ເພສກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ
ປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ MOU ວ່າດ້ວຍການຮ່ວມມືຫັນເປັນດີຈີຕອນ ໃນວຽກງານໂຄສະນາອົບຮົມລະຫວ່າງ ຄະນະໂຄສະນາອົບຮົມສູນກາງພັກ ແລະ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຕອນເຊົ້າຂອງ ວັນທີ 31 ກໍລະກົດ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ພົບປະແລກປ່ຽນບົດຮຽນຮ່ວມກັບ ສູນບໍລິຫານລັດດີຈີຕອນ ແລະ ສູນສົ່ງເສີມ ແລະ ຖ່າຍຖອດເທັກໂນໂລຊີ ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ;
ໃນຕອນເຊົ້າ ຂອງວັນທີ 25 ກໍລະກົດ 2024 ທີ່ຫ້ອງປະຊຸມທາງໄກ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ມີພິທີມອບ-ຮັບປື້ມ ລະຫວ່າງສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແລະ ຫ້ອງສະໝຸດຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດກ່າວມອບໂດຍ ທ່ານ ໄຊຍະພອນ ອານຸລາດ ເລຂາໜ່ວຍພັກ ອຳນວຍການໃຫຍ່ສຳນັກພິມ ແລະ ຈຳໜ່າຍປື້ມແຫ່ງລັດ ພ້ອມດ້ວຍຄະນະ, ກ່າວຮັບໂດຍ ທ່ານ ບົວໄລ ຊົມພູແກ້ວ ຮອງຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ.
ພິທີລະນຶກເຖິງ ວັນທີ 15 ກໍລະກົດເຊິ່ງເປັນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ເຂົ້າຮ່ວມພິທີລະນຶກເຖິງ ວັນທີ 15 ກໍລະກົດ ວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດຕວັກກີ ຄົບຮອບ 9 ປີ ທີ່ສະຖາທູດຕວັກກີປະຈຳສປປ ລາວ, ນະຄອນຫຼວງວຽງຈັນ. ໃນພິທີ ທ່ານ ນາງ ໂອຢາ ຢາຊາ (Ms Oya Yazar) ເອກອັກຄະລັດຖະທູດຕວັກກີປະຈຳສ ປປ ລາວ ໄດ້ຂຶ້ນກ່າວຄຳປາໄສ ເພື່ອລະນຶກເຖິງເຫດການຄົບຮອບ 9 ປີ ເຊິ່ງເປັນເຫດການທີ່ສຳຄັນທີ່ສຸດໃນປະເທດຕວັກກີແລະ ຖືກຳນົດໃຫ້ເປັນ “ວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ” ຂອງປະເທດຕວັກກີ. ເຫດການທີ່ເກີດຂຶ້ນໃນຕອນຄ່ຳຂອງວັນທີ 15 ກໍລະກົດ, 2016, “ອົງກອນກໍ່ການຮ້າຍ ເຟທຸລີ” ໄດ້ພະຍາຍາມກໍ່ລັດຖະປະຫານຢ່າງນອງເລືອດຕ້ານປະຊາຊົນ ແລະ ໂຄ່ນລົ້ມລັດຖະບານຂອງຕວັກກີ.ກອງກຳລັງທະຫານໃນເຄືອຂອງ […]
ກົມຂໍ້ມູນຂ່າວສານຈັດຊຸດຝຶກອົບຮົມການນຳໃຊ້ AI ໃຫ້ແກ່ພະນັກງານພາຍໃນຄະນະໂຄສະນາອົບຮົມສູນກາງພັກ. ໃນວັນທີ 14 ກໍລະກົດ 2025 ຢູ່ທີ່ຫ້ອງປະຊຸມທາງໄກ ກົມຂໍ້ມູນຂ່າວສານຈັດຊຸດຝຶກອົບຮົມການນຳໃຊ້ AI
ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊ)ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ II (4,5,6/2025) ໃນຕອນເຊົ້າຂອງ ວັນທີ 03 ກໍລະກົດ 2025, ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ໄດ້ຈັດກອງປະຊຸມສ່ອງແສງລາຍງານການ