ຂ່າວສານ ຄອສພ

ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ສະພາທິດສະດີສູນກາງພັກ ແລະ ຄະນະຊ່ຽວຊານຂອງພັກກອມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລາ 2026, ເວລາ 8:30 ໂມງ ສະພາທິດສະດີສູນກາພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 2 ຕຶກສະພາທິດສະດີສູນກາງພັກ (ຫຼັກ6). ຄະນະຝ່າຍລາວນໍາໂດຍ ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ.ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ, ນັກຄົ້ນຄວ້າສະຖາບັນລັດທິມາກ ສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມທີ່ມີຄວາມໝາຍສໍາຄັນນີ້: ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ດໍາເນີນດ້ວຍບັນຍາກາດດີ, ມີເນື້ອໃນອຸດົມສົມບູນ ບົດຝ່າຍລາວປະກອບມີ […]

ກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄ ສະນາອົບຮົມສຸນກາງພັກຄຸ້ມຄອງ

ໃນວັນທີ 6 ຕຸລາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສຸນກາງພັກຄຸ້ມຄອງ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ເຊິ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.

ສຳເລັດ ຝຶກອົບຮົມບໍາລຸງຍົກລະດັບທິດສະດີການເມືອງ-ແນວທາງຂອງພັກ ໃຫ້ສະມາຊິກພັກ ສູນກາງສະຫະພັນແມ່ຍິງລາວ ຊຸດທີ I

ໃນວັນທີ 25 ກັນຍາ 2026 ທີ່ຜ່ານມາ ສູນກາງສະຫະພັນແມ່ຍິງລາວໄດ້ຈັດພິທີປິດ ຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ສະມາຊິກພັກ ຊຸດທີ I ຂຶ້ນ ທີ່ສູນກາງສະຫະພັນແມ່ຍິງລາວ; ໂດຍການເຂົ້າຮ່ວມຂອງ ສະຫາຍ ສາຄອນ ພົມມະລາດ ກໍາມະການປະຈໍາພັກ, ຮອງຫົວໜ້າ ຄະນະໂຄ ສະນາອົບຮົມສູນກາງພັກ; ສະຫາຍ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະພັກ, ຮອງປະທານຄະນະບໍລິຫານງານສູນກາງສະ ຫະພັນແມ່ຍິງລາວ, ມີບັນດາອາຈານຈາກຄະນະໂຄສະນາອົບຮົມສູນກາງພັກ, ຄະນະໜ່ວຍພັກ, ຄະນະກົມ, ສະ ມາຊິກພັກ ຈາກບັນດາກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມຢ່າງພ້ອມພຽງ. ການຈັດຕັ້ງຝຶກອົບຮົມໃນຄັ້ງນີ້ ໄດ້ດຳເນີນນັບແຕ່ວັນ 14-25 ກັນຍາ 2026, ມີນັກສໍາມະນາກອນ ທັງໝົດ 40 ສະຫາຍ, ຍິງ 35 ສະຫາຍ, ຊາຍ 5 ສະຫາຍ; ຫຼັກສູດການຝຶກອົບຮົມມີເນື້ອໃນທັງໜົດ 14 ບົດ ກວມເອົາທິດສະດີ ແລະ ແນວທາງທີ່ສໍາຄັນຂອງພັກ. ຜ່ານການຈັດຕັ້ງປະຕິບັດຊຸດຝຶກອົບຮົມຄັ້ງນີ້ […]

 ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ.

  ສະຫາຍ ປອ. ຄໍາມອນ ຈັນທະຈິດ, ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈໍາການ ສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ ລົງເຄື່ອນໄຫວ ແລະ ເຮັດວຽກຢູ່ ແຂວງສະຫວັນນະເຂດ.   ໃນວັນທີ 18 ກັນຍາ 2026, ສະຫາຍ ປອ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ,

1 2 3 … 94