ຂ່າວສານ ຄອສພ

ພິທີອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທີ່ຫໍປະຊຸມແຫ່ງຊາດ

ພິທີອວຍພອນວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ທີ່ຫໍປະຊຸມແຫ່ງຊາດ    ເພື່ອເປັນການລະນຶກເຖິງຜົນງານ, ຄຸນງາມຄວາມດີ ໃນການປະກອບສ່ວນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ໃນຕອນເຊົ້າຂອງວັນທີ 8 ກຸມພາ 2024 ທີ່ຫໍປະຊຸມແຫ່ງຊາດ ໄດ້ຈັດພິທີອວຍພອນ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ. ໃຫ້ກຽດເປັນປະທານໂດຍ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ,

ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ     ໃນວັນທີ 05 ກຸມພາ 2024 ທີ່ຫ້ອງປະຊຸມຊັ້ນ 4 ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຫັນເປັນທັນສະໄໝເພື່ອຈັດຕັ້ງປະຕິບັດບົດ

ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ.

ໃນຕອນເຊົ້າຂອງວັນທີ 2 ກຸມພາ 2024, ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມສູນກາງພັກ ສະຫະພັນກໍາມະບານ ຄະນະໂຄສະນາອົບຮົມສູນກາງພັກໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68ປີ (01/02/1956- 01/02/2024) ໃຫ້ກຽດປາຖະກະຖາໂດຍ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈໍາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມມີ: ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ປະທານສະຫະພັນກໍາມະບານ ຄອສພ, ຄະນະກໍາມະບານຮາກຖານ ພ້ອມດ້ວຍສະມາຊິກກໍາມະບານທົ່ວຄອສພ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ.

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ເພື່ອລະນຶກວັນເກີດ ປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2024 ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມມີ: ສະຫາຍ ປອ ຄຳພັນ ເຜີຍຍະວົງ ເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ ຫົວໜ້າຄະນະຮັບຜິດຊອບຊີ້ນຳການກະກຽມສະເຫຼີມສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ, ສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫລວງວຽງຈັນ, ສະຫາຍ ບົວສອນ ບຸບຜາວັນ ອະດີດກຳມະການກົມການເມືອງສູນກາວພັກ, ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ, ສະຫາຍ ວຽງສະຫວັດ ສີພັນດອນ […]

ກອງປະຊຸມເຜີຍແຜ່ແນະນໍາເອກະສານການກຳນົດຕໍາແໜ່ງງານ.

ໃນວັນທີ 17 ມັງກອນ 2024, ກົມຈັດຕັ້ງ-ພະນັກງານ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມເຜີຍແຜ່ແນະນໍາເອກະ ສານກ່ຽວກັບການກຳນົດຕໍາແໜ່ງງານ ຂຶ້ນທີ່ຫ້ອງປະຊຸມ ຄອສພ (ຫຼັກ6) ໂດຍການເປັນປະທານຂອງ ທ່ານ ອານົງສັກ ອິນທະວົງ ກຳມະການຄະນະພັກ ຫົວຫນ້າກົມຈັດຕັ້ງ-ພະນັກງານ, ມີຜູ້ເຂົ້າຮ່ວມ ຕາງໜ້າຄະນະກົມ, ຫົວຫນ້າພະແນກ, ຮອງຫົວຫນ້າພະແນກ ແລະ ວິຊາການທັງໝົດເຂົ້າຮ່ວມຢ່າງພ້ອມພຽງ.

1 17 18 19 20 21 72