ເພສກົມໂຄສະນາ

34 ປີ ການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປ ລາວ

ລັດຖະທຳມະນູນ ​ແຫ່ງ ສປປ ລາວ ແມ່ນກົດຫມາຍພື້ນຖານຂອງຊາດ ທີ່ຫັນເອົາແນວທາງປ່ຽນແປງໃຫມ່ຢ່າງຮອບດ້ານທີ່ມີຫລັກການຂອງພັກ ມາເປັນເນື້ອໃນພື້ນຖານ ເຊິ່ງໄດ້ກຳນົດແຈ້ງລະບອບການເມືອງ, ລະບອບເສດຖະກິດ-ສັງຄົມ, ກົງຈັກການຈັດຕັ້ງລັດປະຊາທິປະໄຕປະຊາຊົນ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສິດ ແລະ ພັນທະຂອງພົນລະເມືອງ, ພາສາ, ຕົວອັກສອນ, ເຄື່ອງຫມາຍຊາດ, ເພງຊາດ, ສະກຸນເງິນ ແລະ ນະຄອນຫລວງປະເທດ.

ບົດບາດຂອງກົມສື່ມວນຊົນ ກັບການຄຸ້ມຄອງສື່ສັງຄົມອອນລາຍ

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສື່ມວນຊົນ ແລະ ພິມຈຳໜ່າຍ ຄົບຮອບ 75 ປີ (13/8/1950-13/8/2025) ຕິດພັນກັບເຫດການພາຍຫຼັງທີ່ມີການໂອນເອົາ 5 ພາກສ່ວນວຽກງານຖະແຫຼງຂ່າວ ຈາກກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ໃນໄລຍະເມື່ອບໍ່ດົນຜ່ານມານີ້ ເຊິ່ງ 1 ໃນ 5 ພາກສ່ວນນັ້ນ ກໍຄືກົມສື່ມວນຊົນ ທີ່ເຮັດບົດບາດຄຸ້ມຄອງສື່ປະເພດຕ່າງໆ ທັງສື່ແບບເກົ່າ ແລະ ສື່ແບບໃໝ່ ເຊິ່ງກົມສື່ມວນຊົນ ມີພາລະບົດບາດ ໜ້າທີ່ ໃນການຄຸ້ມຄອງ ແລະ ບໍລິການສື່ມວນຊົນ ກໍຄືການຄຸ້ມຄອງຜະລິດຕະພັນສື່ມວນຊົນ ແລະ ພັດທະນາເຕັກໂນໂລຊີຖະແຫຼງຂ່າວ ແລະ ສື່ມວນຊົນ ລວມທັງຂໍ້ມູນ-ຂ່າວສານ, ອິນເຕີເນັດ ແລະ ດາວທຽມ.

ກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານກົມໂຄສະນາ

ກອງປະຊຸມໃຫຍ່ຄັ້ງທີ II ຂອງກໍາມະບານຮາກຖານກົມໂຄສະນາ              ຕອນບ່າຍ ວັນທີ 15 ຕຸລາ 2024 ຢູ່ຫ້ອງປະຊຸມຊັ້ນ 5 ສໍານັກງານ ຄະນະໂຄສະນາອົບຮົມສູນກາງພັກ ( ຄອສພ ) ຫຼັກ 6 ກໍາມະບານຮາກຖານກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມໃຫຍ່ ຄັ້ງທີ II ຂຶ້ນພາຍໃຕ້ການເປັນຄະນະປະທານຂອງ ສະຫາຍ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ປະທານກໍາມະບານ ຄອສພ, ຫົວໜ້າກົມຂໍ້ມູນ-ຂ່າວສານ ແລະ ຝຶກອົບຮົມ, ສະຫາຍ ອານົງສັກ ອິນທະວົງ ກໍາມະການຄະນະພັກ, ຫົວໜ້າກົມໂຄສະນາ, ສະຫາຍ ນ. ພັນແສງ ສຸກຈັນທະລາວົງ ປະທານກໍາມະບານຮາກຖານກົມໂຄສະນາ, ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ຂອງກົມໂຄສະນາ, ມີຜູ້ຕາງໜ້າບັນດາກໍາມະບານຮາກຖານທົ່ວ ຄອສພ ແລະ ສະມາຊິກກໍາມະບານຮາກຖານກົມໂຄສະນາ […]

ຫົວໜ້າກົມໂຄສະນາ ສືບຕໍ່ເຄື່ອນໄຫວວຽກງານຢູ່ແຂວງຊຽງຂວາງ

ຫົວໜ້າກົມໂຄສະນາ ສືບຕໍ່ເຄື່ອນໄຫວວຽກງານຢູ່ແຂວງຊຽງຂວາງ           ພາຍຫຼັງສໍາເລັດພາລະກິດການເຄື່ອນໄຫວເກັບກໍາຂໍ້ມູນຢູ່ແຂວງຫົວພັນແລ້ວ, ໃນລະຫວ່່າງວັນທີ 15 ຫາ 16 ສິງຫາ 2024 ທ່ານ ອານົງສັກ ອິນທະວົງ ຫົວໜ້າກົມ

1 2 3 10