 ຂອງຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ປະທານສະຫະພັນກຳມະບານ ຄອສພ , ໃຫ້ກຽດເຂົ້າຮ່ວມມີ ສະຫາຍ ນາງ ພວງມະລີ ອັກຄະມຸນຕີ ກຳມະການຄະນະພັກ, ຄະນະບໍລິຫານງານປະທານສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງ ຄອສພ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ມີບັນດາສະຫາຍຕ່າງໜ້າຈາກໜ່ວຍສະຫະພັນແມ່ຍິງອ້ອມຂ້າງ ຄອສພ ແລະ ຕາງໜ້າສາມອົງການຈັດຕັ້ງມະຫາຊົນຂອງກົມ ພ້ອມດ້ວຍສະມາຊິກແມ່ຍິງພາຍໃນຫນ່ວຍເຂົ້າຮ່ວມຢ່າງພ້ອມພຽງ.

ພິທິສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 69ປີ(20 ກໍລະກົດ 1955- 20 ກໍລະກົດ 2024)

ໃນຕອນເຊົ້າວັນທີ 25 ກໍລະກົດ 2024 ຄະນະສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທິສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 69 ປີ ໂດຍຕິດພັນກັບການຝຶກອົບຮົມຄວາມຮູ້ພື້ນຖານກ່ຽວກັບວິທີຂຽນ ເອກະສານ ແລະ ທັກສະໃນການປາຖະກະຖາຂຶ້ນທີ່ ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6), ພາຍໃຕ້ການເປັນປະທານ ແລະ ກ່າວເປີດໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຜູ້ຊີ້ນໍາອົງການ ຈັດຕັ້ງມະຫາຊົນ; ເຂົ້າຮ່ວມມີ: ທ່ານ ນາງ ພວງມະລີ ອັກຄະມຸນຕີ ຄະນະພັກ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິິິິິິິິິິິິິິິິິິິິິິິິິິິິິງ ຄອສພ, ທ່ານ ນາງ ບົວລີ ບັນຊາລິດ ອະດີດຄະນະພັກ ຄະນະບໍລິ ຫານງານສະຫະພັນແມ່ຍິງ ຄອສພ, ບັນດາຫົວໜ້າ, ຮອງຫົວໜ້າໜ່ວຍແມ່ຍິງ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງທັງໝົດ ເຂົ້າຮ່ວມຢ່າງພ້ອມພຽງ.

1 2 3 4 36