ພົວພັນ

ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຣັດເຊຍ ເຂົ້າສູ່ລວງເລິກ

ສືບຕໍ່ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມືລະຫວ່າງ ລາວ-ຣັດເຊຍ ເຂົ້າສູ່ລວງເລິກ           ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງລາວ-ຣັດເຊຍ ທີ່ມີມູນເຊື້ອອັນຍາວນານ, ມີຮາກຖານອັນເລິກເຊິ່ງ ທີ່ໄດ້ສ້າງຂຶ້ນໃນໄລຍະ ທີ່ປະເທດລາວເລີ່ມມີຂະບວນການຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບ ທີ່ເປັນຊ່ວງເວລາທີ່ທ້າທາຍທີ່ສຸດ ເຊິ່ງມີອະດີດສະຫະພາບໂຊວຽດ ໃຫ້ການສະໜັບສະໜູນ ຊ່ວຍເຫຼືອພາລະກິດປະຕິວັດ ຂອງສປປ ລາວ. ຄວາມສາມັກຄີດັ່ງກ່າວ ໄດ້ກາຍມາເປັນພື້ນຖານທີ່ໝັ້ນຄົງຂອງການຮ່ວມມື ຂອງພວກເຮົາມາຈົນເຖິງທຸກມື້ນີ້. ຂີດໝາຍທີ່ສຳຄັນຂອງມູນເຊື້ອແຫ່ງການພົວພັນລະຫວ່າງ ລາວ–ຣັດເຊຍ ນັ້ນແມ່ນ ການ ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງ ລະຫວ່າງ ລາວ ແລະ ສະຫະພາບ ໂຊວຽດ ເມື່ອວັນທີ 7 ຕຸລາ 1960. ພາຍຫຼັງ ສປປ ລາວ ໄດ້ຮັບການສະຖາປະນາ ໃນປີ 1975 ສະຫະພາບ ໂຊວຽດ ໄດ້ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອຢ່າງຫຼວງຫຼາຍ ໃຫ້ແກ່ ສປປ ລາວ ທີ່ເກີດໃໝ່ ແລະ ໜຸ່ມນ້ອຍ ພາຍຫຼັງສົງຄາມທຳລາຍອັນໜັກໜ່ວງ, […]