ເພສກົມອົບຮົມ

ພິທີປິດຊຸດບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I ໃຫ້ພະນັກງານສູນກາງສະພັນກໍາມະບານລາວ

ໃນຕອນເຊົ້າ ຂອງວັນທີ 29 ເດືອນຕຸລາ 2026 ສູນກາງສະຫະພັນກໍາມະບານລາວ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ພະນັກງານພາຍໃນສູນກາງສະຫະພັນກໍາມະບານລາວ ພາຍໃຕ້ການເປັນປະທານຮ່ວມ ແລະ ປິດພິທີ ຂອງສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ສະຫາຍ ວິໄລ ວົງຂະເສີມ ຮອງເລຂາຄະນະພັກ ຮອງປະທານສູນກາງສະຫະພັນກໍາມະບານລາວ ເຂົ້າຮ່ວມມີບັນດາຕາງໜ້າກົມຈາກສູນກາງສະຫະພັນກໍາມະບານລາວ ແລະ ຫົວໜ້າກົມອົບຮົມ, ຫົວໜ້າພະເແນກອົບຮົມພະນັກງານ ແລະ ສະມາຊິກພັກ (ກອຮ) ຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະຮັບ ຜິດຊອບຊຸດຝຶກອົບຮົບ ແລະ ນັກຝຶກອົບຮົມທັງໝົດ 46 ສະຫາຍ, ຍິງ 28 ສະຫາຍ. ໃນພິທີ ສະຫາຍ ນາງ ອາລຸນແສງ ວິຈິດວົງສາ ຫົວໜ້າກົມໂຄສະນາອົບ (ສກລ) ໄດ້ຂຶ້ນຜ່ານບົດສະຫຼຸບຜົນການບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ເຊິ່ງທ່ານ ໄດ້ຍົກໃຫ້ເຫັນສະພາບລວມການຈັດຕັ້ງປະຕິບັດການຮຽນ-ການສອນ ໃນໄລຍະ 7 ວັນຜ່ານມາ, ຕີລາຄາປະເມີນຜົນໄດ້ຮັບຂອງຜູ້ເຂົ້າຮ່ວມຝຶກຮົບຮົມ ເນື້ອໃນ, […]

ສຳເລັດ ຝຶກອົບຮົມບໍາລຸງຍົກລະດັບທິດສະດີການເມືອງ-ແນວທາງຂອງພັກ ໃຫ້ສະມາຊິກພັກ ສູນກາງສະຫະພັນແມ່ຍິງລາວ ຊຸດທີ I

ໃນວັນທີ 25 ກັນຍາ 2026 ທີ່ຜ່ານມາ ສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີປິດ ຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ ຊຸດທີ I ຂຶ້ນ ທີ່ສູນກາງສະຫະພັນແມ່ຍິງລາວ; ໂດຍການເຂົ້າຮ່ວມຂອງ ສະຫາຍ ສາຄອນ ພົມມະລາດ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄະນະໂຄ ສະນາອົບຮົມສູນກາງພັກ; ສະຫາຍ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ມີບັນດາອາຈານຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໜ່ວຍພັກ, ຄະນະກົມ, ສະ ມາຊິກພັກ ຈາກບັນດາກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມຢ່າງພ້ອມພຽງ. ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນນັບແຕ່ວັນ 14-25 ກັນຍາ 2026, ມີນັກສໍາມະນາກອນ ທັງໝົດ 40 ສະຫາຍ, ຍິງ 35 ສະຫາຍ, ຊາຍ 5 ສະຫາຍ; ຫຼັກສູດການຝຶກອົບຮົມມີເນື້ອໃນທັງໜົດ 14 ບົດ ກວມເອົາທິດສະດີ ແລະ ແນວທາງທີ່ສໍາຄັນຂອງພັກ. ຜ່ານການຈັດຕັ້ງປະຕິບັດຊຸດຝຶກອົບຮົມຄັ້ງນີ້ […]

ຝຶກອົບຮົມ “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ” ໃຫ້ພະນັກງານນໍາພາ-ຄຸ້ມຄອງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ 2 ແຂວງພາກເໜືອ

ຄະນະໂຄສະນາອົບຮົມສູນກາງພັກ (ກົມອົບຮົມ) ຮ່ວມກັບ ທະນາຄານການຄ້າຕ່າງປະເທດລາວມະຫາ ຊົນ (ສໍານັກງານໃຫຍ່) ໄດ້ລົງຈັດຕັ້ງຝຶກອົບຮົມ ໃຫ້ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ຢູ່ແຂວງຊຽງຂວາງ ໃນຫົວຂໍ້: “ວຽກງານການນໍາພາ-ຊີ້ນໍາ ຕາມທິດຊີ້ນໍາຂອງພັກ-ລັດ” ຊຶ່ງມີພະນັກງານ ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ 2 ແຂວງພາກເໜືອເຂົ້າຮ່ວມ (ແຂວງຊຽງຂວາງ ແລະ ແຂວງຫົວພັນ). ການຝຶກອົບຮົມ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2026 ຢູ່ທີ່ຫ້ອງປະຊຸມ ຂອງທະນາຄານການຄ້າຕ່າງປະ ເທດລາວ ມະຫາຊົນ ສາຂາແຂວງຊຽງຂວາງ ໂດຍການເປັນປະທານຂອງ ທ່ານ ຄຳສະຫວັນ ອຸດທະຈັກ ຫົວໜ້າທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ສາຂາແຂວງຊຽງຂວາງ ແລະ ເປັນກຽດເຂົ້າຮ່ວມ, ພ້ອມທັງບັນຍາຍເອກະສານຂອງ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ໃນພິທີດັ່ງກ່າວ ທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ, ຫົວໜ້າກົມອົບຮົມ, ຄະນະໂຄ ສະນາອົບຮົມສູນກາງພັກ […]

ກົມອົບຮົມ ຮ່ວມກັບ ຄະນະໂຄສະນາອົບຮົມນະຄອນຫຼວງວຽງຈັນ ຈັດຕັ້ງຝຶກອົບຮົມໃຫ້ພະນັກງານທີ່ເຮັດວຽກງານອົບຮົມ.

ໃນລະຫວ່າງວັນທີ 25-26 ກັນຍາ 2026 ຢູ່ທີ່ສະໂມສອນ ສໍານັກງານປົກຄອງເມືອງປາກງື່ມ ນະຄອນ ຫຼວງວຽງຈັນ ໄດ້ຈັດຊຸດຝຶກອົບຮົມວຽກງານອົບຮົມໃຫ້ແກ່ພະນັກງານໂຄສະນາອົບຮົມຂັ້ນຕ່າງໆ

ໄຊຍະບູລີ ອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ພະນັກງານຂັ້ນຕາແສງ ຄັ້ງທີ

ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ (ຄອຂ) ໄດ້ເປີດຊຸດຝຶກອົບນຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ໃຫ້ກັບພະນັກງານຂັ້ນຕາແສງ ຊຸດທີ I

1 2 3 … 13