ສາລະໜ້າຮູ້

ຜົນຮ້າຍຂອງແປ້ງນົວ.

ຜົນຮ້າຍຂອງແປ້ງນົວ. ແປ້ງນົວ ເປັນອັນຕະລາຍກວ່າທີ່ຄິດເນື່ອງຈາກວ່າແປ້ງນົວມີໂຊດຽມທີ່ເຮັດມາຈາກໂຊດາໄຟ, ເປັນອົງປະກອບສໍາຄັນແຕ່ມີຜົນຮ້າຍຕໍ່ສຸຂະພາບຂອງຄົນເຮົາເຊັ່ນ: • ເຮັດໃຫ້ພູມຕ້ານທ້ານ ຫຼື ພູມຄຸ້ມກັນຂອງຮ່າງກາຍຄົນເຮົາຫຼຸດລົງ. • ເປັນອັນຕະລາຍຕໍ່ຜູ້ທີ່ເປັນພະຍາດເຊັ່ນ: ຄວາມດັນເລືອດສູງ, ໂລກໄຕ, ໂລກຫົວໃຈເປັນຕົ້ນ. • ໃນເວລາປຸງແຕ່ງອາຫານຫາກໃສ່ແປ້ງນົວຫຼາຍກິນເຂົ້າໄປຈະເກີດມີອາການຊາ ແລະ ຮ້ອນວູບວາບທີ່ປາກ, ລິ້ນ ແລະ ໃບໜ້າ, ແໜ້ນເອິກ, ຫົວໃຈເຕັ້ນຊ້າລົງ, ຫາຍໃຈບໍ່ສະດວກເປັນຕົ້ນ. • ແປ້ງນົວເປັນອັນຕະລາຍຕໍ່ລະບົບປະສາດສາຍຕາ, ເສຍສາຍຕາ ຫຼື ເກີດຕາບອດ. • ເຮັດໃຫ້ກະດູກ ແລະ ໄຂກະດູກຂອງທ່ານຊຶ່ງເປັນສ່ວນຜະລິດເມັດເລືອດແດງໃນຮ່າງ ກາຍເຮັດໃຫ້ເລືອດຈາງໄດ້ໃນທີ່ສຸດ. • ມີສ່ວນທໍາຮ້າຍສະໝອງສ່ວນໜ້າຊຶ່ງເປັນສ່ວນສໍາຄັນໃນການຄວບຄຸມການຈະເລີນເຕີບໂຕ ແລະ ລະບົບສືບພັນຂອງຮ່າງກາຍ, ອາດຈະເປັນໝັນໄດ້.

10 ເຄັດລັບເພື່ອກວດສອບອີເມວຫຼອກລວງ (Phishing) ທີ່ວ່ອງໄວທັນໃຈ.

10 ເຄັດລັບເພື່ອກວດສອບອີເມວຫຼອກລວງ (Phishing) ທີ່ວ່ອງໄວທັນໃຈ. ໃນໄລຍະປີທີ່ຜ່ານມາ ຈຳນວນອີເມວຫຼອກລວງ ມີການເຕີບໃຫຍ່ ແລະ ຂະຫຍາຍຕົວ ຢ່າງກ້າວກະໂດດຊຶ່ງບໍລິ ສັດດ້ານຄວາມປອດໄພທາງໄຊເບີ F5 Labs ລາຍງານວ່າ ໄດ້ພົບເຫັນຄວາມພະຍາຍາມໃນການໂຈມຕີແບບຫຼອກລວງເພີ່ມຂຶ້ນຫຼາຍເຖິງ 220% ໃນປີ 2020. ຂັ້ນຕອນ ແລະ ວິທີງ່າຍໆໃນການສັງເກດວ່າເປັນອີເມວຫຼອກລວງ ມີເນື້ອໃນດັ່ງຕໍ່ໄປນີ້: 1. ຄົນທີ່ເປີດອ່ານອີເມວ ທີ່ບໍ່ມີບັນຊີຜູ້ໃຊ້ໃນບໍລິສັດທີ່ອ້າງເຖິງ ຖ້າເຈົ້າໄດ້ຮັບຂໍ້ຄວາມໃນຮູບແບບທີ່ວ່າ “ກະລຸນາອັບເດດຂໍ້ມູນບັນຊີ PayPal” ແຕ່ເຈົ້າບໍ່ເຄີຍມີບັນຊີ PayPal ມາກ່ອນ ສິ່ງນີ້ຖືວ່າເປັນສັນຍານຂອງ Phishing ທີ່ຊັດເຈນຫຼາຍ, ເຈົ້າອາດຈະຢ້ານວ່າ ມີໃຜຄົນອື່ນມາເປີດບັນຊີໂດຍໃຊ້ຊື່ຂອງເຈົ້າ ຫຼື ບໍ່, ແຕ່ກໍ່ບໍ່ຄວນເປີດອີເມວດັ່ງກ່າວ ຄວນສອບຖາມກັບບໍລິສັດໂດຍກົງຈະດີກວ່າ. 2. ບັນຊີອີເມວຂອງເຈົ້າບໍ່ໄດ້ໃຊ້ເປັນອີເມວໃນການຕິດຕໍ່ກັບບໍລິສັດທີ່ລະບຸໄວ້ ສົມມຸດວ່າ ຖ້າເຈົ້າມີບັນຊີ PayPal ແຕ່ບໍ່ໄດ້ເຊື່ອມຕໍ່ກັບບັນຊີອີເມວທີ່ເຈົ້າໄດ້ຮັບຂໍ້ຄວາມ ລວມທັງບໍ່ເຄີຍບອກທີ່ຢູ່ອີເມວນີ້ໃຫ້ບໍລິສັດຮູ້ ບໍລິສັດກໍ່ບໍ່ຄວນທີ່ຈະສົ່ງມາທີ່ອີເມວນີ້ໄດ້. 3. ທີ່ຢູ່ອີເມວສຳລັບຕອບກັບ ທີ່ມີຄວາມຜິດປົກກະຕິ ຖືເປັນຈຸດທີ່ເຮົາຈະບໍ່ຄ່ອຍໄດ້ສັງເກດເບິ່ງ ແຕ່ກໍ່ເປັນຈຸດທີ່ສາມາດຢືນຢັນວ່າເປັນອີເມວຫຼອກລວງໄດ້ຊັດເຈນທີ່ສຸດ ເພາະເມື່ອເຈົ້າໄດ້ຮັບອີເມວຈາກບໍລິສັດທີ່ຮູ້ຈັກ ອີເມວນັ້ນກໍ່ຄວນຈະມາຈາກທີ່ຢູ່ອີເມວຂອງບໍລິສັດນັ້ນໂດຍກົງ […]

Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ.

ສາລະໜ້າຮູ້ທາງດ້ານໄອທີ Kaspersky ເປີດເຜີຍສະຖິຕິ ປີ 2020 ພົບໄຟລ໌ອັນຕະລາຍເກີດໃໝ່ ສະເລ່ຍມື້ລະ 360,000 ໄຟລ໌ ເພີ່ມຂຶ້ນ 5.2% ຈາກປີກ່ອນ. ໃນປີ 2020, Kaspersky ກວດພົບໄຟລ໌ອັນຕະລາຍເກີດໃໝ່ສະເລ່ຍແລ້ວ ມື້ລະ 360,000 ໄຟລ໌ ຊຶ່ງເພີ່ມຂຶ້ນ 5.2% ເມື່ອທຽບກັບປີທີ່ຜ່ານມາ ສາເຫດແມ່ນໜ້າຈະມາຈາກ ການເຕີບໃຫຍ່ ແລະ ຂະຫຍາຍໂຕຢ່າງຫຼວງຫຼາຍຂອງ ໂທຈັນ (Trojan ໄຟລ໌ທີ່ເປັນອັນຕະລາຍໄດ້ຫຼາຍຢ່າງ ລວມທັງການລຶບ ຫຼື ລັກຂໍ້ມູນພ້ອມ) ແລະ ແບັກດໍ (Backdoor ໂທຈັນປະເພດໜຶ່ງທີ່ຜູ້ບໍ່ຫວັງດີ ສາມາດເຂົ້າມາຄວບຄຸມເຄື່ອງຄອມພິວເຕີຂອງເຫຍື່ອ) ເພີ່ມຂຶ້ນ 40.5% ແລະ 23% ຕາມລຳດັບ ແລະ ນີ້ແມ່ນແນວໂນ້ມ ທີ່ບອກໃນລາຍງານ Kaspersky Security Bulletin: Statistics of the Year Report ລະບົບກວດຈັບຂອງ Kaspersky […]

ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ກຳແໜ້ນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໂດຍ: ທ່ານ ຄຳວິສັນ ແກ້ວສຸວັນ ຜູ້ຊ່ວຍຄະນະໂຄສະນາອົບຮົມສູນກາງພັກ     ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ(ພັກປປລາວ)ໄດ້ດຳເນີນຢ່າງເປັນທາງການແຕ່ວັນທີ

ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຖະແຫຼງຂ່າວກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .”

ວັນນີ້ 22 ທັນວາ 2020 “ທ່ານນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຖະແຫຼງຂ່າວກ່ຽວກັບການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະ ຍາດ COVID-19 .” ພໍ່ແມ່ພີ່ນ້ອງຊາວລາວ ທີ່ເຄົາລົບ ແລະ ຮັກແພງທັງຫຼາຍ! ມື້ນີ້, ໂດຍຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດ ໂຄວິດ-19 ໃນທົ່ວໂລກກໍຄືປະເທດພວກເຮົາ, ຂ້າພະເຈົ້າ ມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວເຮົາອີກຄັ້ງໜຶ່ງ ດ້ວຍການຖະ ແຫຼງຜ່ານສື່ມວນຊົນ

1 2 3 4 5 7