ຄະນະໂຄສະນາອົບຮົມສູນກາງພັກ ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ. ໃນຕອນບ່າຍຂອງວັນທີ 29 ມີນາ 2023, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີສະຫຼຸບຕີລາຄາໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ປະກາດການຈັດຕັ້ງ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ຂອງ ຄະນະໂຄສະນາອົບຮົມສູນກາງພັກ; ໂດຍການເປັນປະທານຂອງ ທ່ານ ຄໍາພັນ ເຜີຍຍະວົງ ເລຂາ ທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ກໍາມະການປະຈໍາພັກ, ກໍາມະການພັກ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີ ທ່ານ ອານົງສັກ ອິນທະວົງ ກໍາມະການພັກ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022 ແລະ ທິດທາງແຜນການໆກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ […]