ຂະບວນການອອກແຮງງານ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ ຢູ່ສູນຝຶກອົບຮົມຄົບວົງຈອນ                 ຕອນເຊົ້າວັນທີ 1ມິຖຸນາ 2022 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ທີ່ສູນຝຶກອົບຮົມຄົບວົງຈອນ ບ້ານຫ້ວຍຍາງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ   (ເຂດ ດົງໝາກຄາຍ) ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າ    ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍ ຄະນະພັກ, ຄະນະກົມ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນຄອສພ.

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ຢູ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່ ຢູ່ດົງໝາກຄາຍ

ຄະນະໂຄສະນາອົບຮົມສູນກາງພັກ ຈັດກິດຈະກຳປູກຕົ້ນໄມ້ຢູ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່ ຢູ່ດົງໝາກຄາຍ  ໃນຕອນເຊົ້າວັນທີ 29 ພຶດສະພາ 2020 ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດກິດຈະກຳປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດທີ່ສູນຝຶກອົບຮົມຄົບວົງຈອນຫຼັງໃໝ່(ບ້ານດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ) ໂດຍການເຂົ້າຮ່ວມຂອງທ່ານ ຄຳເຈນ ວົງໂພສີ ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມກັບຄະນະພັກ, ຄະນະກົມ, ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານພາຍໃນ ຄອສພ. ການຈັດກິດຈະກຳ​ຄັ້ງນີ້ຈຸດປະສົງ​ແມ່ນເພື່ອ​ເປັນການສະໜັບສະໜູນນະໂຍບາຍຂອງລັດຖະບານໃນການເພີ່ມເນື້ອທີ່ສີຂຽວໃຫ້ ສປປ ລາວເພື່ອເຮັດໃຫ້ພະນັກງານລັດຖະກອນຮູ້ປົກປັກຮັກສາ, ອານຸລັກ, ຮັກສາທຳມະຊາດ ແລະ ເປັນການປູກຈິດສຳນຶກໃຫ້ພວກເຮົາທຸກເອົາໃຈໃສ່ຮັກສາສິ່ງແວດລ້ອມ. ອີກດ້ານໜື່ງເປັນການສ້າງຂະບວນການຄຳນັບຊົມເຊີຍການກະກຽມກອງປະຊຸມໃຫຍ່ຂອງບັນດາກົມພາຍໃນ ຄອສພ ແລະ ກະກຽມທຸກເງື່ອນໄຂກ້າວເຂົ້າສູ່ກອງປະຊຸມໃຫ້ອົງຄະນະພັກ, ຄະນະໂຄສະນາອົບຮົມສູນກາງພັກໃນຕໍ່ໜ້າ