ເນື້ອໃນລັດຖະທຳມະນູນສະບັບປັບປຸງໃໝ່ 2025 ມີຫຍັງແດ່?
ເນື້ອໃນລັດຖະທຳມະນູນສະບັບປັບປຸງໃໝ່ 2025 ມີຫຍັງແດ່? ມາເຖິງປີ 2025 ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈັດຕັ້ງປະຕິບັດມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ,
ເນື້ອໃນລັດຖະທຳມະນູນສະບັບປັບປຸງໃໝ່ 2025 ມີຫຍັງແດ່? ມາເຖິງປີ 2025 ເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຈັດຕັ້ງປະຕິບັດມະຕິຂອງ ຄະນະບໍລິຫານງານສູນກາງພັກ ສະບັບເລກທີ 05/ຄບສພ,
“ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນໃນ ຊາດ, ຮັບປະກັນສະຖຽນລະພາບດ້ານການເມືອງຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນການພັດທະນາເສດຖະກິດ – ສັງຄົມໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນໃຫ້ສູງຂຶ້ນ, “ສືບຕໍ່ນໍາປະເທດຊາດພົ້ນຈາກສະຖານະພາບດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ ” ① “ຍົກສູງຄວາມສາມາດນໍາພາຂອງພັກ” ແມ່ນການສືບຕໍ່ຢືນຢັນຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການໃນການຍົກສູງຄວາມສາມາດນໍາພາ ແລະ ຄວາມເປັນແບບຢ່າງນໍາໜ້າຂອງພັກເຮົາ ໃນເງື່ອນໄຂໃໝ່ຂອງການປະຕິວັດ ເຊິ່ງແມ່ນບັນຫາພື້ນຖານ, ທັງເປັນບັນຫາຮີບດ່ວນຂອງການປັບປຸງ, ກໍ່ສ້າງພັກເຮົາ, ແມ່ນປັດໄຈຕັດສິນການກ້າວຂຶ້ນ ຂອງພາລະກິດປະຕິວັດຢູ່ປະເທດເຮົາ. ຍົກສູງຄວາມສາມາດນໍາພາຂອງ ພັກສະແດງອອກໃນ 5 ດ້ານຄື: ຄວາມສາມາດໃນການກຳນົດແນວທາງ ບົນພື້ນຖານກຳແໜ້ນທິດສະດີມາກ – ເລນິນ, ແນວຄິດໄກສອນ ພົມວິ ຫານ ແລະ ທິດສະດີກ້າວໜ້າອື່ນໆ, ຮັບຮູ້ບັນດາກົດເກນ ແລະ ໝູນໃຊ້ຢ່າງສອດ ຄ່ອງ, ເພີ່ມທະວີການຄົ້ນຄວ້າທິດສະດີ, ສະຫຼຸບພຶດຕິກຳ ແລະ ໃຫ້ຄໍາຕອບຢ່າງທັນການຕໍ່ກັບບັນຫາທີ່ຕັ້ງຂຶ້ນ. ຄວາມສາມາດໃນການຫັນແນວທາງ, ແຜນນະໂຍບາຍຂອງພັກໃຫ້ກາຍເປັນທິດທາງ, ແຜນການ ແລະ ກົດໝາຍຕ່າງໆທີ່ສ່ອງແສງອອກຢ່າງຖືກ ຕ້ອງ ແລະ ຄົບຖ້ວນເຖິງຜົນປະໂຫຍດ, […]
ຈີນ-ອາຊຽນ ຮ່ວມກັນສົ່ງເສີມປັນຍາປະດິດ ຈີນ-ອາຊຽນ ໄດ້ຈັດກອງປະຊຸມສຳມະນາສົ່ງເສີມປັນຍາປະດິດ AI ຂຶ້ນຢ່າງເປັນທາງ ການໃນວັນທີ 19 ກໍລະກົດ 2025
ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຣັດເຊຍ ເຂົ້າສູ່ລວງເລິກ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຣັດເຊຍ ທີ່ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະ ທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີອະດີດສະຫະພາບໂຊວຽດ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອພາລະກິດປະຕິວັດ ຂອງສປປ ລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມື ຂອງພວກເຮົາມາຈົນເຖິງທຸກມື້ນີ້. ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນລະຫວ່າງ ລາວ–ຣັດເຊຍ ນັ້ນແມ່ນ ການ ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງ ລະຫວ່າງ ລາວ ແລະ ສະຫະພາບ ໂຊວຽດ ເມື່ອວັນທີ 7 ຕຸລາ 1960. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ໃນປີ 1975 ສະຫະພາບ ໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງຫຼວງຫຼາຍ ໃຫ້ແກ່ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫຼັງສົງຄາມທຳລາຍອັນໜັກໜ່ວງ, […]
5ອົງການຕົ້ນຕໍທີ່ເຮັດໜ້າທີ່ສຶກສາອົບຮົມການເມືອງ-ແນວຄິດ ເພື່ອນຜູ້ອ່ານຫຼາຍທ່ານອາດຍັງບໍ່ທັນຮັບຮູ້ ແລະ ເຂົ້າໃຈວ່າ ບັນດາອົງການທີ່ເຮັດວຽກໂຄສະນາສຶກສາອົບຮົມການເມືອງ-ແນວຄິດມີພາກສ່ວນໃດແດ່? ບັນດາອົງການທີ່ເຮັດວຽກດັ່ງກ່າວໂດຍກົງປະກອບມີ 5 ອົງການຄື: ໜຶ່ງ: ຄະນະໂຄສະນາອົບຮົມສູນກາງພັກ ແລະ ຄະນະໂຄສະນາອົບຮົມຂັ້ນທ້ອງຖິ່ນ (ຄະນະໂຄສະນາອົບຮົມ ນະຄອນຫຼວງ, ແຂວງ ແລະ ເມືອງ) ເຊິ່ງອົງການເຫຼົ່ານີ້ ມີຄວາມຮັບຜິດຊອບໂດຍກົງ ແລະ ເປັນໃຈກາງ ໃນການເຮັດພາລະບົດບາດເປັນອົງການເສນາທິການໃນການຊີ້ນໍາການດໍາເນີນວຽກງານການເມືອງ-ແນວຄິດຂອງພັກທີ່ເຮັດໜ້າທີ່ ຄົ້ນຄວ້າທິດສະດີ ແລະ ສັງລວມພຶດຕິກໍາ, ໂຄສະນາ ປະຖະກະຖາ ແລະ ຈັດຕັ້ງການຄົ້ນຄວ້າເຊື່ອມຊຶມແນວທາງ ມະຕິເອກະສານຕ່າງໆຂອງພັກ; ອົບຮົມຄວາມຮູ້ດ້ານທິດສະດີ-ແນວທາງເພື່ອສ້າງທັດສະນະຄວາມຮັບຮູ້ທີ່ຖືກຕ້ອງເປັນເອະພາບ, ມີຄຸນທາດການເມືອງ-ຄຸນສົມບັດສິນທໍາທີ່ໜັກແໜ້ນ, ມີອຸດົມການ, ຄ່ານິຍົມ ແລະ ມານະຈິດໄປຕາມແນວທາງ ແລະ ຈຸດມຸ່ງໝາຍຂອງພັກ. ນອກນັ້ນຍັງຕໍ່ສູ້ຕ້ານກັບປະກົດການຫຍໍ້ທໍ້, ເສື່ອມຊາມ ທີ່ເກີດຂຶ້ນພາຍໃນພັກ ແລະ ຕໍ່ສູ້ຕ້ານແນວຄິດ-ຈິດຕະສາດກັບຝ່າຍກົງກັນຂ້າມ ໃນນັ້ນສື່ຕ່າງໆບໍ່ວ່າຈະເປັນສື່ສິ່ງພິມ (ໜັງສືພິມ, ວາລະສານ…) ແລະ ສື່ອິເລັກໂທຣນິກ (ວິທະຍຸ, ໂທລະພາບ, ອິນເຕີເນັດ…) ເຊິ່ງອົງການ […]