ສົມພິນິດ ວົງສົມບັດ

ກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບ ຄະນະຮັບ ຜິດຊອບຮ່າງມະຕິຂອງກະຊວງ ປກຊ ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງ ອຸດສາຫະກໍາ ແລະ ການຄ້າ

ປະຕິບັດຕາມເນື້ອໃນຈິດໃຈແຈ້ງການຂອງຂອງຫ້ອງວ່າການສູນກາງພັກ, ສະບັບເລກທີ 47/ຫສພ, ລົງວັນທີ 20 ເມສາ 2026 ແລະແຜນການຄົ້ນຄວ້າ ແລະຮັບຮອງຮ່າງມະຕິ ຂອງຄະນະບໍລິຫານງານສູນກາງພັກ, ສະໄໝທີ XII, ສະບັບເລກທີ 22/ຫສພ, ລົງວັນທີ 1 ເມສາ 2026 ໃຫ້ຮັບປະກັນສໍາເລັດທັນຕາມກໍານົດເວລາທີ່ວາງໄວ້. ໃນຕອນເຊົ້າວັນທີ 29 ກໍລະກົດ 2026 ເວລາ 08:30 ໂມງ, ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມຄະນະປະຈໍາສະພາທິດສະດີສູນກາງພັກ ຮ່ວມກັບຄະນະຮັບຜິດຊອບຮ່າງມະຕິຂອງກະຊວງ ປກຊ, ກະຊວງ ປກສ ແລະ ຄະນະຮັບຜິດຊອບຮ່າງມະຕິຂອງກະຊວງອຸດສາຫະກໍາ ແລະການຄ້າທີ່ຫ້ອງປະຊຸມໃຫຍ່ຊັ້ນ II (ຫຼັກ 6) ຂອງສໍານັກງານສະພາທິດສະດີສູນກາງພັກ. ໂດຍການເປັນປະທານຂອງ ສະຫາຍ ສຈ. ປອ. ກິແກ້ວ ໄຂຄໍາພິທູນ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ປະທານສະພາທິດ ສະດີສູນກາງພັກ.

ຄະນະຜູ້ແທນຂັ້ນສູງຈາກວາລະສານກົ້ງສ້ານ ຂອງພັກກອມມູນິດ ຫວຽດນາມເຂົ້າຢ້ຽມຂໍ່ານັບ ການນໍາຂັ້ນສູງ ຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າຂອງວັນທີ 28 ກໍລະກົດ 2026 ທີ່ ຫ້ອງຮັບແຂກ ຄອສພ ສະຫາຍ ວັນສີ ກົວມົວ ກຳມະການສູນກາງພັກ, ຮອງເລຂາຄະນະພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຮສ.ປອ ຫງວຽນ ຫງັອກ ຮາ ຮອງບັນນາທິການໃຫຍ່ວາລະສານກົ້ງສ້ານ ຂອງພັກກອມມູນິດ ຫວຽດນາມ, ຜູ້ຊ່ຽວຊານຂັ້ນສູງ ພ້ອມດ້ວຍຄະນະ ເນື່ອງໃນໂອ ກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ຝຶກອົບຮົມ “ວຽກງານການນໍາພາ-ຊີ້ນໍາຕາມທິດຊີ້ນໍາຂອງພັກ-ລັດ” ໃຫ້ພະນັກງານນໍາພາ-ຄຸ້ມຄອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ 4 ແຂວງພາກໃຕ້

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (ສໍານັກງານໃຫຍ່) ໄດ້ລົງຈັດຕັ້ງຝຶກອົບຮົມ ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ແຂວງຈໍາປາສັກ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ” ຊຶ່ງມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 4 ແຂວງພາກໃຕ້ເຂົ້າຮ່ວມ (ແຂວງຈໍາປາສັກ, ແຂວງອັດຕະປື, ແຂວງເຊກອງ ແລະ ແຂວງສາລະວັນ). ການຝຶກອົບຮົມ ໄດ້ຈັດຂຶ້ນໃນວັນທີ 27 ມິຖຸນາ 2026 ຢູ່ທີ່ຫ້ອງປະຊຸມ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຈໍາປາສັກ ໂດຍການເປັນປະທານຂອງ ທ່ານ ບຸນຍົງ ດາວສຸກ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຈໍາປາສັກ ແລະ ເປັນກຽດເຂົ້າຮ່ວມ, ພ້ອມທັງບັນຍາຍເອກະສານຂອງທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ; ພ້ອມທັງ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 70 ສະຫາຍ, ຍິງ 22 ສະຫາຍ. ໃນພິທີດັ່ງກ່າວ […]

