ຄຸນປະໂຫຍດຂອງໝາກນອດທີ່ທຸກທ່ານຄວນຮູ້
ຄຸນປະໂຫຍດຂອງໝາກນອດທີ່ທຸກທ່ານຄວນຮູ້ ມີສານຕໍ່ຕ້ານອະນຸມູນອິດສະຫຼະ ຊຶ່ງຊ່ວຍຫຼຸດການເກີດຮ່ອງຮອຍກ່ອນໄວອາຍຸ. ບໍາລຸງຜິວ ມີວິຕາມິນຫລາຍຊະນິດໃນຫມາກນອດເຊັ່ນ: ວິຕາມິນບີ 2 ຊ່ວຍບໍາລຸງຜິວພັນ, ເສັ້ນຜົມ ແລະ ເລັບ ເຮັດໃຫ້ຜິວພັນໃຫ້ເປັ່ງປັງສົດໃສ ມີວິຕາມິນເອສູງ ໃນການຊ່ວຍບໍາລຸງສາຍຕາ ປ້ອງກັນບັນຫາສາຍຕາສັ້ນ, ສາຍຕາຍາວໃຫ້ທຸກເພດທຸກໄວ. ສ້າງພູມຄຸ້ມກັນ ເພາະວິຕາມິນ ແລະ ແຮ່ທາດໃນໝາກນອດນັ້ນລ້ວນແລ້ວແຕ່ຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍໃຫ້ແຂງແຮງ. ຊ່ວຍແກ້ບັນຫານອນບໍ່ຫລັບ ໂດຍການດື່ມນໍ້າຫມາກນອດເປັນປະຈໍາຈະຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ ແລະ ຊ່ວຍໃຫ້ນອນຫລັບສະບາຍ. ຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນພະຍາດກະດູກເຊື່ອມ. ຊ່ວຍເບີ່ງແຍງເຫືອກ ແລະ ແຂ້ວໃຫ້ແຂງແຮງ ມີແມ໋ກນີຊຽມ ຊ່ວຍໃນການເຜົາຜານໄຂມັນ ແລະ ປ່ຽນມາເປັນພະລັງງານ ຫມາກນອດ ຍັງເປັນສ່ວນໜື່ງເຂົ້າໃນສ່ວນປະສົມຂອງເຄື່ອງສໍາອາງ ໂດຍສະເພາະຜະລິດຕະພັນບໍາລຸງຜິວ, ຜະລິດຕະພັນຮັກສາສິວ, ຜະລິດຕະພັນກັນແດດ ເພາະມີສັບພະຄຸນຊ່ວຍໃນການສະຫມານຜິວ ຮັກສາເນື້ອເຍື້ອຜີວຫນັງ. ນໍາໝາກນອດມາເຮັດເປັນນໍ້າມັນໃຊ້ນວດຜ່ອນຄາຍອາການປວດເມື່ອຍ. ຊ່ວຍປັບຄວາມສົມດູນໃນຮ່າງກາຍ, ຫຼຸດອາການວິນຫົວປວດຮາກໄດ້ດີ. ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ຊ່ວຍຮັກສາພະຍາດຄວາມດັນເລືອດ ບໍາລຸງຕັບ, ຊ່ວຍຟື້ນຟູຕັບ ແລະ ໄຕໃຫ້ແຂງແຮງ. ບັນເທົາອາການກະເພາະປັດສະວະອັກເສບ. ທີ່ມາ http://www.pakaad.com