ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບ ດ້ານວຽກງານການສ້າງຫຼັກສູດການຮຽນການສອນ ກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາ ແລະ ກິລາ
ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບ ດ້ານວຽກງານການສ້າງຫຼັກສູດການຮຽນການສອນ ກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາ ແລະ ກິລາ ໃນຕອນເຊົ້າວັນທີ 20 ພຶດສະພາ 2025 ກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ພົບປະແລກປ່ຽນບົດຮຽນກ່ຽວກັບ ດ້ານວຽກງານການສ້າງຫຼັກສູດການຮຽນການສອນ ກັບ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາ ແລະ ກິລາ ເຊິ່ງນໍາໂດຍ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ພ້ອມດ້ວຍຄະນະ ໂດຍການຕ້ອນຮັບຂອງ ທ່ານ ອຸທິດ ທິບມະນີ ຜູ້ຊີ້ນຳລວມ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ພ້ອມດ້ວຍຄະນະ. ໃນພີທີທ່ານ ອຸທິດ ທິບມະນີ ຜູ້ຊີ້ນຳລວມ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ໄດ້ລາຍງານສະພາບການ, ການຈັດຕັ້ງ-ເຄື່ອນໄຫວວຽກງານຂອງສະຖາບັນ ໃນໄລຍະຜ່ານມາໂດຍສັງເຂບ ໂດຍສະເພາະແມ່ນວຽກງານຝຶກອົບຮົມ, ວຽກງານຄົ້ນຄວ້າ-ຮຽບຮຽງຫຼັກສູດ, ວຽກງານຍົກລະດັບບຳລຸງກໍ່ສ້າງພະນັກງານໃນການຈັດຝຶກອົບຮົມທັງພາຍໃນ ແລະ […]