ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫົວພັນ

ພິທີເປີດຊຸດຝຶກອົບວຽກງານໄອທີ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງຫົວພັນ     ໃນຕອນເຊົ້າວັນທີ 16 ພຶດສະພາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ ສົມທົບກັບຄະນະໂຄສະນາອົບຮົມແຂວງ ຈັດຕັ້ງຊຸດຝຶກອົບຮົມວຽກງານໄອທີ ກ່ຽວກັບລະບົບຄອມພິວເຕີ, ການບໍາລຸງຮັກສາຄອມພິວເຕີ ແລະ ລະບົບເຄື່ອຂ່າຍເອເລັກໂຕຮນິກ ໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງຫົວພັນ ພາຍໃຕ້ການເປັນປະທານຮ່ວມ ທັງກ່າວເປີດຊຸດຝຶກອົບຮົມ ໂດຍ ທ່ານ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ; ມີນັກສໍາມະນາກອນເຂົ້າຮ່ວມຈາກແຂວງ ແລະ ບັນດາເມືອງ ທັງໝົດ 13 ທ່ານ.     ຈຸດປະສົງໃນການຝຶກອົບຮົມຄັ້ງນີ້ ເພື່ອບໍາລຸງຍົກສູງຄຸນະພາບພະນັກງານທີ່ເຮັດວຽກງານໂຄສະນາອົບຮົມເວົ້າລວມ ເວົ້າສະເພາະ ແມ່ນການຝຶກອົບຮົມວິທີການນໍາໃຊ້ເຄື່ອງມືເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນວຽກງານໂຄສະນາ ເພື່ອສ້າງບາດກ້າວຫັນປ່ຽນໃໝ່ຂອງວຽກງານການເມືອງ-ແນວຄິດ ຕາມທິດຍົກສູງຄຸນນະພາບ ແລະ ຫັນເປັນທັນສະ ໄໝເທື່ອລະກ້າວ ທັງເປັນການເປັນການຍົກລະດັບຄວາມຮູ້ ຄວາມສາມາດ ທາງດ້ານວຽກງານໄອທີ ໃຫ້ແກ່ພະນັກ ງານໂຄສະນາອົບຮົມແຂວງ ແລະ ເມືອງ […]

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.

ກົມຂໍ້ມູນຂ່າວສານຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ.     ໃນຕອນເຊົ້າຂອງວັນທີ 31 ມີນາ 2022 ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີມອບໃບຢັ້ງຢືນໃຫ້ແກ່ນັກສຶກສາຝຶກງານ ຈຳນວນ 4 ຄົນ

ພິທີປິດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ໃນຕອນເຊົ້າ ວັນທີ 18 ມີນາ 2022 ກົມຂໍ້ມູນຂ່າວສານ ໄດ້ມີພິທີປິດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ຫ້ອງອິນເຕີເນັດ ຊັ້ນ 3, ໃຫ້ກຽດຂຶ້ນກ່າວປິດຊຸດຝຶກອົບຮົມວຽກງານໄອທີ ໂດຍ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ທ່ານ, ນັກວິທະນາກອນ ແລະ ຄະນະຮັບຜິດ ຊອບຊຸດຝຶກອົບຮົມ. ໃນພິທີ ທ່ານ ນ. ອິດໄຊທອງ ສົມມະນີ ຕ່າງໜ້າຄະນະຮັບຜິດຊອບ ໄດ້ຂຶ້ນລາຍງານໂດຍຫຍໍ້ ໃນການຈັດຝຶກອົບຮົມຄັ້ງນີ້, ເຊີ່ງສາມາດສະຫຼຸບຕີລາຄາດ້ານດີ ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂປັບປຸງໃນຕໍ່ໜ້າ ແລະ ບົດຮຽນທີ່ຖອດຖອນໄດ້. ຫຼັງຈາກນັ້ນ ທ່ານ ນ. ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດຂຶ້ນມີຄໍາເຫັນ ແລະ ກ່າວປິດຊຸດຝຶກອົບຮົມ ກ່ອນອື່ນທ່ານສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສໍາເລັດຂອງບັນຝຶກອົບຮົມຄັ້ງນີ້ ແລະ ການປະກອບສ່ວນຂອງບັນດາອາຈານທີ່ຂຶ້ນຫ້ອງສອນ […]

ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ”

ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກໃນ ຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ” ໃນວັນທີ 16-17 ມີນາ 2022 ພະນັກງານໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຝຶກອົບຮົມທາງໄກ ໃນຫົວຂໍ້ “ການຕອບໂຕ້ຕໍ່ການໃສ່ຮ້າຍໂດຍທີ່ບໍ່ມີມູນຄວາມຈິງ”

ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.

ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ.     ໃນຕອນເຊົ້າວັນທີ 14 ມີນາ 2022 ກົມຂໍ້ມູນຂ່າວສານ ເປີດຊຸດຝຶກອົບຮົມວຽກງານໄອທີ ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ ຂຶ້ນທີ່ ຫ້ອງອິນເຕີເນັດ ຊັ້ນ 3 ຂອງ ກົມຂໍ້ມູນຂ່າວສານ, ໃຫ້ກຽດຂຶ້ນເປີດຊຸດຝຶກອົບຮົມວຽກງານໄອທີໂດຍທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ; ເຂົ້າຮ່ວມມີ: ຫົວໜ້າພະແນກ, ຮອງພະແນກ, ພະນັກງານກົມຂໍ້ມູນຂ່າວສານ ແລະ ນັກສໍາມະກອນ ຈາກບັນດາກົມພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ທັງໝົດ 16 ຄົນ.     ໃນພິທີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ ຫົວໜ້າກົມຂໍ້ມູນຂ່າວສານ ໄດ້ໃຫ້ກຽດຂຶ້ນກ່າວຈຸດປະສົງໃນການເປີດຊຸດຝຶກອົມວຽກງານໄອທີຄັ້ງນີ້ແມ່ນ ເພືື່ອບໍາລຸງຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແກ່ພະນັກງານ-ລັດຖະກອນ ໃນການນໍາໃຊ້ເຕັັກນິກວິຊາການ ກ່ຽວກັບການນໍາໃຊ້ລະບົບຄອມພິວເຕີ ແລະ ເຄື່ອງມືເອເລັກໂຕຣນິກເຂົ້າໃນວຽກງານຕ່າງໆ ໃຫ້ສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງ ການຂອງໜ້າທີ່ວຽກງານວິຊາສະເພາະໃນໄລຍະໃໝ່, ພ້ອມທັງສ້າງໃຫ້ພະນັກງານພາຍໃນ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດຄວາມສໍາຄັນທາງດ້ານວຽກງານໄອທີ ໃຫ້ນັບມື້ນັບສູງຂຶ້ນ ແລະ […]

1 9 10 11 12 13 17