ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V.
ກອງປະຊຸມຄົບຄະນະກາງສະໄໝຂອງ ຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກ ສະໄໝທີ V. ໃນວັນທີ 17 ກໍລະກົດ 2023 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເປີດກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ຄະນະໂຄສະນາອົບຮົມສູນກາງພັກສະໄໝທີ V ຂຶ້ນທີ່ ຫ້ອງປະຊຸມໃຫຍ່ (ຫຼັກ 6) ພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ; ເຂົ້າຮ່ວມ: ຄະນະປະຈໍາພັກ, ຄະນະບໍລິຫານງານພັກ, ເລຂາໜ່ວຍພັກ, ຄະນະໜ່ວຍພັກ, ຜູ້ຕາງໜ້າຄະນະຈັດຕັ້ງສູນ ກາງພັກ, ຄະນະກວດກາສູນກາງພັກ, ຫົວໜ້າກົມ, ຮອງຫົວໜ້າກົມ. ໃຫ້ກຽດກ່າວເປີດກອງປະຊຸມໂດຍສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ໃນກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນເຊື່ອມຊຶມເນື້ອໃນເອກະສານຈໍານວນໜຶ່ງເຊັ່ນ: ຄໍາສັ່ງຂອງຄະນະເລຂາທິການສູນກາງພັກ, ສະບັບເລກທີ 268/ຄລສພ, ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ, ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ແລະ ມາດຕະຖານຄະນະບໍລິຫານງານພັກກະຊວງ-ອົງການ; ສິດ ແລະ ໜ້າທີ່ຂອງຄະນະພັກ […]