ພິທີມອບປື້ມໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ

ໃນຕອນເຊົ້າວັນທີ 26 ມິຖຸນາ 2026 ເວລາ 09:00 ໂມງ, ສະພາທິດສະດີສູນກາງພັກ, ໄດ້ຈັດພິທີມອບປື້ມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ; ໂຄງການເມືອງຂອງພັກ ແລະສະຫຼຸບ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫຼັກການ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ບັນ ດາກະຊວງ-ອົງການຂັ້ນສູນກາງ ຢູ່ທີ່ສະພາທິດສະດີສູນກາງພັກ, ຫ້ອງປະຊຸມຊັ້ນ II (ຫຼັກ 6), ໂດຍໃຫ້ກຽດເປັນປະທານ ແລະກ່າວມອບຂອງ ສະຫາຍ ປອ. ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈໍາການ. ໃນພິທີມີບັນດາທ່ານຕາງໜ້າຈາກບັນດາກະຊວງ-ອົງການຂັ້ນສູນກາງ, ພ້ອມດ້ວຍພະນັກງານຂອງຫ້ອງ ການສະພາທິດສະດີສູນກາງພັກເຂົ້າຮ່ວມຢ່າງພ້ອມພຽງ, ຈຸດປະສົງຂອງການມອບປື້ມໃນເທື່ອນີ້ເປັນການປະ ກອບສ່ວນອັນສໍາຄັນເຂົ້າໃນການສະໜອງຄັງເອກະສານ, ເພື່ອຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດ, ການຮຽນການສອນ ແລະການບໍາລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ, ທັງເປັນບ່ອນອີງໃນການຜັນຂະຫຍາຍມະຕິຄໍາສັ່ງຂອງພັກໃຫ້ແກ່ພະນັກງານ, ສະມາຊິກພັກ ໃຫ້ມີຄວາມອຸ່ນອ່ຽງທຸນທ່ຽງ ແລະໜັກ ແໜ້ນທາງດ້ານຄຸນທາດການເມືອງ. ປື້ມທີ່ມອບໃນຄັ້ງນີ້ມີຈໍານວນທັງໝົດ 12,480 ຫົວ, ເຊິ່ງເປັນຜົນງານການຄົ້ນຄວ້າ […]

ກອງປະຊຸມ ແນະນໍາວິທີວິທະຍາໃນການກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານສູນກາງພັກ, ສະໄໝ ທີ XII ພັກປະຊາຊົນ ປະຕິວັດລາວ

ໃນຕອນເຊົ້າວັນທີ 23 ມິຖຸນາ 2026, ສະພາທິດສະດີສູນກາງພັກ ໄດ້ຈັດກອງປະຊຸມແນະນໍາວິທີວິທະຍາ ໃນການຮ່າງມະຕິຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຂອງພັກປະຊາຊົນປະຕິວັດລາວ ຢູ່ທີ່ ຫ້ອງປະຊຸມຊັ້ນ II (ຫຼັກ 6) ສະພາທິດສະດີສູນກາງພັກ, ໂດຍການເປັນປະທານຂອງ ສະຫາຍ ປອ. ຄຳມອນ ຈັນທະຈິດ, ກຳມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ຜູ້ປະຈໍາການ, ເຂົ້າຮ່ວມມີ: ບັນດາທ່ານຕາງໜ້າຄະນະຮັບຜິດຊອບກະກຽມຮ່າງເນື້ອໃນມະຕິຂອງຄະນະບໍລິຫານງານສູນກາງພັກ ຈາກກະຊວງການເງິນ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສ່ື່ສານ, ກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງປ້ອງກັນປະເທດ, ກະຊວງການຕ່າງປະເທດ ແລະ ຄະນະຈັດຕັ້ງສູນກາງພັກ, ພ້ອມດ້ວຍພະນັກງານຂອງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະເຂົ້າໃຈເປັນເອກະພາບ ໃຫ້ແກ່ຄະນະຮັບຜິດຊອບ ແລະພະນັກງານເສນາ ທິການ ກ່ຽວກັບວິທີວິທະຍາ, ຂັ້ນຕອນ, ຫຼັກການ ແລະເຕັກນິກວິຊາການໃນການຄົ້ນຄວ້າ, ຂຽນເນື້ອໃນຮ່າງມະຕິ […]

1 2 3 4 5 … 50