ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
ໃນຕອນເຊົ້າຂອງ ວັນທີ 25 ມີນາ 2024, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຈັດກອງປະຊຸມສ່ອງແສງລາຍງານວຽກ ງານໂຄສະນາຜ່ານສຶ່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ I ແລະ ທິດທາງແຜນການປະຈໍາໄຕມາດ II ປະຈໍາປີ 2024 ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ 4 ຮ່ວມກັບຄະນະໂຄສະນາອົບຮົມແຂວງທົ່ວປະເທດ ໂດຍການເປັນປະທານ ແລະ ກ່າວ ເປີດກອງປະຊຸມຂອງ ທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ເຂົ້າຮ່ວມ ມີ: ທ່ານ ພູວັນ ສຸວັນ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມ ບັນດາ ແຂວງ, ຜູ້ຊີ້ນໍາວຽກງານເວັບໄຊສ, ຄະນະຮັບຜິດຊອບວຽກງານເວັບໄຊສ ແລະ ພະນັກງານວິຊາການ ພາຍໃນພະແນກເຕັກ ໂນໂລຊີ-ຂໍ້ມູນຂ່າວສານ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ (GOV-X). ໃນຕອນເຊົ້າວັນທີ 22 ມີນາ 2024 ສູນບໍລິຫານລັດດິຈິຕ໋ອນ ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ຈັດກອງປະຊຸມສຳມະນາເຜີຍແຜ່ລະບົບບໍລິການພາກລັດປະຕູດຽວ
ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຈັດຝຶກອົບຮົມ ວຽກງານໄອທີ. ໃນວັນທີ 18-20 ມີນາ 2024 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບ ກັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ຈັດຝຶກອົບຮົມວຽກງານໄອທີ
ໃນຕອນບ່າຍຂອງ ວັນທີ 29 ກຸມພາ 2024. ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ກັບ ກົມກວດກາ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບກ່ອງຄໍາຄິດ-ຄໍາເຫັນ ອອນລາຍ ໃຫ້ມີຄວາມທັນສະໄໝ ຂຶ້ນທີ່ ຫ້ອງປະຊຸມທາງໄກ ຊັ້ນ4 ໂດຍການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ ຫົວຫນ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ເຂົ້າຮ່ວມມີ: ຮອງຫົວຫນ້າກົມກວດກາ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ, ວິຊາການກົມກວດກາ , ຮອງຫົວຫນ້າພະແນກ ເຕັກໂນໂລຊີຂໍ້ມູນຂ່າວສານ ພ້ອມດ້ວຍວິຊາການ ເຂົ້າຮ່ວມ.
ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ຢູ່ທີ່ສູນບໍລິຫານລັດດິຈິຕອນ. ໃນວັນທີ 29 ກຸມພາ 2024 ຕາງໜ້າພະນັກງານຈາກຄະນະໂຄສະນາອົບຮົມສູນກາງພັກ ຈຳນວນ 2 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມປະເມີນຜົນ ການນຳໃຊ້ລະບົບຈົດໝາຍເອເລັກໂຕຮນິກ (E-mail) ຂອງອົງການຈັດຕັ້ງພັກ-ລັດ ທີ່ສູນບໍລິຫານລັດດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.