ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ
ກົມກວດກາເຄື່ອນໄຫວເຮັດວຽກກວດກາປົກກະຕິ. ໃນຕອນເຊົ້າຂອງວັນທີ 04 ສິງຫາ 2023 ຄະນະກວດກາພັກ,ກົມກວດກາຄະນະໂຄສະນາອົບຮົມສູນກາງພັກ ນຳໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະ ຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານກວດກາພັກ ໄດ້ເຄື່ອນໄຫວກວດກາປົກກະຕິ ຢູ່ໜ່ວຍພັກໜັງສືພິມປະຊາຊົນ ຄະນະໂຄສານາອົບຮົມສູນກາງພັກ. ໃນໂອກາດດັ່ງກ່າວ ສະຫາຍ ວັນໄຊ ຕະວິນຍານ ກໍາມະການພັກ, ເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງ ຄະນະໜ່ວຍພັກ ໜັງສືພິມປະຊາຊົນ ໃນໄລຍະ 1 ປີ ຜ່ານມາແມ່ນໄດ້ເອົາໃຈໃສ່ນຳພາແນວຄິດ ພະນັກງານ, ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ໄປຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງ ຄະນະພັກ ຄະນະໂຄສະນາອົບຮົມສູນກາງພັກ, ໂດຍໄດ້ຫັນມາເປັນທິດທາງ ແຜນການ , ແຜນງານ,ໂຄງການ ລະ ອຽດ ໃນເວລາດໍາເນີນຊີວິດການເມືອງຂອງໜ່ວຍພັກໄດ້ເໜັ້ນໜັກການປະຕິບັດກົດລະບຽບຂອງພັກ ສິດ, ໜ້າທີ່, ພັນທະ […]