ພິທີເປີດລາຍການ ວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພີ່ມ 2 ຄັ້ງຕໍ່ອາທິດ.
ພິທີເປີດລາຍການ ວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພີ່ມ 2 ຄັ້ງຕໍ່ອາທິດ. ໃນຕອນບ່າຍຂອງ ວັນທີ 22 ມີນາ 2023, ກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີເພີ່ມ ລາຍການວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງ 2 ຄັ້ງຕໍ່ອາທິດ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ໂດຍການເປັນປະທານ ແລະ ກ່າວເປີດພິທີໂດຍທ່ານ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ; ເຂົ້າຮ່ວມມີ: ຄະນະປະຈໍາພັກ,ຄະນະພັກ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກກົມສື່ມວນຊົນ ກະຊວງຖະແຫຼ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ວິທະຍຸກະຈາຍສຽງແຫ່ງຊາດລາວ, ກົມໂຄສະນາ ກະຊວງປ້ອງກັນປະເທດ ແລະ ວິທະຍຸກະຈາຍສຽງກອງທັບປະຊາຊົນລາວ. ໃນພິທີ ທ່ານ ໂພເມກ ວິໄລສັກ ຫົວຫນ້າກົມໂຄສະນາ ໄດ້ຂຶ້ນກ່າວຈຸດປະສົງໃນການສືບຕໍ່ເປີດລາຍການວິທະຍຸກະຈາຍສຽງ ຂອງຄະນະໂຄສະນາອົບຮົມສູນກາງພັກ ເພີ່ມເຕີມ ແນ່ໃສ່ເພື່ອເປັນເຄື່ອງມືໃນການໂຄສະນາອົບຮົມບັນດາມະຕິ, […]