ເພສກົມອົບຮົມ

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025

ກົມອົບຮົມຈັດຕັ້ງຂະບວນການແຂ່ງຂັນວຽກງານວິຊາສະເພາະ ປະຈໍາປີ 2025         ໃນຕອນເຊົ້າວັນທີ 5 ສິງຫາ 2025 ທີ່ຜ່ານມາ ກົມອົບຮົມໄດ້ຈັດຕັ້ງຂະບວນການແຂ່ງຂັນເຮັດວຽກງານວິຊາສະເພາະຂອງກົມ ປະຈໍາປີ 2025 ຊຸດທີ 1 ຂຶ້ນ ທີ່ຫ້ອງປະຊຸມຊັ້ນ 2 ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍການເປັນປະທານຂອງສະຫາຍນາງ ສຸກສະຫວັນ ອິນຄະວິໄລ ຮອງຫົວໜ້າກົມອົບຮົມ, ມີບັນດາຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການເຂົ້າຮ່ວມທັງໜົດ 17 ສະຫາຍ, ຍິງ 9 ສະຫາຍ. ການແຂ່ງຂັນດັ່ງກ່າວຈັດຂຶ້ນໃນຮູບແບບສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້ “ສ້າງການຫັນປ່ຽນຢ່າງແຂງແຮງວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່”, ຈຸດປະສົງແມ່ນແນ່ໃສ່ຍົກລະດັບຄວາມຮູ້, ຄວາມເຂົ້າໃຈກ່ຽວກັບທິດສະດີ, ແນວທາງນະໂຍບາຍຂອງພັກ, ລັດ, ຄວາມສາມາດ ໃນການຂຽນບົດສໍາມະນາວິທະຍາສາດ ຂອງບັນດາພະນັກງານຂັ້ນພະແນກ ແລະ ວິຊາການ ແລະ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທັງເປັນການສ້າງພະນັກງານສືບທອດໃຫ້ເປັນລະບົບ ແລະ ສືບຕໍ່ຖອດຖອນບົດຮຽນ ເພື່ອປູທາງໄປສູ່ການສືບຕໍ່ເປີດຂະບວນການແຂ່ງຂັນຊຸດທີ 2 ໃນຫົວຂໍ້: “ຮໍ່າຮຽນເອົາແບບ ແຜນວິທີເຮັດວຽກຂອງປະທານ ໄກສອນ ພົມວິຫານ” […]

ອົບ​ຮົມ​ການເມືອງ-ແນວ​ຄິດ​ໃຫ້​ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ​ ແຂວງ​ຫຼວງນໍ້າທາ

ອົບ​ຮົມ​ການເມືອງ-ແນວ​ຄິດ​ໃຫ້​ ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ຢູ່ເມືອງລອງ​ ແຂວງ​ຫຼວງນໍ້າທາ ໂດຍ: ສີ​ວອນ ຈັນ​ສຸ​ລີ ໃນວັນທີ 13 ພຶດສະພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງລອງ ຈັດຕັ້ງ​ອົບຮົມການ​ເມືອງ-​ແນວຄິດ ໃຫ້​ຜູ້ຊົງຄຸນວຸດທິບັນດາຊົນເຜົ່າ ​ ຢູ່​ເມືອງ​ລອງ ແຂວງ​ຫຼວງນໍ້າທາ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ສະຫາຍ ສິງໄຊ ວັນຄໍາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງນໍ້າທາ, ສະ​ຫາຍ ສາລີ ບັອບບີ້  ຮອງເລຂາພັກເມືອງ ຮອງ​ເຈົ້າ​ເມືອງ ເມືອງ​ລອງ ແລະ ສະ​ຫາຍ​ ນາງ ສຸກສະຫວັນ ອິນຄະວິໄລ ຮອງ​ຫົວ​ໜ້າ​ກົ​ມ​ອົບ​ຮົມ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ, ຊຸດ​ອົບ​ຮົມ​ຄັ້ງ​ນີ້​ມີ​ຜູ້​ເຂົ້າ​ຮ່ວມ​ທັງ​ໝົດ 39 ຄົນ, ຍິງ 6 ຄົນ  ຊຶ່ງເປັນຜູ້ມີຊົງຄຸນວຸດທິບັນດາຊົນເຜົ່າ ທີ່ມາ​ຈາກ 11 ​ບ້ານຂອງເມືອງລອງ. ເນື້ອ​ໃນ​​ເອກະສານອົບຮົມຄັ້ງນີ້ປະກອບມີ 3 ບົດ ຄື: ບົດ​ທີ 1 […]

ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ

ເປີດຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງໃຫ້ເລຂາໜ່ວຍພັກ, ນາຍບ້ານ, ຮອງນາຍບ້ານ         ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບຄະນະໂຄສະນາອົບຮົມແຂວງ ຫົວພັນ ແລະ ອົງການປົກຄອງເມືອງ

ເປີດຊຸດຝຶກອົບຮົມວຽກງານ 3 ສ້າງ ແລະ ຊາຍແດນ ໃຫ້ເລຂາໜ່ວຍພັກບ້ານ ແລະ ພະນັກງານຫຼັກແຫຼ່ງຢູ່ບ້ານໃຫຍ່, ບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ.

                         ໃນວັນທີ 4-5 ກຸມພາ 2025 ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງຈໍາປາສັກ ໄດ້ລົງສົມທົບກັບຄະນະໂຄສະນາອົບຮົມເມືອງ ສຸຂຸມາ ຈັດຕັ້ງຊຸດອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ, ການສ້າງບ້ານພັດທະນາ​ ແລະ ອົບຮົມປະຊາຊົນລຽບຕາມຊາຍແດນຢູ່ບ້ານໃຫຍ່ ບ້ານຫຽງ ໃຫ້ແກ່ເລຂາໜ່ວຍພັກບ້ານ, ນາຍບ້ານ, ຮອງນາຍບ້ານ; ຫົວໜ້າໜ່ວຍງານ ທີ່ມາຈາກ 5 ບ້ານ ແລະ 2 ກຸ່ມບ້ານ

ແລກປ່ຽນບົດຮຽນວຽກງານອົບຮົມໃນໄລຍະໃໝ່ ລະຫວ່າງ ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ປ ປ ລາວ ກັບກົມ ທິດສະດີການເມືອງ ຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

ແລກປ່ຽນບົດຮຽນວຽກງານອົບຮົມໃນໄລຍະໃໝ່ ລະຫວ່າງ ກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ປ ປ ລາວ ກັບກົມທິດສະດີການເມືອງ ຂອງຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ

1 2 3 9