ເພສກົມກວດກາ

ໜ່ວຍພັກກົມກວດກາສຳເລັດການດຳເນີນກອງປະຊຸມກາງສະໄໜ

ໜ່ວຍພັກກົມກວດກາສຳເລັດການດຳເນີນກອງປະຊຸມກາງສະໄໜ     ໃນວັນທີ 14-16 ມີຖຸນາ 2023 ໜ່ວຍພັກກົມກວດກາ ໄດ້ເປີດກອງປະຊຸມກາງສະໄໜ ຂຶ້ນທີ່ ຫ້ອງປະຊຸມ (ຊັ້ນ5) ຂອງຄະນະໂຄສະນາອົບຮົມສູນກາງພັກ,

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022

ກົມກວດກາຄະນະໂຄສະນາອົບຮົມສູນກາງພັກລົງເຮັດວຽກກວດກາປົກກະຕິປະຈຳປີ 2022     ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2023 ຄະນະກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ນຳພາໂດຍ ທ່ານ ນ. ວິລະວອນ ພັນທະວົງ ຄະນະປະຈຳພັກ, ປະທານກວດກາຄະນະພັກ,

ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ.

ທ່ານ ນາງ ພວງມະລີ ອັກຄະມຸນຕີ ຫົວໜ້າກົມກວດກາ ກ່າວຄໍາປາໄສຕໍ່ສື່ມວນຊົນເນື່ອງໃນໂອກາດວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ. ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີທີຈະມາເຖິງນີ້, ຂ້າພະເຈົ້າຂໍສະແດງທັດສະນະຕໍ່ວັນສຳຄັນດັ່ງກ່າວຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 68 ປີຜ່ານມາ ພັກເຮົາໄດ້ເປັນແກນນໍາພັກໃນການວາງແນວທາງອັນຖືກຕ້ອງສອດຄ່ອງ ກັບສະພາບຄວາມເປັນຈິງຂອງປະເທດເຮົາໃນແຕ່ລະໄລຍະ ຈຶ່ງເຮັດໃຫ້ປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຫຼາຍດ້ານອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປັບປຸງປົວແປງດີຂຶ້ນເທື່ອລະກ້າວ, ພື້ນຖານໂຄງຮ່າງໄດ້ຮັບການພັດທະນາຂະຫຍາຍຕົວ ແຕ່ຕົວເມືອງຮອດຊົນນະບົດ, ຕາໜ່າງຄົມມະນາຄົມ, ໂຮງຮຽນ, ໂຮງໝໍ ມີການຂະຫຍາຍຕົວທາງດ້ານປະລິມານ ແລະ ມີການປັບປຸງຄຸນນະພາບ ໃຫ້ດີຂຶ້ນເລື້ອຍໆ, ມໍລະດົກ, ວັດທະນະທໍາອັນລໍ້າຄ່າຂອງຊາດ ໄດ້ຮັບການປົກປັກຮັກສາ ແລະ ບູລະນະ ສປປ ລາວ ໄດ້ມີການພົວພັນຮ່ວມມືກັບສາກົນນັບມື້ຫຼາຍຂຶ້ນອັນໄດ້ເຮັດໃຫ້ຊື່ສຽງ ແລະ ບົດບາດສູງຂຶ້ນໃນເວທີພາກພຶ້ນ ແລະ ສາກົນ. ບັນດາຜົນສໍາເລັດທີ່ໄດ້ມານັ້ນ ແມ່ນຍ້ອນພັກໄດ້ເອົາໃຈໃສ່ໃຫ້ຄວາມສໍາຄັນທີ່ສຸດຕໍ່ວຽກງານການເມືອງ-ແນວຄິດ […]

1 2 3