ບຸນຍູ້ ຈັນທະລັງສີ

ຄູ-ອາຈານສອນວິຊາສັງຄົມ-ການເມືອງອ້ອມຂ້າງເມືອງວາປີ ແຂວງ ສາລະວັນ  ສຳເລັດການຝຶກອົບຮົມ ການເມືອງ-ແນວຄິດ

ຄູ-ອາຈານສອນວິຊາສັງຄົມ-ການເມືອງອ້ອມຂ້າງເມືອງວາປີ ແຂວງ ສາລະວັນ  ສຳເລັດການຝຶກອົບຮົມ ການເມືອງ-ແນວຄິດ           ໃນວັນທີ 17 ມິຖຸນາ 2024 ໄດ້ຈັດພິທີເປີດຊຸດອົບຮົມ ຝຶກອົບຮົມ ການເມືອງ-ແນວຄິດໃຫ້ຄູ-ອາຈານສອນວິຊາສັງຄົມ-ການເມືອງ ອ້ອມຂ້າງເມືອງວາປີ ແຂວງ ສາລະວັນ ຂຶ້ນຢູ່ສະໂມສອນຫ້ອງການປົກຄອງເມືອງວາປີ ແຂວງສາລະວັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຈັນສະໝອນ ພົມມະແສງ ກໍາມະການປະຈຳພັກແຂວງພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງສາລະວັນ, ມີສະຫາຍ ບຸນຍູ້ ຈັນທະລັງສີ ກໍາມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆວາປີ ແຂວງສາລະວັນ, ສະຫາຍ ລີຈາວ ໄຊເຍ່ຍຊ່າງ ຮອງຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍພະນັກງານຈາກກົມອົບຮົມ, ເເຂວງ, ເມືອງ ແລະ ນັກຝຶກອົບຮົມອ້າງຂ້າງເມືອງວາປີ ເຂົ້າຮ່ວມ. ການຝຶກອົບຮົມໃນຄັ້ງນີ້ ແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ແກ່ຖັນແຖວຄູ-ອາຈານສອນວິຊາສັງຄົມ-ການເມືອງ ຢູ່ເມືອງວາປີ ແຂວງ ສາລະວັນ, ການຝຶກອົບຮົມໃຊ້ເວລາ 2 ວັນ ແຕ່ວັນທີ 17-18 ມິຖຸນາ 2024 ຊຶ່ງມີນັກສຳມະນາກອນເຂົ້າຮ່ວມທັງໝົດ […]