ຜົນສຳເລັດກອງປະຊຸມ ເລືອກຕ້ັງຄະນະໜ່ວຍສິລະປະຊຸດໃໝ່ ຄອສພ
ຜົນສຳເລັດກອງປະຊຸມ ເລືອກຕ້ັງຄະນະໜ່ວຍສິລະປະຊຸດໃໝ່ ຄອສພ ກອງປະຊຸມ ໜ່ວຍສິລະປະ ຄອສພ ໄດ້ຈັດຂຶ້ນໃນວັນ 30 /08/2022 ເວລາ 8:30-11:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 2 ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ
ຜົນສຳເລັດກອງປະຊຸມ ເລືອກຕ້ັງຄະນະໜ່ວຍສິລະປະຊຸດໃໝ່ ຄອສພ ກອງປະຊຸມ ໜ່ວຍສິລະປະ ຄອສພ ໄດ້ຈັດຂຶ້ນໃນວັນ 30 /08/2022 ເວລາ 8:30-11:00 ໂມງ, ທີ່ຫ້ອງປະຊຸມຊັ້ນ 2 ຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານ
ຄະນະໂຄສະນາອົບຮົມສູນກາງພັກ ສ້າງຂະບວນການແຂ່ງຂັນກິລາເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກທີ່ຈະເປີດຂຶ້ນໃນຕໍ່ໜ້ານີ້. ໂດຍປະຕິບັດຕາມແຜນການສ້າງຂະບວນການ ແລະ ໂຄສະນາ ເພື່ອຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໃນຕອນບ່າຍວັນທີ 17 ສິງຫາ 2021 ຄະນະໂຄສະນາອົບຮົມສູນກາງພັກ ຈິງໄດ້ສ້າງຂະບວນການແຂ່ງຂັນກິລາໝາກບຸ້ນທີມຍິງ-ຊາຍ ຊີງຂັນເລຂາຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ. ໂດຍໃຫ້ກຽດເຂົ້າຮ່ວມເປີດປະເດີນໂດຍ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລາວ, ຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ພ້ອມດ້ວຍພະນັກງານ-ລັດຖະກອນ ທົ່ວຄອສພ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ຈຸດປະສົງຂອງການຈັດກິດຈະກຳຄັ້ງນີ້ແມ່ນເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ຄະນະໂຄສະນາອົບ ຮົມສູນກາງພັກ ທີ່ຈະເປີດຂື້ນໃນຕໍ່ໜ້ານີ້, ທັງເປັນການສ້າງຄວາມສາມັກຄີຮັກແພງ ແລະ ສ້າງມິດຕະພາບລະຫວ່າງສະມາຊິກພັກ, ພະນັກງານລັດຖະກອນທັງ ໝົດໃຫ້ ແໜ້ນແຟ້ນເພື່ອພ້ອມກັນກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກຄະນະໂຄສະນາອົບຮົມສູນກາງພັກ ໂດຍຈິດໃຈຟົດຟື້ນປະຕິວັດ. ການແຂ່ງຂັນໄດ້ດໍາເນີນໄປທາມກາງບັນຍາກາດອັນຟົດຟື້ນ, ມ່ວນຊື່ນ […]
ຂະບວນແຂ່ງຂັນສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໃນວັນທີ 27 ຕຸລາ 2020, ຢູ່ທີ່ໂຮງຮຽນສິລະປະແຫ່ງຊາດ, ນະຄອນຫລວງວຽງຈັນ, ໜ່ວຍສິລະປະຊາວໜຸ່ມຄະນະໂຄສະນາອົບຮມສູນກາງພັກ ນຳໂດຍ ທ່ານ ນ. ສຸກສະຫວັນ ອິນຄະວິໄລ ເລຂາຄະນະບໍລິຫານງານຊາວໜຸ່ມ ຄອສພ ໄດ້ນຳພາໜ່ວຍສິລະປະ ຄອສພ ພ້ອມກອງເຊຍເຂົ້າຮ່ວມຂະບວນການແຂ່ງຂັນ ສິລະປະວັນນະຄະດີເພື່ອຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ໂດຍການຈັດຂື້ນຂອງກົມຂະບວນການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ສູນຝາກຂາຍໂອດ໋ອບລາວ ແລະ ບໍລິສັດມິສທີນ ກ້າວໜ້າລາວ ຈຳກັດຜູ້ດຽວ ໄດ້ພ້ອມກັນຈັດງານແຂ່ງຂັນ ສິລະປະຂອງຊາວໜຸ່ມ ບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນຂື້ນ ແລະ ຄັດເລືອກເອົາທີມສິລະປະທີ່ຊະນະເລີດ ເຂົ້າຮ່ວມ ສະແດງຮັບໃຊ້ໃນກອງປະຊຸມດັ່ງກ່າວ, ເຂົ້າຮ່ວມມີທ່ານ ບີ່ຢາ ຢ່າທໍ່ຕູ້ ຫົວໜ້າກົມພັດທະນາວິຊາຊີບ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ທ່ານ ວຽງທອງ ສຸຂະວົງ ອຳນວຍການໂຮງຮຽນ ສິລະປະແຫ່ງຊາດ ພ້ອມດ້ວຍຄະນະກຳມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ຈຸດປະສົງເພື່ອເປັນການຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII, […]
ຄະນະໂຄສະນາອົບຮົມສູນກາງພັກ ແລະ ກອງບັນຊາການປ້ອງກັນສູນກາງ ສ້າງຂະບວນການຕ້ອນຮັບການກະກຽມກອງປະຊຸມໃຫຍ່ຂອງບັນດາໜ່ວຍພັກດ້ວຍການຫຼີ້ນກິລາເຕະບານ ໃນຕອນແລງວັນທີ 9 ກໍລະກົດ 2020 ຜ່ານມາທີ່ເດີນບານເຕະສີໄທ ບ້ານພະຂາວ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ, ໄດ້ຈັດການແຂ່ງຂັນເຕະບານມິດຕະພາບ ລະຫວ່າງ ນັກກິລາຊາຍ ຄະນະໂຄສະນາອົບຮົມສູນກາງພັກ ກັບ ກອງບັນຊາການປ້ອງກັນສູນກາງ ເພື່ອເປັນການສ້າງຄວາມສາມັກຄີພາຍໃນພາຍນອກໃຫ້ ແໜ້ນແຟ້ນທັງເປັນການພັດທະນາຮ່າງກາຍໃຫ້ມີຄວາມອຸດົມສົມບູນ, ມີອາລົມຈິດທີ່ດີ ແລະ ມີສຸຂະພາບແຂງແຮງ ເພື່ອປະກອບສ່ວນເຂົ້າໃນການປະຕິບັດວຽກງານວິຊາສະເພາະໃຫ້ໄດ້ຮັບໝາກຜົນ, ມີຄຸນນະພາບ ແລະ ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ວັນທີ 24 ກຸມພາ 2020 ຄະນະສິລະປະຄະນະໂຄສະນາອົບຮົມສູນກາງພັກໄດ້ສະແດງຮັບໃຊ້ກອງປະຊຸມໃຫຍ່ຄັ້ງ IV ຂອງຄະນະບໍລິຫານງານຊາວໜຸ່ມຄະນະໂຄສະນາອົບຮົມສູນກາງພັກໄດ້ຮັບຜົນສຳເລັດຢ່າງຈົບງາມ.