ຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ຮ່ວມກັບ ຄະນະໂຄສະນາອົບຮົມແຂວງໄຊຍະບູລີ ໄດ້ຈັດຊຸດຝຶກອົບຮົມວຽກງານສັງລວມ-ຫາງສຽງສັງຄົມ ຄັ້ງທີ III ໃຫ້ຄະນະຮັບຜິດຊອບ ແລະ ເພື່ອນຮ່ວມງານ ຢູ່ແຂວງໄຊຍະບູລີ. ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 18-19 ສິງຫາ 2026 ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ພາຍໃຕ້ການເປັນປະທານ ພ້ອມທັງໃຫ້ກຽດຮັບຟັງ, ກ່າວເປີດ-ກ່າວປິດຊຸດຝຶກອົບຮົມ ຂອງສະຫາຍ ເພັງນິລັນ ຄຳພັນເພັງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ; ໃຫ້ກຽດເປັນວິທະຍາກອນ ຂອງສະຫາຍ ບຸນເພັງ ຈັນທະດາລາ ກໍາມະການພັກ, ຫົວໜ້າຫ້ອງການ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ; ມີບັນດາສະຫາຍກຳມະການພັກແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໝ້າ-ຮອງຫົວໝ້າພະແນກການ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກຊ-ປກຊ ແຂວງ, ບັນດາສະຫາຍ ຮອງເລຂາຄະນະບໍລິຫານພັກເມືອງ, ຫົວໝ້າຄະນະໂຄສະນາອົບຮົມ 11 ເມືອງ ພາຍໃນແຂວງໄຊຍະບູລີ (ນັກສໍາມະນາກອນ) ແລະ ພະນັກງານຫຼັກແຫຼ່ງ ຂອງຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດ ຈໍານວນ 80 ສະຫາຍ, ຍິງ 22 ສະຫາຍ. […]