ສາລະໜ້າຮູ້

ຄຸນປະໂຫຍດຂອງຫວ້ານຫາງແຂ້

ຄຸນປະໂຫຍດຂອງຫວ້ານຫາງແຂ້    ຫວ້ານຫາງແຂ້ ເປັນສະໜຸນໄພຊະນິດໜຶ່ງທີ່ມີປະໂຫຍດຫຼາຍຢ່າງຕໍ່ສຸຂະພາບ ແລະ ຮ່າງກາຍຂອງຄົນເຮົາ ຊຶ່ງຊ່ວຍບັນເທົາອາການທີ່ເກີດຂຶ້ນທາງຜິວໜັງ ແລະ ພາຍໃນຮ່າງກາຍ ເຊັ່ນ: ຊ່ວຍປິ່ນປົວບາດແຜທີ່ຖືກໄຟໄໝ້ ແລະ ນໍ້າຮ້ອນລວກ     ວິທີຮັກສາຄື: ໃຫ້ປອກເປືອກທາງນອກຂອງຫວ້ານຫາງແຂ້ອອກ ແລ້ວນໍາເອົາວຸ້ນໃສໆມາລ້າງຢາງອອກໃຫ້ສະອາດ, ຈາກນັ້ນ ຈິ່ງນໍາໄປແປະໃສ່ບາດແຜປະມານ 2 ມື້ ຈະຊ່ວຍໃຫ້ອາການເຈັບແສບຮ້ອນຫຼຸດລົງໄດ້ ມັນຈະເຮັດໃຫ້ບາດແຜແຫ້ງໄວ ແລະ ບໍ່ເປັນຮອຍບາດແຜ. ຊ່ວຍປ້ອງກັນ ແລະ ຫຼຸດຜ່ອນຮອຍໄໝ້ຈາກການຕາກແດດ    ວິທີຮັກສາຄື: ນໍາເອົາເນື້ອຫວ້ານຫາງແຂ້ປະສົມກັບໂລຊັນ ( ຄຼີມທາຜິວ ) ຈາກນັ້ນ ຈິ່ງທາລົງເທິງຜິວໜັງກ່ອນຈະອອກແດດ ມັນຈະຊ່ວຍປ້ອງກັນແສງແດດໄດ້ ຖ້າຫາກເກີດຮອຍໄໝ້ຜິວໜັງເມື່ອຖືກແດດ ໃຫ້ໃຊ້ວຸ້ນທີ່ລ້າງດ້ວຍນໍ້າສະອາດມາທາໃສ່ບໍລິເວນທີ່ເປັນຮອຍໄໝ້ນັ້ນ, ດີແທ້ແມ່ນເອົາວຸ້ນໃສໆປະສົມກັບນໍ້າມັນພືດ ຫຼື ນໍ້າມັນໝາກກອກ ຈິ່ງທາໃສ່ບ່ອນດັ່ງກ່າວເພື່ອຫຼຸດຜ່ອນຈາກອາການຜິວໜັງແຫ້ງ, ເຄັ່ງຕຶງ. ຊ່ວຍປ້ອງກັນພະຍາດເບົາຫວານ    ວິທີຮັກສາຄື: ຕັດເອົາຫວ້ານຫາງແຂ້ທີ່ມີຄວາມຍາວ ປະມານ 3-4 ຊັງຕີ ນໍາມາກິນທຸກມື້ ຫຼື ປັ່ນເປັນນໍ້າຫວານຫາງແຂ້ເພື່ອດື່ມ ຈະແກ້ອາການເປັນເບົາຫວານໄດ້ດີ […]

ອາຫານ 8 ຊະນິດ ທີ່ເປັນຜົນຮ້າຍຕໍ່ຮ່າງກາຍໃນການກໍ່ເກີດເປັນພະຍາດມະເຮັງ.

