ເພສກົມຈັດຕັ້ງ-ພະນັກງານ

ພິທີປິດຊຸດຝຶກອົບຮົມວຽກງານກວດກາປະຈໍາປີ 2020.

ພິທີປິດຊຸດຝຶກອົບຮົມວຽກງານກວດ ກາປະຈໍາປີ 2020. ໃນຕອນບ່າຍຂອງ ວັນທີ 14 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ພາຍຫຼັງທີ່ໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 8-14 ທັນວາ 2020; ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ປະທານກວດກາ, ຫົວໜ້າກົມຈັດຕັ້ງ-ພະນັກງານ; ເຂົ້າຮ່ວມມີ: ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 11 ທ່ານ. ໃນພິທີ ທ່ານ ອານົງສັກ ອິນທະວົງ ໄດ້ໃຫ້ກຽດມີຄໍາເຫັນ ແລະ ໂອ້ລົມຕໍ່ຊຸດຝຶກອົບ ເຊິ່ງກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ນັກສໍາມະນາກອນທັງໝົດ ທີ່ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າ, ຮໍ່າຮຽນ […]

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບ ຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020.

ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020. ໃນຕອນເຊົ້າຂອງ ວັນທີ 8 ທັນວາ 2020, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຂຶ້ນທີ່ ຫ້ອງປະຊຸມ ຊັ້ນ5, ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ, ເຂົ້າຮ່ວມມີ: ຄູອາຈານທີ່ມາຈາກຄະນະກວດກາສູນກາງພັກ, ບັນດາຄະນະກວດກາໜ່ວຍພັກ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ແລະ ຕາງໜ້າບັນດາກົມເຂົ້າຮ່ວມທັງໝົດ 19 ທ່ານ, ຍິງ 12 ທ່ານ. ໃນພິທີ ທ່ານ ນ. ໄພວັນ ວັນນະໄຊ ຮອງຫົວໜ້າກົມຈັດຕັ້ງພະນັກງານ ໄດ້ຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົບຮົມວຽກງານກວດກາ ປະຈໍາປີ 2020 ຄັ້ງນີ້ແມ່ນ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານວິຊາສະເພາະກ່ຽວກັບວຽກງານຕິດຕາມ, ກວດກາ, ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ, ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ໃຫ້ສາມາດນໍາໄປຄົ້ນຄວ້າ, […]

1 2 3 4