ສາລະໜ້າຮູ້ ອາຫານ 8 ຊະນິດ ທີ່ເປັນຜົນຮ້າຍຕໍ່ຮ່າງກາຍໃນການກໍ່ເກີດເປັນພະຍາດມະເຮັງ. ໝີ່ກ່ອງສຳເລັດຮູບທຸກຊະນິດ: ໃນໝີ່ກ໋ອງສຳເລັດຮູບ 1 ຈອກ ມີສານປຸງແຕ່ງຫຼາຍກວ່າ 25 ຊະນິດ ເຊັ່ນ: ໂມໂນໂຊດ່ຽມ ກຣູຕາເມສ ຫຼື ຜົງຊູລົດ, ກົດຊີຕຣິກ, TBHQ ( ເປັນສານກັນບູດ ຫຼື ວັດຖຸກັນຄວາມຊຸ່ມທີ່ໄດ້ຈາກປິໂຕລ່ຽມ) ແລະ ອື່ນໆ ສະນັ້ນເດັກທີ່ກິນໝີ່ກ່ອງສຳເລັດຮູບເປັນປະຈຳອາດກໍ່ໃຫ້ເກີດພາວະແຄຣຊ່ຽມໃນເລືອດຕໍ່າ. ປະເພດແຮມ, ໄສ້ກອກ: ມີສ່ວນປະກອບຂອງສານປຸງແຕ່ງຕ່າງໆ ເຊັ່ນ: ໂຊດ່ຽມໄນໄຕຣ, ໂປແຕສຊ່ຽມໄຕຣ ແລະ ອື່ນໆ ໄນໄທຣ ສາມາດເຮັດປະຕິກິລິຍາກັບເອມີນ (amine) ໃນອາຫານກາຍເປັນສານກໍ່ມະເຮັງທີ່ຮ້າຍແຮງ ຄື ໄນໂຕຣຊາມີນ (nitrosamine) ເຊີ່ງເຮັດໃຫ້ເກີດມະເຮັງຕັບ, ກະເພາະອາຫານ ແລະ ຫຼອດອາຫານ. ຄຸກກີ້: ມີສ່ວນປະກອບຂອງສານປຸງແຕ່ງໄດ້ແກ່ ໂຊດ່ຽມເມແທໄບຊັລໄຟ, ກົດຊິດຣິກ, ໂຊດ່ຽມເມແທໄບຊັລໄຟ ຖ້າໃຊ້ໃນປະລິມານທີ່ເກີນກຳນົດ ຈະມີສານຕົກຄ້າງໃນອາຫານໃນປະລິມານສູງ ແລະ ເປັນອັນຕະລາຍຕໍ່ຜູ້ບໍລິໂພກ. ກະແລ໋ມ: […]

ອາຫານທີ່ຄວນກິນ ແລະ ຄວນຫຼີກລ່ຽງຂອງແຕ່ລະກຸບເລືອດ.

ອາຫານທີ່ຄວນກິນ ແລະ ຄວນຫຼີກລ່ຽງຂອງແຕ່ລະກຸບເລືອດ.    ທ່ານເຄີຍສົງໄສບໍ່ວ່າເປັນຫຍັງເວລາທີ່ເຮົາກິນອາຫານບາງຢ່າງຈື່ງມີອາການແພ້, ບາງເທື່ອເວລາກິນແລ້ວມີອາ ການເຈັບທ້ອງ ຫຼື ແພ້ມີອາການຄັນ, ຕຸ່ມຜື່ນຂຶ້ນທົ່ວຮ່າງກາຍ ແລະ ອາການອື່ນໆ. ກຸບເລືອດ AB: – ຄວນເລືອກກິນອາຫານທະເລ, ເນີຍ, ນົມ, ຜະລິດຕະພັນຈາກຖົ່ວເຫຼືອງ, ຜັກ ແລະ ໄຂ່. – ຄວນຫຼີກລ່ຽງ: ປາຊີ້ນຂາວ, ຊີ້ນສັດໃຫຍ່, ໝາກສີດາ, ສາລີ, ໝາກມ່ວງ, ຖົ່ວແດງ ເພາະພູມຄຸ້ມກັນອ່ອນເພຍ ກົດໃນກະເພາະຕໍ່າຍ່ອຍຊີ້ນສັດໄດ້ຍາກ. ກຸບເລືອດ A: – ຄວນເລືອກກິນຜັກ, ປາ, ນົມຖົ່ວເຫຼືອງ. – ຄວນຫຼີກລ່ຽງ: ໄຂ່, ນົມງົວ, ແປ້ງ, ຊີ້ນສັດ ເພາະລະບົບຍ່ອຍອາຫານ, ລະບົບພູມຄຸ້ມກັນບໍ່ດີ ສ່ຽງເປັນພະຍາດຫົວໃຈ ແລະ ມະເຮັງ. ກຸບເລືອດ B: – ຄວນເລືອກກິນເຂົ້າກ໊ອງ, ເຂົ້າໂອດ, ຂີງ, […]

1 4 5 6 7 8